ລາວຂາດແຮງງານ ທີ່ຊໍານານງານ
2013.07.29

ສປປ ລາວ ຂາດເຂີນຄົນງານໂດຍສະເພາະຄົນງານ ທີ່ມີວິຊາຊີພ ສຳລັບວຽກງານໃນໂຮງຈັກໂຮງງານ. ດັ່ງທ່ານ ອຸເດດ ສຸວັນນະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກັມ ແຫ່ງຊາດລາວ ກ່າວຕອນນຶ່ງວ່າ:
“ແຮງງານລາວນີ່ ກໍຍັງມີ ບັນຫາຢູ່ ສະເພາະແລ້ວ ຫ່ັນ ແມ່ນວ່າ ແຮງງານ ພວກເຮົານີ້ ເຫລືອບໍ່ພໍນໍ ແຮງງານ ທີ່ມີທັສນະ ເພື່ອເຂົ້າ ໂຮງຈັກ ໂຮງງານນີ້ ພວກເຮົາ ບໍ່ຢາກມີ ເທົ່າໃດ ເພາະວ່າຣະບົບ ການສຶກສາ ໃນເມື່ອກ່ອນ ພວກເຮົານີ່ ມັນສົ່ງເສີມ ໃຫ້ຄົນໄປເຂົ້າ ມະຫາວິທຍາໄລ ຫລາຍໂພດ ການສຶກສາ ຣະດັບ ວິຊາຊີພ ດ້ານ ການຊ່າງນີ້ ມີໜ້ອຍ.”
ປັດຈຸບັນ ຍ້ອນຂາດເຂີນ ຄົນງານ ເຂດເສຖກິດ ພິເສດ ການກໍ່ສ້າງ ແລະ ການປູກພືດ ອຸດສາຫະກັມ ການຄ້າໃຫຍ່ໆຢູ່ລ່າວ ຈຳເປັນ ຕ້ອງນຳເອົາ ຄົນງານ ຕ່າງປະເທດ ເຂົ້າມາ ຊຶ່ງ ສ່ວນຫລາຍ ກໍແມ່ນ ຄົນຈີນ ແລະ ວຽດນາມ. ຊາວລາວ ຫລາຍຄົນ ຄິດວິຕົກກັງວົນ ກ່ຽວກັບ ການເຂົ້າມາ ຂອງຄົນງານ ຈີນແລະວຽດນາມ. ຊາວລາວ ຄິດຢ້ານວ່າ ພວກເຂົາຈະບໍ່ມີວຽກເຮັດງານທຳ ບາງຄົນຄິດວ່າ ຢ້ານລາວ ຈະກາຍເປັນ ເມືອງຈີນ ຫລື ເມືອງວຽດນາມ. ບາງຄົນ ຄິດຢ້ານວ່າ ຖ້າເຖິງເວລາ ເປີດປະຊາຄົມ ເສຖກິດ ອາຊຽນ ແລ້ວ ຄົນລາວ ແຮ່ງ ຈະບໍ່ມີ ວຽກເຮັດ ງານທຳ ເພາະບໍ່ສາມາດ ແຂ່ງຂັນ ກັບ ຄົນຕ່າງດ້າວໄດ້.
ນັກເສຖສາດ ຕ່າງປະເທດ ຫລາຍຄົນ ສົງສັຍວ່າ ສປປລາວ ຂາດເຂີນ ຄົນງານ ແຕ່ເປັນຫຍັງ ຊາວໜຸ່ມລາວ ຫລາຍແສນຄົນ ຈຶ່ງຍັງຂ້າມ ໄປເຮັດວຽກ ຢູ່ປະເທດໄທ ແລະ ປະກົດວ່າ ຫລາຍຄົນ ເຮັດວຽກຢູ່ ໂຮງຈັກໂຮງງານ. ເປັນຫຍັງໄວລຸ້ນລາວຈຶ່ງບໍ່ເຮັດວຽກ ຢູ່ໃນ ປະເທດ ຂອງຕົນ?