ຂ.ຫຼວງນໍ້າທາຍົກເວັ້ນພາສີ ຢາງພາລາ

ອຸ່ນແກ້ວ ສຸກສະຫວັນ
2017.10.02
F-Rubber ສວນປູກຢາງພາລາ ຢູ່ແຂວງຫຼວງນໍ້າທາ
RFA/VD

ເຈົ້າແຂວງ ແຂວງຫລວງນໍ້າທາ ເປີດໃຫ້ບໍຣິສັດ ທັງພາຍໃນລາວ ແລະ ຕ່າງປະເທດ ເປັນຕົ້ນບໍຣິສັດຈີນ ເຂົ້າມາເກັບຊື້ຢາງພາລາ ຂອງ ປະຊາຊົນພາຍໃນແຂວງ ເນື່ອງຈາກວ່າ ຫຼາຍປີຜ່ານມາ ລາຄາຢາງພາລາ ຕົກຕໍ່າ ຍ້ອນມີພຽງ ບໍຣິສັດຈີນ ບໍຣິສັດດຽວ ເປັນຜູ້ສຳປະທານ ໃນການເກັບຊື້ ຢູ່ໃນແຂວງນີ້ ແລະຊື້ໃນລາຄາຕ່ຳທີ່ສຸດ ໂດຍໃຫ້ເຫດຜົນວ່າ ໄດ້ເສັຍອາກອນຫຼເກີນໄປ ບໍ່ໄດ້ກຳໄລ ເຮັດໃຫ້ຊາວສວນຢາງ ບໍ່ພໍໃຈ. ດັ່ງຊາວສວນຢາງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ:

"ແຕ່ກ່ອນມັນມີແຕ່ ບໍຣິສັດດຽວ ທີ່ເຂົາມາເກັບຊື້ ຢາງພາລາ ເຂົາວ່າທໍ່ໃດ ກະໄດ້ຂາຍໃຫ້ເຂົາ ຄັນບໍ່ຂາຍໃຫ້ ເຂົາກະບໍມີບ່ອນ ຊິເອົາໄປ ຂາຍ ຄັນໃຫ້ບໍຣິສັດ ຫລາຍບໍຣິສັດ ເຂົ້າມາ ເກັບຊື້ເຮົາກະມີ ທາງເລືອກຢູ່ ຜູ້້ໃດໃຫ້ແພງ ເຮົາກະຂາຍ ໃຫ້ຜູ້ນັ້ນ ມັນກະດີ ຫລາຍເຕີບ”.

ປະຈຸບັນທາງເຈົ້າແຂວງໆຫຼວງນໍ້າທາ ໄດ້ປ່ອຍໃຫ້ບໍຣິສັດ ທັງພາຍໃນແລະຕ່າງປະເທດ ເຂົ້າມາເກັບຊື້ຢາງພາລາ ພາຍໃນແຂວງ ໂດຍຍົກ ເວັ້ນພາສີ ຕ່າງໆທັງໝົດ ຊຶ່ງມີຈຸດປະສົງ ເຮັດໃຫ້ລາຄານໍ້າຢາງ ເພີ່ມຂຶ້ນ.

ກ່ຽວກັບບັນຫານີ້ ເຈົ້າໜ້າທີ່ຈາກຫ້ອງການ ອຸດສະຫະກັມການຄ້າ ແຂວງຫຼວງນໍ້າທາ ທ່ານນຶ່ງ ທີ່ບໍ່ປະສົງອອກ ຊື່ແລະສຽງ ເວົ້າວ່າ; ທາງ ແຂວງເພິ່ນ ບໍ່ໃຫ້ບໍຣິສັດ ທີ່ບໍ່ເສັຍພາສີ ມາເກັບຊື້ຢາງພາຣາ ນຳຊາວບ້ານ ອີກຕໍ່ໄປ. ແຕ່ກ່ອນມີພຽງ ບໍຣິສັດດຽວທີ່ໄດ້ ສຳປະທານເກັບຊື້ ຢາງ ໃນແຂວງເຮົາ ຈຶ່ງມີກົດລາຄາລົງ ເພາະວ່າ ຖ້າຊາວບ້ານ ບໍ່ຂາຍ ເຂົາເຈົ້າກໍບໍ່ມີບ່ອນຂາຍ. ປັດຈຸບັນເຈົ້າໜ້າທີ່ ສັ່ງໃຫ້ບໍຣິສັດ ນັ້ນຢຸດ ຊື້ຢາງພາຣາ ນຳຊາວບ້ານ.

ນັກລົງທຶນໄດ້ເຂົ້າມາ ປູກຢາງພາຣາ ຢູ່ແຂວງຫລວງນ້ຳທາ ນັບແຕ່ປີ 1994 ຈົນມາ ຮອດ ປີ 2006 ທາງການແຂວງ ຈຶ່ງໃຫ້ເຊົາປູກ ຢາງພາຣາ ແລະມີເນື້ອທີ່ ປູກຢາງພາຣາທັງໝົດ 12,000 ເຮັກຕາ ໂດຍມີ 11 ບໍຣິສັດ ເຂົ້າມາລົງທຶນ ຊຶ່ງໃນນັ້ນມີ 9 ບໍຣິສັດ ເປັນຂອງ ນັກລົງທຶນຈີນ. ອີງຕາມຂໍ້ມູນຈາກອົງການ GIZ ປະຈຳລາວ.

ຣາຄາຢາງພາຣາ ສູງສຸດແມ່ນ 16.000 ກີບຕໍ່ 1 ກິໂລ ໃນປີ 2012 ແລະ ລາຄາຢາງພາລາຕໍ່າສຸດ ແມ່ນ 1 ກິໂລຕໍ່ 3.500 ກີບ ໃນປີ 2015, ແຕ່ຄາດວ່າໃນປີ 2018 ລາຄາຢາງພາລາ ອາຈສູງເຖີງ 8,000 ກີບຕໍ່ກິໂລ. ແຂວງຫຼວງນໍ້າທາ ສົ່ງອອກນໍ້າຢາງ ໃນປີຜ່ານມາ ທົ່ວແຂວງເກືອບ 50 ພັນຕັນ ແລະໃນປີ ໜ້າອາດຈະເພີ່ມຂື້ນ ຫລາຍກ່ວາເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.