ຫ້ອງການໃດມີຜູ້ສໍ້ໂກງ ຫົວໜ້າ ຮັບຜິດ
2018.04.26

ທາງການລາວເໜັ້ນນັກ ເຖິງບັນຫາການແກ້ໄຂ ເຣື້ອງການສໍ້ຣາສບັງຫລວງ ກັບໜ່ວຍງານ ຂອງພັກ-ຣັຖ ທຸກຂັ້ນທົ່ວປະເທດ ຖ້າພົບວ່າ ໜ່ວຍງານໃດ ແກ້ໄຂບັນຫານີ້ບໍ່ໄດ້ ຜູ້ເປັນຫົວໜ້າໜ່ວຍງານ ຕ້ອງຮັບຜິດຊອບ ແລະຈະຖືກປົດອອກຈາກ ຕໍາແໜ່ງທັນທີ. ດັ່ງເຈົ້າໜ້າທີ່ ຜແນກຄຸ້ມຄອງ ບໍຣິຫານກວດກາສູນກາງ ພັກ ປະຊາຊົນປະຕິວັດລາວ ກ່າວຕໍ່ວິທຍຸເອເຊັຍ ເສຣີ ໃນວັນທີ 26 ເມສາ ວ່າ:
"ພວກເພິ່ນນີ້ກໍ່ຕ້ອງເຫັນແກ່ປໂຍດ ບ້ານເມືອງຫລາຍກວ່າ ຜົນປໂຍດຕົວເອງຫັ້ນນ່າ ປະຕິບັດໜ້າທີ່ແນວບໍ່ຖືກ ເຮົາຈ້ອງໄດ້ໃຊ້ມາຕການ ຈັບເຈົ້າໜ້າທີ່ຄົນນັ້ນ ຕົວນີ້ມັນກໍຈາກຂັ້ນສູງ ກ່ອນເນາະ ມາປົດຕົນເອງກ່ອນເນາະ ຈຶ່ງມາປົດຂັ້ນຕໍ່າ."
ທ່ານກ່າວຕື່ມວ່າ ເພື່ອສະກັດກັ້ນ ບໍ່ໃຫ້ການສໍ້ຣາດບັງຫລວງເພີ່ມຂຶ້ນ ເພື່ອເປັນການສ້າງ ບັນທັດຖານໃໝ່ ໃຫ້ກັບສັງຄົມ ຈຶ່ງເຫັນດີອອກ ມາຕການເຂັ້ມງວດ ໃນການສະກັດກັ້ນ ແລະ ປາບປາມການສໍ້ຣາດບັງຫລວງ ດ້ວຍການກຳນົດໃຫ້ ຜູ້ເປັນຫົວໜ້າ ໜ່ວຍງານຮັບຜິດຊອບ ຕໍ່ສິ່ງທີ່ເກີດຂຶ້ນ ໃນໜ່ວຍງານຂອງຕົນເອງ ດ້ວຍການຖືກປົດ ອອກຈາກຕໍາແໜ່ງ; ດັ່ງອະດີດເຈົ້າໜ້າທີ່ຫ້ອງວ່າການ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຍເສຣີ ວ່າ:
"ເອີແມ່ນແລ້ວ ອັນນັ້ນຖືກແລ້ວ ຖ້າເຈົ້າບໍ່ຮັບຜິດຊອບເຈົ້າປ່ອຍປະລະເລີຍ ມັນຢູ່ໃນຄວາມຮັບຜິດຊອບຂອງເຈົ້າໃດ໋ ກໍຕ້ອງໄດ້ຮັບຜິດຊອບ ນໍາກັນ ຕ້ອງຮັບຜິດຊອບນຳກັນຫັ້ນແຫລ້ວ ບໍ່ແມ່ນຊິເອົາແຕ່ຜູ້ນ້ອຍ ເພາະຢູ່ໃນຄວາມຮັບຜິດຊອບຂອງເຈົ້າ ແລະ ໜ່ວຍງານຂອງເຈົ້າເດ້."
ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ຢືນຢັນວ່າບັນຫານຶ່ງທີ່ສູນກາງພັກ ໃຫ້ຄວາມສຳຄັນ ແລະຈະຕ້ອງແກ້ໄຂໃຫ້ໄດ້ຢ່າງຮີບດ່ວນ ທີ່ສຸດ ຄືການແກ້ໄຂບັນຫາການສໍ້ຣາດບັງຫຼວງ ທີ່ເກິີດຂຶ້ນໃນທຸກຂັ້ນ ໂດຍສະເພາະແມ່ນທາງພາກຣັຖນັ້ນຍັງ ເປັນບັນຫາທີ່ສົ່ງຜົນກະທົບ ຕໍ່ຣັຖບານ ແລະ ຄວາມໝັ້ນຄົງຂອງປະເທດ.
ໃນປີ 2017 ຜ່ານມາຄນະກວດກາສູນກາງພັກ ຣາຍງານວ່າ ພະນັກງານຣັຖທົ່ວປະເທດ ມີສ່ວນພົວພັນກັບການສໍ້ຣາດບັງຫຼວງ ງົບປະມານ ຂອງຣັຖ ເຮັດໃຫ້ຣັຖສູນເສັຽເງິນໄປ 5,300 ຕື້ກີບ ໃນ 200 ໂຄງການ.
ສ່ວນທະນາຄານພັທນາເອເຊັຽ ປະເມີນວ່ານັບແຕ່ ປີ 2013 – 2017 ການສໍ້ຣາດບັງຫຼວງ ເຮັດໃຫ້ຣັຖ ເສັຽງົບປະມານ 700 ລ້ານໂດລາ ສະຫະຣັດ ໃນ 730 ໂຄງການ ແຕ່ມີພະນັກງານຖືກລົງໂທດພຽງ 200 ຄົນເທົ່ານັ້ນ ໃນໄລຍະ 5 ປີຜ່ານມາ.