ພາບພົດຂອງ ສປປລາວ


2013.06.19
F-elephants ຊ້າງ ເປັນສັນຍາລັກ ຂອງ ອານາຈັກລ້ານຊ້າງ ໃນອະດີດ ນານາປະເທດ ເກງຂາມ
Mek/fb

 

ສປປລາວ ມີການພັທນາ ເສຖກິດ ທີ່ກໍາລັງ ໄປດີ ແຕ່ກັບ ເສັຽພາບພົດ ໃນເຣື່ອງ ການ ຫາຍສາບສູນ ຂອງ ທ່ານສົມບັດ ນັກພັທນາ ຊຸມຊົນ ທີ່ ມີຜົລງານ ແລະ ການສົ່ງ ຜູ້ລີ້ພັຍ ເກົາຫລີເໜືອ ກັບຄືນ ປະເທດ.

ຂ່າວ Business Monitor Online ວັນທີ18 ມີຖຸນາ 2013 ເວົ້າວ່າ ສປປລາວ ໄດ້ເສີມຂຍາຍ ການພົວພັນ ຫລາຍຝ່າຍ ກັບ ປະເທດຕ່າງໆ ນອກຈາກ ປະເທດ ເພື່ອນບ້ານ ຂອງຕົນ ຊຶ່ງ ກໍເປັນທີ່ ເຊື່ອກັນວ່າ ເປັນ ຜົລປະໂຫຍດ ດ້ານ ໂຄງປະກອບ ສໍາລັບ ສປປລາວ. ແລະວ່າ ການພົວພັນ ທີ່ອົບອຸ່ນ ກັບ ເກົາຫລີ ຟີລິບປິນ ແລະ ຍີ່ປຸ່ນ ປາກົດວ່າ ຊຸກຍູ້ ໃຫ້ມີ ການລົງທຶນ ຂອງ ຕ່າງປະເທດ ໃນລາວ ຫລາຍຂຶ້ນ. ຍິ່ງໄປກວ່ານັ້ນ ການລົງທຶນ ຂອງພາກ ເອກກະຊົນ ຈາກ ປະເທດ ທີ່ກ່າວມາ ຂ້າງເທິງນັ້ນ ປາກົດວ່າ ມີການ ຜູກມັດ ທີ່ໜ້ອຍກວ່າ ສໍາລັບ ຣັຖບານ ສປປລາວ ບໍ່ຄືກັບ ຈີນ ແລະ ວຽດນາມ.

ເຖິງຢ່າງໃດ ກໍຕາມ ເປັນທີ່ເຊື່ອ ກັນວ່າ ການມີສ່ວນຮ່ວມ ຂອງ ຣັຖບານລາວ ໃນການ ຫາຍສາບສູນ ຂອງ ນັກເຄື່ອນໄຫວ ຣະດັບສາກົລ, ການຈັບສົ່ງ ຜູ້ລີ້ພັຍ ຊາວ ເກົາຫລີເໜືອ ກັບຄືນ ປະເທດ ຂອງເຂົາເຈົ້າ ໂດຍຜ່ານຈີນ ແລະ ການຕັດສິນໃຈ ຝ່າຍດຽວ ຂອງ ຣັຖບານລາວ ໃນການສ້າງ ເຂື່ອນ ໄຊຍະບູຣີ ນັ້ນ ອາດໝາຍເຖິງ ການຕ່າວປີ້ນ ຂອງ ຈຸດທີ່ມີ ລັກສນະ ບວກ ມາເປັນລົບ ຫລາຍຂຶ້ນ ສໍາລັບ ສປປລາວ ໃນບໍ່ພໍເທົ່າໃດ ເດືອນ ຜ່ານມາ ກໍເປັນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.