480 ຕື້ກີບຫາຍໄປ ຍ້ອນ ການສໍ້ຣາສບັງຫຼວງ
2017.12.26
ອົງການກວດສອບແຫ່ງຣັດ ລາຍງານວ່າ ການສໍ້ຣາສບັງຫລວງ ສ້າງຄວາມເສັຽຫາຍ ໃຫ້ແກ່ລາຍຮັບ ຂອງປະເທດ ຫລາຍກວ່າ 480 ຕື້ກີບ ຫລືປະມານ 60 ລ້ານໂດລາ ໃນຣະຍະ 5 ປີຜ່ານມາ ສົ່ງຜົລກະທົບ ໂດຍກົງ ຕໍ່ໂຄງການ ພັທນາ ເສຖກິດ ເພື່ອ ຫລຸດຜ່ອນ ຄວາມທຸກຍາກໃນລາວ.
ອົງການກວດສອບແຫ່ງຣັດໄດ້ພົບເຫັນ ການປະຕິບັດຫນ້າທີ່ ແບບບໍ່ຖືກຕ້ອງ ໃນຫລາຍຜແນກຫນ່ວຍງານຣັດ ໃນລາວ ເປັນຕົ້ນການຮັບ ສິນບົນ ແລະການໃຊ້ອຳນາດ ເຫນືອກົດຫມາຍເພື່ອ ສ້າງລາຍໄດ້ ໃຫ້ແກ່ຕົນເອງແລະຄອບຄົວ ໃນການປອມແປງເອກສານເພື່ອຍັກຍອກ ເງິນຫລວງ.
ເຈົ້າຫນ້າທີ່ກວດສອບແຫ່ງຣັດ ຣະດັບສູງກ່າວຕໍ່ຫນັງສືພີມວຽງຈັນທາມສ ໃນມື້ວັນພະຫັດຜ່ານມາວ່າ ການສໍ້ຣາສບັງຫຼວງ ສ່ວນໃຫຍ່ມັກ ເກີດຂຶ້ນ ໃນໂຄງການ ພັທນາຕ່າງໆ ຂອງຣັຖບານ ໂດຍສະເພາະ ໂຄງການທີ່ບໍ່ຜ່ານ ການປະມູນ ການກວດສອບ ຂອງເຈົ້າຫນ້າຣັດ.
ທ່ານ ທອງລຸນ ສີສຸລີດ ນາຍົກຣັຖມົນຕຣີລາວ ໃຫ້ການຄ້ຳປະກັນວ່າ ທ່ານຈະປາບປາມ ການສໍ້ຣາສບັງຫລວງ ຢ່າງເຄັ່ງຄັດໃນລາວ ຫລັງຈາກທ່ານຂຶ້ນເປັນ ນາຍົກຣັຖມົນຕຣີ. ອົງການສືບສວນແຫ່ງຣັຖ ຣະບຸຕໍ່ໄປວ່າເຈົ້າຫນ້າທີ່ລາວ ຜູ້ທີ່ບໍ່ຊື່ສັດຕໍ່ຫນ້າທີ່ ໄດ້ຍັກຍອກເງິນ ແລະຊັບສິນຂອງຣັດ ໃນນັ້ນ ຮ່ວມດ້ວຍງົບປະມານ ທີ່ຈະໃຊ້ສ້າງໂຮງຮຽນ ໂຮງຫມໍ ແລະສູນຣິການ ທາງດ້ານສາທາຣະນະສຸກ ໃນທົ່ວ ປະເທດ ແລະວ່າໃນຈຳນວນເງິນ ທີ່ເສັຽຫາຍຈຳນວນ 480 ຕື້ກີບ ໃນຣະຍະ 5 ປີຜ່ານມານັ້ນ ທາງການສາມາດ ຍຶດຄືນໄດ້ 337 ຕື້ກີບ ແລະຈະສືບຕໍ່ການສືບສວນ ເພື່ອໃຫ້ໄດ້ເງີນ ທີ່ຖືກຍັກຍອກ ໄປນັ້ນຄືນມາໃຫ້ຣັຖ.
ໃນວັນສາກົນຕ້ານການສໍ້ຣາສບັງຫລວງ ວ່າງຫລັງໆມານີ້ ທ່ານ ສີໄນ ມຽງລາວັນ ຮອງຫົວຫນ້າຫນ່ວຍງານ ຕ້ານການສໍ້ຣາສບັງຫລວງ ສປປລາວ ກ່າວວ່າ ຫນ່ວຍງານຂອງທ່ານ ຈະເພີ້ມການກວດກາ ຢ່າງເຂັ້ມງວດ ດ້ວຍການແນ່ເປົ້າໃສ່ ກຸ່ມຜແນກເປົ້າຫມາຍ ເປັນຕົ້ນ ໂຄງການຕ່າງໆ ຂອງຣັຖບານ. ໃນນັ້ນຮ່ວມດ້ວຍຜແນກ ທີ່ມີສ່ວນພົວພັນ ກັບການເກັບລາຍຮັບ ຂອງຣັຖບານ ຜແນກຈ່າຍງົບປະມານ ໂຄງການພັທນາ ໂຄງຮ່າງພື້ນຖານໃນລາວ ໂຄງການຈັດສັນທີ່ດິນ ການຂຸດຄົ້ນແຮ່ທາດ ແລະຫນ່ວຍງານໃຫ້ ສຳປະທານ ໂຄງການຕ່າງໆ ນອກຈາກນັ້ນ ຫ້ອງການຂອງທ່ານ ຍັງຈະມີ ການສືບສວນ ໂຄງການຣັຖ ທີ່ບໍ່ຜ່ານການປະມູນ ທີ່ມີການຕີຣາຄາສູງກວ່າ ທີ່ທາງການ ອະນຸມັດໃຫ້.
ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີລາວ ກ່າວໃນເດືອນຕຸລາ ຜ່ານມາວ່າ ໂຄງການສ້າງຖນົນຫົນທາງ ໃນລາວ ເປັນໂຄງການທີ່ບໍ່ໄດ້ ມາຕຖານ ແລະສິ້ນເປືອງລາຍຈ່າຍ ຂອງຊາດ ທ່ານວ່າ ຄ່າການສ້າງທາງປະມານ 1 ກິໂລແມັດ ຕາມທັມມະດາ ຈະຕົກຢູ່ ປະມານ 3.5 ຕື້ກີບ ແຕ່ກວດພົບວ່າ ໃນບາງເຂດຕົກຢູ່ປະມານ 14 ຕື້ກີບຕໍ່ນຶ່ງ ກິໂລແມັດກໍມີ ຊຶ່ງເປັນຫນ້າເຫລືອເຊື່ອ.
ຫ້ອງການກວດສອບຂອງຣັຖບານ ໄດ້ທຳການກວດກາບັນຊີ ຂອງຜແນກງານຕ່າງໆຂອງຣັຖບານ ຢ່າງເຂັ້ມງວດ ເພື່ອນໍາຈັບເຈົ້າຫນ້າທີ່ຣັດ ຜູ້ຍັກຍອກເງີນຫລວງ ໃນນັ້ນຮ່ວມດ້ວຍ ອະດີດ ຣັຖມົນຕຣີ ການເງິນ ສປປລາວ ທ່ານພູເພັດ ຄຳພູນວົງ ຜູ້ທີ່ດຳຣົງຕຳແຫນ່ງ ຣັຖມົນຕຣີ ການເງິນ ຣະຫວ່າງປີ 2012 ຫາ 2014 ແລະອະດີດ ປະທານ ທະນາຄານແຫ່ງຊາດ ທັງສອງຖືກຈັບໃນປີ 2015. ເຈົ້າຫນ້າທີ່ຣັດ ຜູ້ທີ່ ຖືກຈັບກຸມ ພ້ອມກັບ ທ່ານພູເພັດ ໃນເວລານີ້ ກໍມີອະດີດ ເອກອະທິບໍດີ ກະຊວງ ການເງິນ ແລະຮອງອະທິບໍດີ ຫ້ອງການການເງິນ ກະຊວງການເງິນແລະເຈົ້າຫນ້າທີ່ກ່ຽວຂ້ອງ ຫຼາຍທ່ານກ່ຽວກັບ ໂຄງການຜີ ໃນການ ກໍ່ສ້າງສນາມກິລາ ທີ່ແຂວງອຸດົມໄຊ ແລະການສ້າງ ເສັ້ນທາງຫລາຍສາຍ ທີ່ໃຊ້ເງີນຣັດໂດຍ ບໍ່ຜ່ານການ ອະນຸຍາດ.
ນັກວິເຄາະທ່ານນຶ່ງເວົ້າວ່າ ການສລຸບຜົລ ຂອງຫນ່ວຍງານ ສືບສວນແຫ່ງຣັດ ເປັນທີ່ເຊື່ອຖືບໍ່ໄດ້ ຂາດຂໍ້ມູນຄວາມຈິງ ທ່ານວ່າ ຈະມີ ຄວາມໂປ່ງໃສ ໃນການສືບສວນໄດ້ ຢ່າງໃດ ຖ້າປາສຈາກ ຫນ່ວຍງານເອກຣາດ. ຫນ່ວຍງານສືບສວນ ແຫ່ງຣັດ ຕ້ອງເປັນຫນ່ວຍງານ ເອກຣາດ, ເຈົ້າຫນ້າທີ່ຣັດ ຈະສືບສວນ ສມັກພັກພວກ ຫລືຍາດພີ່ນ້ອງ ຕົນເອງ ໄດ້ຢ່າງໃດ ແລະ ສ່ວນໃຫຍ່ ເຈົ້າຫນ້າທີ່ ຣະດັບສູງ ຜູ້ສໍ້ຣາຊ ຈະເປັນສມັກພັກພວກ ຕົນເອງ ຫລືເປັນຄົນຮູ້ຈັກກັນ ໃນແວດວົງການເມືອງໃນລາວ ຍ້ອນເປັນວົງແຄບ ການປົກຄອງໃນລາວ ທຸກຄົນຈະຮູ້ຈັກ ກັນຫມົດ.
ຫນັງສືພີມວຽງຈັນທາມສ ລາຍງານວ່າ ໃນການກວດສອບ ເຈົ້າຫນ້າທີ່ຣັດໃນປີ 2016 ຫນ່ວຍງານກວດສອບ ແຫ່ງຣັດ ໄດ້ພົບເຫັນການ ສໍ້ຣາສບັງຫຼວງ ຂອງເຈົ້າຫນ້າທີ່ຣັດ ໃນຫລາຍກໍຣະນີ ໃນທົ່ວປະເທດ ເປັນຕົ້ນເຈົ້າຫນ້າທີ່ ກະສິກັມທີ່ແຂວງສາຣະວັນ ໄດ້ປອມແປງ ເອກສານ ຂອງຣັຖຍັກຍອກເງິນຫລວງ ປະມານ 11.3 ຕື້ກີບ ກະຊວງແຮງງງານ ແລະສວັດດີການ ສັງຄົມ ໄດ້ຍັກຍອກເງິນຫລວງ ປະມານ 200 ລ້ານກີບ, ຫ້ອງການ ພາສີອາກອນ ຢູ່ແຂວງສວັນນະເຂດ ຍັກຍອກເງິນ ພາສີຂອງຣັຖປະມານ 6.9 ຕື້ກີບ ແລະກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ໃຊ້ງົບປະມານຫລວງ ໄປໃນທາງທີ່ບໍ່ຖືກຕ້ອງ ປະມານ 20 ຕື້ກີບໃນປີນັ້ນ.
ທ່ານ ສີໄນ ຮອງຫົວຫນ້າຫ້ອງການ ກວດສອບແຫ່ງຣັດ ກ່າວໃນຣະຍະທີ່ ຜ່ານມາວ່າ ຜົລຈາກການກວດກາ ການສໍ້ຣາຊບັງຫລວງ ທາງການສາມາດ ຈັບກຸມ ເຈົ້າຫນ້າທີ່ຣັດ 71 ຄົນ ຜູ້ທີ່ມີສ່ວນພົວພັນ ກັບການ ຍັກຍອກເງີນຫລວງ ໃນນັ້ນ 9 ຄົນແມ່ນ ມາຈາກ ກະຊວງການເງີນ 30 ຄົນມາຈາກ ແຂວງອຸດົມໄຊ 3 ຄົນ ຈາກກະຊວງໂຍທາທິການ ແລະຂົນສົ່ງ 27 ຄົນ ຈາກແຂວງສວັນນະເຂດ 1 ຄົນ ຈາກແຂວງສາຣະວັນ ແລະ ນື່ງຄົນ ຈາກກະຊວງແຮງງານ ແລະ ສວັດດີການສັງຄົມ ແລະໃນນັ້ນ 25 ຄົນ ຖືກດຳເນີນຄະດີ ແຕ່ຍັງບໍ່ມີ ເຈົ້າຫນ້າທີ່ ຄົນໃດ ຖຶກລົງໂທດ ຈັກຄົນ.
ເຈົ້າໜ້າທີ່ ກວດສອບແຫ່ງຣັດ ທ່ານນຶ່ງໄດ້ກ່າວຕໍ່ ຜູ້ສື່ຂ່າວເອເຊັຽເສຣີ ເມື່ອວັນທີ 20 ພຶສຈິກາ ນີ້ວ່າ ຕໍ່ຄວາມສົງໃສ ຂອງສາທາຣະນະຊົນ ທີ່ຢາກ ໃຫ້ມີການ ນຳເອົາ ບຸກຄົນທີ່ກ່ຽວ ຂ້ອງ ກັບການສໍ້ຣາສບັງຫຼວງ ມາລົງໂທສນັ້ນ ຍັງຕ້ອງໃຊ້ເວລາ ຕື່ມອີກດົນ ເພາະຈະມີການ ຊັກທອດ ໄປຫາຫລາຍຄົນ ທີ່ກ່ຽວຂ້ອງ ກັບຫລາຍພາກສ່ວນ, ດັ່ງທ່ານທີ່ໄດ້ກ່າວ ໃນຕອນນຶ່ງວ່າ:
“ຢູໃນຣະບຽບເພິ່ນ ກະມີກຳນົດເນາະວ່າ 3 ເດືອນ ຕໍ່ໄດ້ອີກ 3 ເດືອນ ຕໍ່ໄດ້ອີກ 3 ເດືອນ ໝາຍຄວາມວ່າ ປີ 1 ວ່າຊັ້ນສາ, ໃນການ ຄົ້ນຄວ້ານ່າ. ແຕ່ວ່າເຮັດມາ ມັນກະມີ ຫຼາຍອັນຫຍຸ້ງຍາກ ລະມັນກະຊັກທອດ ໄປຫາ ແຕ່ລະບ່ອນເດ ລະກະຕໍ່ໆໄປອີກ, ຫັ້ນນ່າ. ສະເພາະຜູ້ກ່ຽວ ແມ່ນໃຊ້ເວລາປີ 1 ເນາະ, ແຕ່ມັນຍັງຕ້ອງ ຜູ້ຕໍ່ໄປອີກເດ ມັນຊັກທອດ ຊັກທອດໄປ. ມັນຕ້ອງໃຊ້ເວລາ, ຫັ້ນນ່າ ມັນມີຫຼາຍ ພາກສ່ວນ ມາກ່ຽວຂ້ອງເດ.”
ທ່ານວ່າ ຕາມກົລໄກການກວດການັ້ນ ນອກຈາກຈະກວດພົບເຫັນບຸກຄົນ ທີ່ລ້ຳລວຍຜິດປົກກະຕິ ຫຼືບຸກຄົນທີ່ສໍ້ຣາສ ບັງຫຼວງ ແລ້ວກໍຈະມີ: “ໜ່ວຍງານຕິດຕາມ ກວດກາຜົລຂອງ ການກວດສອບ” ໃນການຊອກຫາ, ຊັພສິນ ແລະຢຶດຊັພຜູ້ທີ່ ກະທໍາຜິດ ນັ້ນກັບມາຄືນໃຫ້ຣັຖ.
“ຖ້າຜູ້ໃດຢູ່ໃນກໍຣະນີທີ່ວ່າ ມີການຮ້ອງຟ້ອງ ວ່າມີການສໍ້ຣາສບັງຫຼວງຫັ້ນນ່າ ເພິ່ນຈະກວດເວລານັ້ນຫັ້ນນ່າ. ຖ້າວ່າມີລ້ຳລວຍຜິດປົກກະຕິ ລະເວລາມີຜູ້ຮ້ອງຟ້ອງ ມີຫຍັງຫັ້ນນ່າ ເວລານັ້ນລະຕ້ອງໄດ້ ເອົາຄືນໝົດ ເວລາຖືກຮ້ອງຟ້ອງ ເວລາຖືກຕັດສິນ ວ່າມີການກະທໍາຜິດ ມັນຈະຕ້ອງໄດ້ເອົາໝົດແຫຼະ ທີ່ສໍ້ຣາສບັງຫຼວງໄປຫັ້ນນ່າ, ກະຢຶດໝົດແຫຼະ."
ທ່ານ ບຸນທອງ ຈິຕມະນີ, ຮອງນາຍົກຣັຖມົນຕຼີ ແລະ ປະທານອົງການກວດກາຣັຖບານ ໄດ້ຣາຍງານຕໍ່ກອງປະຊຸມ ເທື່ອຫຼ້າສຸດນີ້ວ່າ ມີການຮົ່ວໄຫຼ ຂອງ ງົບປະມານ ຈຳນວນເງິນມະຫາສານ ຢູ່ໃນໂຄງການລົງທຶນ ຂອງຣັຖຫຼາຍໂຄງການ ໃນສົກປີ 2013-14 ແລະ 2014-15. ພາຍຫຼັງທີ່ຜ່ານການກວດກາ ໄດ້ພົບເຫັນຫຼາຍໂຄງການ ມີມູລຄ່າສູງ ເມື່ອທຽບໃສ່ ຣາຄາຫົວໜ່ວຍ ທີ່ກະຊວງກ່ຽວຂ້ອງ ໄດ້ກໍານົດອອກ, ມີຫຼາຍໂຄງການ ບໍ່ເຮັດໄປຕາມ ການອອກແບບ, ມີການດັດແກ້ແບບ, ບໍຣິມາດແລະໜ້າວຽກ, ມີການປ່ຽນແປງຫຼຸດລົງ, ແຕ່ມູລຄ່າໃນສັນຍາ ຍັງຄືເກົ່າ. ມີໂຄງການ ທີ່ບໍ່ໄດ້ປະມູນ ແລະ ໂຄງການ ທີ່ມີການປະມູນ, ແຕ່ບໍ່ຖືກຕ້ອງ ປະມານ 100 ໂຄງການ ໃນມູລຄ່າປະມານ 5 ພັນປາຍຕື້ກີບ. ອົງການໂປ່ງໃສສາກົນຈັດ ສປປລາວ ຢູ່ໃນອັນດັບທີ 139 ໃນບັນດາ 168 ປະເທດໃນການຮັບ ສີນບົນ ຊື້ຈ້າງຈອບອອຍ ແລະສໍ້ຣາຊບັງຫລວງລາຍໃຫຍ່ ໃນໂລກ.