ໂຄງການເງິນກູ້ດອກເບັ້ຽຕ່ຳ

ອະວາຣີ
2018.12.07
F-market ສິນຄ້າ ເຂົ້າປາອາຫານ ຕາມທ້ອງຕລາດ ຢູ່ລາວ
RFA

ໃນຫລາຍປະເທດ ທີ່ທຸກຍາກ, ເພື່ອພັທນາປະເທດຊາດ ໃຫ້ຈະເຣີນກ້າວໜ້າ ຣັຖບານມັກໃຊ້ນະໂຍບາຍ ໃຫ້ເງິນກູ້ຢືມດ້ວຍດອກເບັ້ຍຕ່ຳ ເປັນພິເສດໃຫ້ແກ່ປະຊາຊົນ ເພື່ອເຮັດທຸຣະກິດ ຂນາດນ້ອຍແລະຂນາດກາງ ຫລື SME.

ຜ່ານມາ ຣັຖບານກໍມີໂຄງການໃຫ້ເງິນກູ້ຢືມ ດອກເບັ້ຍຕ່ຳນັ້ນຢູ່ ໂດຍໄດ້ຮ່ວມມືກັບ ທະນາຄານກະສິກັມ ແລະທະນາຄານ ນະໂຍບາຍ ປ່ອຍເງິນກູ້ ດອກເບັ້ຍຕ່ຳໃຫ້ແກ່ປະຊາຊົນ ເປັນຕົ້ນຜູ້ທີ່ຢາກລົງທຶນຜລິດສິນຄ້າກະສິກັມ.

ແຕ່ນັກທຸຣະກິດຫລາຍຄົນກ່າວວ່າ ໂຄງການໃຫ້ເງິນກູ້ຢືມໃນລັກສນະນັ້ນຜ່ານມາ ລົ້ມເຫລວ ເພາະນັກທຸຣະກິດຫົວໃສ ສົມຮູ້ຮ່ວມຄິດກັບ ເຈົ້າໜ້າທີ່ທະນາຄານ ຢືມເງິນອອກໄປໝົດ ບາງຄົນກໍໄປລົງທຶນ ເຮັດທຸຣະກິດ ກະສິກັມແທ້ຢູ່ ແຕ່ບໍ່ໄດ້ຜົນ,

ຫຼາຍຄົນນຳເງິນໄປເຮັດທຸຣະກິດ ແນວອື່ນ ແຕ່ກໍບໍ່ໄດ້ຜົນເຊັ່ນກັນ. ນັກທຸຣະກິດເຈົ້າຂອງຮ້ານຂາຍເຟີນີເຈີຜູ້ນັ້ນ ທີ່ບໍ່ປະສົງບອກຊື່ ແລະສຽງ ກ່າວກັບວິທຍຸເອເຊັຍເສຣີ ອີກວ່າ:

“ແຕ່ກ່ອນ ທະນາຄານກະສິກັມ ໄດ້ປ່ອຍເງິນກູ້ໃຫ້ແກ່ປະຊາຊົນ ແຕ່ບໍ່ທັນກຸ່ມນັກທຸຣະກິດໃຫຍ່ໆ ພາກັນໄປຢືມອອກມາໝົດ ເວລາ ປະຊາຊົນທັມມະດາສາມັນໄປຢືມ ທະນາຄານເວົ້າວ່າ ບໍ່ມີແລ້ວເງິນໝົດແລ້ວ.”

ນັກທຸຣະກິດ ເຈົ້າຂອງໂຮງງານນ້ຳກ້ອນ ຢູ່ນະຄອນຫລວງວຽງຈັນ ກໍເວົ້າໃນທຳນອງດຽວກັນວ່າ:

“ເຂົາເອງໄດ້ຍິນຢູ່ວ່າ ກົມສົ່ງເສີມທຸຣະກິດຂນາດນ້ອຍແລະກາງ ປ່ອຍເງິນກູ້ດ້ວຍດອກ ເບັ້ຍຕ່ຳ ແຕ່ໄປບໍ່ທັນ ພີ່ນ້ອງລູກຫລານຂອງເຂົາ ເອົາໄປໝົດແລ້ວ.”

ຊາວລາວໃນເຂດຊົນນະບົດທ່ານນຶ່ງ ກ່າວກັບວິທຍຸເອເຊັຍເສຣີ ເມື່ອອາທິດນີ້ວ່າ:

"ຊາວລາວຜູ້ນີ້ເວົ້າວ່າ ເຂົາເອງມີແຜນເຮັດການຜລິດໃດນຶ່ງຢູ່ ແຕ່ຂາດເຂີນເງິນທຶນ ຖ້າຈະຢືມເງິນຈາກ ທະນາຄານເອກກະຊົນ ກໍບໍ່ມີຊັບສິນຄ້ຳປະກັນ ຖ້າອາໃສຢືມເງິນ ຈາກໂຄງການຂອງຣັຖບານ ກໍບໍ່ທັນເຂົາ."

ນັກທຸຣະກິດທັງສອງ ອະທິບາຍວ່າ ປັດຈຸບັນ ການປ່ອຍເງິນກູ້ຢືມດ້ວຍດອກຕ່ຳ ເພື່ອສົ່ງເສີມທຸຣະກິດຂນາດນ້ອຍແລະກາງນີ້ ບໍ່ມີແລ້ວ ລົ້ມເຫລວໝົດ; ດຽວນີ້ ຜູ້ໃດຢາກເຮັດທຸຣະກິດ ຂນາດໃດກໍຕາມ ກໍຕ້ອງຢືມເງິນຈາກທະນາຄານເອກກະຊົນຢ່າງດຽວ ຊຶ່ງເກັບດອກເບັ້ຍສູງ ສູງເຖິງ 13 ສ່ວນຮ້ອຍ ແລະ ກໍຕ້ອງມີຫລັກຊັບຄ້ຳປະກັນອີກ.

ອີງຕາມຂ່າວຂອງໜັງສືພິມວຽງຈັນທາມສ ຂອງທາງການລາວ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປລາວ ກ່າວໃນ ກອງປະຊຸມສະພາແຫ່ງຊາດ ເມື່ອວັນພຸດກ່ອນວ່າ ຜ່ານມາ ທະນາຄານການຄ້າ ຂອງຣັດ ໄດ້ປ່ອຍເງິນກູ້ທັງໝົດ ເກືອບ 14,000 ຕື້ກີບ ຫລື ປະມານ 1.5 ຕື້ ດອນລ່າສະຫະຣັດ ເພື່ອສົ່ງເສີມທຸຣະກິດ ຂນາດນ້ອຍແລະກາງ ຕົ6ວຢ່າງໄດ້ໃຫ້ເງິນກູ້ຢືມ ຫລາຍຕື້ກີບແກ່ບໍຣິສັດ ມັນຕົ້ນບໍຣິສັດນຶ່ງ ທີ່ລົ້ມເຫລວ. ນອກຈາກນັ້ນ ຍັງມີຫລາຍບໍຣິສັດ ທີ່ຢືມເງິນໄປ ແຕ່ເຮັດ ທຸຣະກິດບໍ່ໄດ້ຜົນ ຕົວຢ່າງບໍຣິສັດມັນຕົ້ນ ອິນໂດຊາຍນາ ໂຮງງານມັນຕົ້ນລາວວຽງ ຟາມແສງເດືອນ ແລະໂຄງການຄັງເຂົ້າ.

ໃນຕອນນຶ່ງ ທ່ານ ສອນໄຊ ສິດພະໄຊ ກ່າວຍອມຮັບວ່າ:

“ບັນດາບຸກຄົນແລະບໍຣິສັດສ່ວນຫລາຍ ທີ່ຢືມເງິນຈາກຣັຖບານໄປເຮັດທຸຣະກິດນັ້ນ ລົ້ມເຫລວ ບໍ່ສາມາດໃຊ້ໜີ້ຄືນໄດ້.”

ເຖິງບໍ່ໄດ້ຜົນປານນັ້ນກໍຕາມ ຣັຖບານລາວກໍຍັງຢາກສືບຕໍ່ໃຫ້ເງິນກູ້ຢືມ ແກ່ປະຊາຊົນເພື່ອສົ່ງເສີມທຸຣະກິດຂນາດນ້ອຍແລະກາງນັ້ນຢູ່. ເມື່ອຕົ້ນອາທິດນີ້ ທະນາຄານແຫ່ງ ສປປລາວ ຊຶ່ງເປັນທະນາຄານກາງຂອງຣັດ ໄດ້ສເນີນະໂຍບາຍ ຕໍ່ສະພາ ແຫ່ງຊາດ ວ່າທາງ ທະນາຄານ ສປປລາວ ຈະຢືມເງິນຈາກສະຖາບັນ ການເງິນຕ່າງປະເທດ ເປັນຕັ້ນຈາກທະນາຄານຈີນ ແລ້ວຈະໃຫ້ປະຊາຊົນຢືມຕໍ່ ເພື່ອນຳໄປເຮັດທຸຣະກິດ ຂນາດນ້ອຍແລະກາງ.

ບໍ່ພຽງແຕ່ທະນາຄານສປປລາວ ເທົ່ານັ້ນ ນາງເຂັມມະນີ ພົນເສນາ ຣັຖມົນຕຣີກະຊວງ ອຸດສາຫະກັມແລະການຄ້າ ກໍມີແຜນເຊັ່ນກັນ ແລະໄດ້ສເນີແຜນນັ້ນຕໍ່ ສະພາແຫ່ງຊາດ ໃນມື້ວັນພະຫັດທີ່ຜ່ານມາວ່າ:

“ເພື່ອສົ່ງເສີມທຸຣະກິດຂນາດນ້ອຍແລະກາງ ກະຊວງຈຶ່ງໄດ້ຕັ້ງກອງທຶນ ເພື່ອສນອງທຶນໃຫ້ SME ດ້ວຍຮູບການໃຫ້ກູ້ຢືມດອກເບັ້ຍຕ່ຳ ຜ່ານສະຖາບັນການເງິນ ການຄ້ຳປະກັນສິນເຊື່ອ ການຮ່ວມລົງທຶນ ແລະອື່ນໆ.”

ສອງມື້ຕໍ່ມາ ນາງ ສວນສວັນ ວິຢາເກດ ຄນະປະຈຳສະພາແຫ່ງຊາດລາວ ກໍໄດ້ກ່າວສລຸບມະຕິ ຂອງກອງປະຊຸມສະພາແຫ່ງຊາດນັ້ນວ່າ:

“11 ຄົ້ນຄວ້ານະໂຍບາຍ ສົ່ງເສີມແລະນຳໃຊ້ກອງທຶນສົ່ງເສີມ SME ໃຫ້ເປັນຮູບປະທັມ.”

ນາງວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດ ສເນີຄຳຄິດຄຳເຫັນໃນ ກອງປະຊຸມສະພາວ່າ:

“ນາງບໍ່ເຫັນດີນຳທະນາຄານກາງ ທີ່ຈະຢືມເງິນຈາກຈີນ ດ້ວຍດອກເບັ້ຍສູງ ແລ້ວເອົາມາປ່ອຍເງິນກູ້ດ້ວຍດອກເບັ້ຍຕ່ຳ ການກະທຳແບບນັ້ນ ຈະເຮັດໃຫ້ປະເທດລາວ ຕິດໜີ້ ຕ່າງປະເທດ ຊຶ່ງຫລາຍຢູ່ແລ້ວ ແຮ່ງຈະຫລາຍຂື້ນ ທາງທີ່ດີແລ້ວ ຣັຖບານຄວນຍຸຕິ ການຮົ່ວໄຫລ ຂອງ ການເກັບພາສີ ຣາຍໄດ້ຣາຍຮັບ ຈະດີກວ່າ.”

ເຊັ່ນດຽວກັນ ນັກທຸຣະກິດລາວທີ່ກ່າວມາຂ້າງເທິງນີ້ ລ້ວນແລ້ວເຊື່ອວ່າ ນະໂຍບາຍການປ່ອຍເງິນກູ້ ດ້ວຍດອກເບັ້ຍຕ່ຳ ຂອງທະນາຄານ ແຫ່ງ ສປປລາວ ກໍຈະເປັນໄປແບບເກົ່າ ຄືຈະມີຜູ້ ສວຍໂອກາດຢືມໄປແລ້ວ ບໍ່ເຮັດຫຍັງ ຫລືເອົາໄປເຮັດແນວອື່ນ ແລ້ວບໍ່ໄດ້ຜົນ ເງິນ ຈະບໍ່ເຖິງປະຊາຊົນ ທີ່ຢາກເຮັດທຸຣະກິດການຄ້າ ຂນາດນ້ອຍແລະຂນາດກາງ ຢ່າງແທ້ຈິງ; ສລຸບ ໂຄງການດັ່ງກ່າວ ກໍຈະລົ້ມເຫລວຄືເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.