ຣາຍໄດ້ເຂົ້າຣັຖຂາດຫລຸດຍ້ອນ ຄົນທຸຈຣິດ
2013.08.21
ການຄຸ້ມຄອງຊັພສິນຂອງຣັຖ ທີ່ຂາດຄຸນນະພາບ ແລະ ມີການສໍ້ໂກງພາຍໃນ ເຮັດໃຫ້ ຣັຖບາລລາວ ສູນເສັຍຣາຍຮັບ ໃນສົກ ງົບປະມານ ປີນີ້ 70 ກວ່າ ລ້ານໂດລາ ສະຫະຣັດ.
ເຈົ້າໜ້າທີ່ຂັ້ນສູງ ກະຊວງການເງິນ ຂອງລາວ ຜູ້ບໍ່ປະສົງອອກຊື່ ທ່ານນຶ່ງ ເປີດເຜີຍ ຕໍ່ຜູ້ສື່ຂ່າວ ເອເຊັຍເສຣີ ເມື່ອມໍ່ໆມານີ້ວ່າ ການຄຸ້ມຄອງ ຊັບສິນຂອງຣັຖ ທີ່ຂາດ ປະສິດທິພາບ ໃນຂະນະທີ່ ການສໍ້ຣາສ ບັງຫລວງ ໃນວົງການ ຣັຖບາລລາວ ກໍຫຼາຍຂຶ້ນນໍາ ເລື້ອຍໆ ເຮັດໃຫ້ຣັຖ ສູນເສັຍຣາຍຮັບເຂົ້າງົບປະມານ ສົກປີ 2012-2013 ທີ່ຈະສິ້ນສຸດລົງ ໃນທ້າຍເດືອນ ກັນຍາ 2013 ນີ້ ເປັນມູນຄ່າ 534 ຕື້ກວ່າກີບ ຫລື 70 ກວ່າລ້ານ ໂດລາ ສະຫະຣັດ.
ການເກັບຄ່າ ສໍາປະທານ ແລະ ຄ່າທໍານຽມຕ່າງໆ ກ່ຽວກັບທີ່ດິນ ແລະປ່າໄມ້ໃນ 6 ເດືອນ ຕົ້ນສົກປີນີ້ ສາມາດປະຕິບັດ ໄດ້ພຽງ 36% ເທົ່ານັ້ນ ແລະຣາຍຮັບຈາກ ການໃຫ້ສໍາປະທານ ຂຸດຄົ້ນແຮ່ທາດ ກໍຫລຸດລົງເຖິງ 368 ຕື້ກີບ ເມື່ອ ທຽບໃສ່ ຣະຍະດຽວກັນ ຂອງ ສົກປີ ຜ່ານມາ. ດັ່ງນັ້ນເຈົ້າໜ້າທີ່ທ່ານນີ້ ຈຶ່ງຄາດວ່າແຜນການງົບປະມານສົກປີ 2012-2013 ນີ້ ຣັຖບາລລາວ ຈະເກັບຣາຍຮັບ ໃນພາກສ່ວນນີ້ ບໍ່ໄດ້ເກີນ 1,246 ຕື້ ກີບ ຫລືເທົ່າກັບ 70% ຂອງແຜນການ ທີ່ວ່າຈະໃຫ້ໄດ້ ບໍ່ໜ້ອຍກວ່າ 1,780 ຕື້ ກີບ ຫລື 235 ລ້ານ ໂດລາ ສະຫະຣັດ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຄະນະກວດສອບ ແຫ່ງຣັຖ ທ່ານນຶ່ງ ເວົ້າວ່າ ຜູ້ທີ່ເຮັດໃຫ້ຣັຖ ສູນເສັຍຣາຍຮັບ ຫລາຍທີ່ສຸດນັ້ນ ແມ່ນພາກສ່ວນ ທີ່ກ່ຽວຂ້ອງ ກັບການແປງ ສິນຊັບເປັນທຶນ ທີ່ຊ່ວຍພວກ ທຸຣະກິດເອກກະຊົນ ຫລົບຫລີກ ຫລືຫລີກລ້ຽງການຊໍາຣະພາສີ ແລະຄ່າທໍານຽມ ຕ່າງໆ ແບບຖືກຕ້ອງ ຕາມກົດໝາຽ ໂດຽສະເພາະ ແມ່ນການປະເມີນ ຄ່າສໍາປະທານ ທີ່ດິນ, ປ່າໄມ້ ແລະການຂຸດຄົ້ນ ແຮ່ທາດ ຕໍ່າກວ່າ ຄວາມເປັນຈິງ ອັນເປັນບັນຫາ ຫຼາຽທີ່ສຸດ ຢູ່ລາວ ປັດຈຸບັນ.