ສປປລາວ ມີໜີ້ສິນ ມະຫາສານ

ສິດນີ
2017.12.21
F-kip ທະນາບັດ ເງິນກີບ ສປປລາວ
Public Domain

ການຕິດຫນີ້ສິນຕ່າງປະເທດ ຂອງສປປລາວ ເພີ້ມຂຶ້ນຢ່າງຫຼວງຫຼາຍ ໃນທຸກມື້ນີ້ ຈະໃຊ້ເວລາຫຼາຍປີ ໃນການໃຊ້ຫນີ້ດັ່ງກ່າວ ເປັນຕົ້ນໃນປີ 2016 ສປປລາວ ຕິດໜີ້ຕ່າງປະເທດເຖິງ 9076 ລ້ານໂດລາ ເພີ້ມຂື້ນ 986 ລ້ານໂດລາ ຈາກປີ 2015, ການຕິດຫນີ້ຕ່າງປະເທດ ຂອງ ຣັຖບານລາວ ໃນປີ 2016 ຈຳນວນ ດັ່ງກ່າວ ເກືອບເທົ່າກັບ ຍອດຜົລຜລິດຮ່ວມ ສປປລາວ 58.88% ເພີ້ມຂຶ້ນ 1.26% ຈາກປີ 2015. ອີງຕາມການລາຍງານຂອງ ທະນາຄານໂລກ.

ອິງຕາມສະຖິຕິຜ່ານມາ ການຕີດຫນີ້ຂອງ ຣັຖບານລາວ ໃນປັດຈຸບັນ ໂດຍສະເຣັ່ຽຕໍ່ຫົວຄົນປະມານ 1 ພັນ 378 ໂດລາຕໍ່ຄົນເພີ້ມຂຶ້ນຈາກ ປີ 2015 ຊຶ່ງໃນປີ 2015 ການຕິດຫນີ້ຂອງຣັຖບານລາວ ຕໍ່ຫົວຄົນປະມານຄົນລະ 1 ພັນ 246 ໂດລາ. ຖ້າທຽບໃສ່ ປີ 2006 ເພີ້ມຂື້ນ 132 ໂດລາຕໍ່ຫົວຄົນ ຊື່ງໃນປີນັ້ນ ສປປລາວ ຕິດຫນີ້ຕ່າງປະເທດ ໂດຍສະເຣັ່ຽຕໍ່ຫົວຄົນ ປະມານ ຄົນລະ 425 ໂດລາ.

ຖ້າທຽບໃສ່ຫລາຍປະເທດໃນໂລກ ຫລັງຈາກປີ 2006 ສປປລາວ ໄດ້ຕິດຫນີ້ຕ່າງປະເທດ ຫລາຍຂຶ້ນໃນບັນດາປະເທດ ຕິດຫນີ້ທັງຫລາຍ ໃນໂລກ ຊື່ງໃນ ປັດຈຸບັນ ສປປລາວ ຖືກຈັດຢູ່ໃນອັນດັບທີ 116 ໃນການຕິດຫນີ້ຕ່າງຊາດ ໃນສັດສວ່ນ GDP ແລະ ທີ 69 ໃນການ ຕິດຫນີ້ ໂດຍສເຣັ່ຽຕໍ່ຫົວຄົນ ໃນບັນດາ 184 ປະເທດໃນໂລກ.

ຣັຖບານລາວ ຕິດໜີ້ຫລາຍຂຶ້ນຢ່າງວ່ອງໄວ ທະນາຄານໂລກຣາຍງານວ່າ ເມື່ອປີ 2013 ຣັຖບານລາວຕິດໜີ້ ທັງໝົົດ 5 ຕື້ ຫລື 5,000 ລ້ານດອນລ່າ ສະຫະຣັຖ; ໃນທ້າຍປີນີ້ ຈະເພິ້ມຂຶ້ນເປັນ 9 ຕື້ດອນລ່າ ຫລາຍກວ່າຜົນຜລິດລວມ ພາຍໃນປະເທດ ຫລື ຈີດີພີ ແລະການ ຕິດຫນີ້ ໂດຍສະເຣັ່ຽຕໍ່ຫົວຄົນ ຈະຕົກຢູ່ປະມານຜູ້ນຶ່ງ 1 ພັນ 246 ໂດລາ ຊຶ່ງໃນປີ 2006 ມີແຕ່ຜູ້ນື່ງ 425 ໂດລາ ສຸງເຖິງ 58.58% ຂອງ GDP.

ນັກຊ່ຽວຊານທາງດ້ານການເງິນ ໃຫ້ຂໍ້ສັງເກດວ່າ ຣັຖບານລາວຕິດໜີ້ ຕ່າງປະເທດຫລາຍເກີນໄປ. ເມື່ອສອງປີກ່ອນ ຣັຖບານລາວ ເກືອບ ບໍ່ມີເງິນ ທີ່ຈະໃຊ້ໜີ້ຄືນຕາມຈຳນວນ ແລະກຳນົດເວລາ ເພາະຣັຖບານລາວ ຂາດເຂີນງົບປະມານ ຢ່າງໜັກທັງໆທີ່ ໃນປີທີ່ຜ່ານມາ ເສຖກິດ ຂອງລາວ ກໍຂຍາຍຕົວສູງເຖິງ 7 ສ່ວນຮ້ອຍ. ສຳຣັບໃນປີ 2018 ທະນາຄານໂລກ ຕີຣາຄາວ່າຣັຖບານລາວ ຈະປະສົບກັບຄວາມຫຍຸ້ງຍາກ ຫຼາຍຂຶ້ນທີ່ຈະໃຊ້ໜີ້ຄືນ. ສ່ວນທະນາຄານພັທນາເອເຊັຍ ໃຫ້ຂໍ້ສັງເກດວ່າຖ້າຣັຖບານ ສປປລາວ ຢືມເງິນຈາກຈີນ ຈຳນວນ 7.2 ຕື້ ດອນລ່າ ເພືື່ອສ້າງທາງຣົດໄຟ ຄວາມໄວສູງລາວ-ຈີນ ນັ້ນຕື່ມ ຣັຖບານລາວຈະຕິດໜີ້ຫຼາຍຂຶ້ນ ຫຼາຍກວ່າຜົນຜລິດລວມ ພາຍໃນປະເທດ ຫລື ຈີດີພີ ເຖິງ 1.1 ຕື້ດອນລ່າ ຊຶ່ງຕາມຫລັກເສຖສາດການເງິນແລ້ວ ເປັນໄປບໍ່ໄດ້ ທີ່ປະເທດນຶ່ງຈະຕິດໜີ້ ຫຼາຍເຖິງປານນັ້ນ. ກ່ຽວກັບການຕິດຫນີ້ ຕ່າງປະເທດ ນັກວິຊາການລາວ ທ່ານນຶ່ງ ໃຫ້ສຳພາດຕໍ່ເອເຊັຽເສຣີ ໃນຣະຍະທີ່ຜ່ານມາວ່າ:

ການຕິດຫນີ້ ຢ່າງຫລວງຫລາຍຂອງຣັຖບານ ເປັນຍ້ອນຫລາຍສາຍເຫດເປັນຕົ້ນ:

1-ເສຖກິດລາວຂຍາຍຕົວຊ້າລົງ ຍ້ອນຜົລພວງຈາກເສຖກິດໂລກທົດຖອຍ ແລະເສຖກິດໃນຂົງເຂດ. ລາຍຮັບການການທ່ອງທ່ຽວ ແລະການ ໃຫ້ສຳປະທານຕ່າງໆກໍຫຼຸດລົງ ແລະການສົ່ງອອກຂອງລາວ ກໍບໍ່ໄດ້ມາຕຖານ ການສົ່ງແຮ່ທາດ ແລະໄຟຟ້າ ໄປຂາຍຕ່າງປະເທດສ່ວນໃຫຍ່ ເປັນລາຍໄດ້ ຂອງນັກລົງທຶນ ບໍໍ່ແມ່ນຂອງຣັຖບານ ຍ້ອນອາຍຸການສຳປະທານ ໃນໂຄງການຕ່າງໆຍັງບໍ່ຫມົດເທື່ອ.

2- ການເກັບລາຍຮັບຂອງຣັຖບານ ເປັນຕົ້ນພາສີອາກອນ ການນຳເຂົ້າສິນຄ້າ ການສົ່ງອອກການໃຫ້ສຳປະທານ ໃນໂຄງການຕ່າງໆໃນລາວ ກໍມີການຮົ່ວໄຫລ ແລະຈົນເຮັດໃຫ້ລາຍໄດ້ ຂອງຣັຖ ຫລາຍລ້ານໂດລາ ບໍ່ເຂົ້າງົບປະມານ.

3- ການຂາດງົບປະມານ ແລະ ຂາດດູນການຄ້າ, ສປປລາວ ຂາດດູນການຄ້າ ກັບຫລາຍປະເທດໃນຂົງເຂດ ແລະໃນໂລກ ເປັນຕົ້ນກັບ ປະເທດໄທ ແລະວຽດນາມ ຮ່ວມດ້ວຍຈີນ ສປປລາວ ມີແຕ່ຊື້ສິນຄ້າ ຈາກປະເທດດັ່ງກ່າວ ຫຼາຍກວ່າການສົ່ງອອກ ຈຶ່ງເຮັດໃຫ້ມີການ ຕິດຫນີ້ ແລະການໃຊ້ຈ່າຍງົບປະມານ ເກີນກວ່າລາຍຮັບ ທີ່ຕົນມີ.

4-ການສໍ້ຣາສບັງຫລວງໃນລາວ ເປັນບັນຫາທີ່ ຣັຖບານລາວ ຂາດລາຍໄດ້ ຈາກການສຳປະທານຕ່າງໆໃນລາວ ສຸດທ້າຍແມ່ນ ສປປລາວ ບໍ່ມີອຸດສາຫະກັ ຂນາດໃຫຍ່ເພື່ອຜລີດ ສິນຄ້າສົ່ງອອກ ດັ່ງທີ່ຫລາຍປະເທດເຂົາມີ ເພື່ອສ້າງລາຍຮັບ ໃຫ້ແກ່ ປະເທດຊາດ.

ໃນທາງຕົງກັນຂ້າມ ຣັຖບານລາວ ກໍເລັ່ງລັດໃນການພັທນາສ້າງສາຖນົນຫົນທາງ ໂຮງຫມໍ ໂຮງຮຽນ ສາທາຣະນຸປະໂພກ ປະເພດຕ່າງໆ ເພື່ອຍົກຮະດັບ ຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ດີຂຶ້ນ ຊື່ງງົບປະມານ ໃນການສ້າງສາ ແລະພັທນາດັ່ງກ່າວ ສ່ວນໃຫຍ່ແມ່ນເງິນກູ້ ຈາກຕ່າງປະເທດ ຫລື ຈາກທະນາຄານໂລກ ທະນາຄານພັທນາ ເອເຊັຽ ແລະຈາກອົງກອນ ຕ່າງໆໃນໂລກ.

ນັກວິເຄາະເວົ້າວ່າ ການຕີດຫນີ້ຕ່າງປະເທດຂອງຣັຖບານລາວ ຢ່າງຫຼວງຫຼາຍ ໃນປັດຈຸບັນອາດເຮັດໃຫ້ເກີດເຫດວິກິດ ທາງດ້ານການເງິນ ໃນລາວ ໃນອະນາຄົດ ກໍເປັນໄດ້. ກອງທຶນສາກົນ ຫລື IMF ລາຍງານວ່າການຕິດຫນີ້ ຕ່າງປະເທດສຸງ ໃນລາວ ຈາກຂັ້ນກາງ ມາເປັນ ຂັ້ນສູງ ໃນຣະຍະຫລັງໆມານີ້ ສ່ວນໃຫຍ່ ແມ່ນຢືມມາສ້າງ ໂຄງການພື້ນຖານ ແລະການພັທນາ ເສຖກິດ ປະເພດຕ່າງໆໃນລາວ ໃນນັ້ນ ຮ່ວມດ້ວຍການລົງທຶນຮ່ວມ ໃນການສ້າງເຂື່ອນໄຟຟ້າ ການສ້າງເສັ້ນທາງຣົດໄຟ ຄວາມໄວສູງ ລາວ-ຈີນ ຊຶ່ງການກູ້ຢືມ ໃນບາງໂຄງການ ດອກເບັ້ຍສູງກວ່າ ທີ່ຄາດໃວ້ ຍ້ອນຂາດສິ່ງຄ້ຳປະກັນ.

ເຈົ້າຫນ້າທີ່ລາວ ຍອມຮັບ ການຕິດຫນິ້ສູງຂອງຣັຖບານ ໃນທຸກມື້ນີ້ ກະຊວງການເງິນຂອງ ສປປລາວ ຈຶ່ງໄດ້ອອກບັນທະບັດ ຂາຍເປັນ ເງິນບາດໃນຕລາດຫຸ້ນໄທ ເປັນຈຳນວນ 419 ລ້ານໂດລາ ເມື່ອເດືອນຕຸລາ ຜ່ານມາ ຊື່ງໃນຈຳນວນເງິນດັ່ງກ່າວ ເຄີ່ງນື່ງ ແມ່ນມາໃຊ້ຫນີ້ ຕ່າງປະເທດ ແລະສ່ວນເຫລືອ ແມ່ນເອົາມາພັທນາໂຄງຮ່າງພື້ນຖານໃນລາວ.

ການເພີ້ມຂຶ້ນຂອງລາຍຮັບ ພາຍໃນປະເທດ ຕ້ອງມີການຄວບຄຸມຫນີ້ສິນຂອງຣັຖບານ ໄປພ້ອມກັນ, ດັ່ງນັ້ນ ໃນເດືອນທີ່ຜ່ານມາ ນາຍົກ ຣັຖມົນຕຣີລາວ ທ່ານທອງລຸນ ສີສຸລິດ ຈຶ່ງໄດ້ອອກຄຳສັ່ງ ໃຫ້ກະຊວງການເງິນ ປັບປຸງການກວດກາ ການເກັບລາຍໄດ້ຂອງຣັຖ ໃຫ້ມີ ປະສິດທິພາບ ໃນນັ່ນຮ່ວມດ້ວຍການເກັບພາສີ ແລະລາຍຮັບຈາກຜແນກການ ຫົວຫນ່ວຍເສຖກິດ ປະເພດຕ່າງໆຂອງຣັຖບານ ຊຶ່ງລາຍໄດ້ ຈາກການເກັບພາສີ ຂອງທາງການລາວ ໃນຣະຍະທີ່ຜ່ານມາ ໄດ້ຫຼຸດລົງຈາກ 15.8% ຂອງ GDP ໃນປີ 2013 ມາເປັນ 14.3% ໃນປີ ຜ່ານມາ.

ທ່ານ ທອງລຸນ ໄດ້ປະກາດໃຫ້ມີການຂຍາຍ ການຄ້າຂາຍໄປໃນຫຼາຍປະເທດ ໃນອະນາຄົດ ບໍ່ແມ່ນຈະອາສັຍແຕ່ຄ້າຂາຍ ກັບປະເທດທີ່ ເຄີຍມີມາໃນອະດີດ ດັ່ງ, ຈີນ, ໄທ ແລະວຽດນາມ ໃຫ້ຮ່ວມຄ້າຂາຍ ກັບປະເທດຂົງເຂດ ທີ່ຮັ່ງມີນຳອີກ.

ແຕ່ເຖີງຢ່າງໃດກໍຕາມ ທາງການລາວ ມີເປົ້າຫມາຍຈະພັທນາຍົກຣະດັບ ການເຕີບໂຕ ທາງດ້ານເສຖກິດ ໃຫ້ໄດ້ຢ່າງນ້ອຍ 7-8% ໃນ ປີຫນ້າ ດ້ວຍການສົ່ງເສີມ ການລົງທຶນພາຍໃນ ແລະຈາກຕ່າງປະເທດ ໃຫ້ຫລາຍຂຶ້ນ ໃນທຸກຂແນງທຸຣະກິດ ເປັນຕົ້ນ ການກະສິກັມ ລ້ຽງສັດ ຜລິດສິນຄ້າເພື່ອສົງອອກ ຍົກຣະດັບການທ່ອງທ່ຽວ ແລະທຸຣະກິດທ້ອງຖິ່ນ ໃຫ້ຫລາຍຂຶ້ນ ຮ່ວມດ້ວຍການປະຢັດມັທຍັດ ພາຍໃນ ແຕ່ພາກປະຕິບັດຕົວຈິງນັ້ນ ຈະເປັນຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.