ການອອກໃບຕາດິນຢູ່ ນະຄອນຫຼວງ

ໄຊຍາ
2018.10.17
f-land ສະຖານີ ຣົດໂດຍສານ ໂຊກປະເສີດ ຕິດກັບພື້ນທີ່ດິນ ຂອງຊາວບ້ານພອນໄຊ ທີ່ຕ້ອງຍ້າຍອອກ ຊຶ່ງບໍຣິສັດ ດວງປະເສີດ ເປັນເຈົ້າຂອງ ທັງໝົດ
RFA/NY

ພະນັກງານອອກໃບຕາດິນຂັ້ນເມືອງ ໃນນະຄອນຫຼວງວຽງຈັນ ກົດໜ່ວງເອກສານ ຄຳຮ້ອງຂໍອອກໃບຕາດິນ ຖາວອນ ຂອງປະຊາຊົນໃນ 9 ຕົວເມືອງ ຮວມແລ້ວ 5 ພັນສຳເນົາສຳນວນ ໂດຍບໍ່ສົ່ງຂຶ້ນມາໃຫ້ ຂແນງຊັພຍາກອນທັມຊາດ ນະຄອນຫຼວງ ວຽງຈັນ ເຖິງແມ່ນວ່າ ເຈົ້າໜ້າທີ່ຈະລົງໄປສຳຣວດ ວັດແທກປັກຫຼັກໝາຍ ແລ້ວກໍ່ຕາມ. ດັ່ງ ທ່ານ ບຸນທາມ ທັມມະວົງສາ ຫົວໜ້າຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ກ່າວວ່າ:

"ທາງເບື້ອງພະນັກງານເຮົານີ້ ກໍ່ມີຊ່ອງຫວ່າງ ມີພະນັກງານຈຳນວນນຶ່ງ ກໍ່ບໍ່ມີຄວາມເຂັ້ມຂຸ້ນ ໃນການປະຕິບັດໜ້າທີ່ ວິຊາສະເພາະ ເປັນຕົ້ນວ່າ ເລາະລົງໄປສຳຣວດ ວັດແທກ ປັກຫຼັກໝາຍ ປະກອບສຳນວນສຳເນົາ ຕອນດິນ ແລ້ວກໍ່ຍັງບໍ່ມີ ຄວາມກະຕືລືລົ້ນ ນຳເອົາ ສຳນວນສຳເນົາ ໃບຕາດິນ ຂຶ້ນມານະຄອນຫຼວງ ພ້ອມກັນແຕ້ມຕອນດິນ ພ້ອມກັນອອກ ອະນຸຍາດແລ້ວຈຶ່ງເຊັນ ໃບຕາດິນອອກ ແລະ ນີ້ກໍ່ເປັນການຊັກຊ້າ."

ທ່ານກ່າວຕື່ມວ່າ ໂຕນີ້ກໍເຫັນວ່າເປັນສ່ວນນຶຶຶ່ງ ທີ່ເຮັດໃຫ້ປະຊາຊົນ ທີ່ໄດ້ຈ່າຍຄ່າທຳນຽມແລ້ວ ຢູ່ຂັ້ນເມືອງ ປະກອບເອກສານ ຄົບຖ້ວນແລ້ວ ແຕ່ວ່າບໍ່ເຫັນທາງເບື້ອງ ຂແນງຊັພຍາກອນທັມມະຊາດ ຂອງພວກເຮົານີ້ເຊັນ ໃບຕາດິນອອກມາຈັກເທື່ອ ຊຶ່ງມີການຖ່ວງທາວ ຂື້ນມາ ພາຍຫຼັງສອບສວນແລ້ວ ເຫັນວ່າໄປຕົກຄ້າງຢູ່ຂັ້ນເມືອງ ຢ່າງຫຼວງຫຼາຍ ເຮັດໃຫ້ຊັກຊ້າ ລວມແລ້ວຢູ່ ນະຄອນຫຼວງວຽງຈັນ 9 ເມືອງ ນີ້ 4 ເມືອງໃນແທ້ ກໍ່ບໍ່ຫຼາຍ ແຕ່ວ່າ 5 ເມືອງ ທີ່ຢູ່ຊານເມືອງ ຂອງນະຄອນຫຼວງ ນີ້ເຊັ່ນ ເມືອງຫາດຊາຍຟອງ, ເມືອງປາກງື່ມ ເມືອງໄຊທານີ ເມືອງນາຊາຍທອງ ເມືອງສັງທອງ ຮວມກັນກໍ່ປະມານ 5 ພັນສຳເນົາສຳນວນ ທີ່ມີວິຊາການສຳຫຼວດວັດແທກ ຮຽບຮ້ອຍແລ້ວ ແຕ່ບໍ່ເອົາ ຂຶ້ນມາ ອັນນີ້ເປັນບັນຫາກົດໜ່ວງ ປະຊາຊົນ ເຈົ້າຂອງດິນ ສອງປີ ສາມປີ ກໍ່ບໍ່ໄດ້ໃບຕາດິນເທື່ອ. ເຊີ່ງກໍຣະນີນີ້ ປະຊາຊົນ ຕັ້ງເປັນບັນຫາ ຖາມຂຶ້ນມາ.

ການກົດໜ່ວງທີ່ເກີດຂຶ້ນຈາກພຶດຕິກັມ ຂອງພະນັກງານທັງເຈດຕະນາ ແລະ ບໍ່ເຈດຕະນາ ເພາະບາງເທື່ອ ພະນັກງານຮັບມາ ດ້ວຍຄວາມ ບໍຣິສຸດ ໃຈວ່າ ຂານອາສາ ຊ່ອຍປະຊາຊົນ ໃນຖານະວ່າ ປະຊາຊົນ ເຂົາບໍ່ມີເງື່ອນໄຂ ມາແລ່ນພົວພັນເອົາເອງ ແຕ່ເມື່ອຮັບມາແລ້ວ ມັນ ຊໍ້າພັດມາຄ້າງຢູ່ຂອດ ບໍຣິການ.

ເຖີງແນວໃດກໍ່ຕາມ ພະນັກງານທີ່ດິນທີ່ຖ່ວງດຶງ ສຳນວນເອກສານ ຂໍອະນຸຍາດອອກໃບຕາດິນ ຂອງປະຊາຊົນໄດ້ຖືກກວດກາ ແລະຖືກ ປະຕິບັດວິນັຍ ຫຼາຍຄົນ ນັບແຕ່ສຶກສາອົບຮົມໄປ ຈົນຮອດປົດຕຳແໜ່ງ 20 ປາຍຄົນ ນອກຈາກນີ້ ຍັງໄດ້ ບັນທຶກໄວ້ ໃນປວັດຣັຖກອນ ຖ້າຫາກຜິດຊໍ້າ ຈະຖືກປົດຕຳແໜ່ງ ອອກຈາກຣັຖກອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.