ລາວປັບປຸງສິ່ງແວດລ້ອມ ການເຮັດ ທຸຣະກິຈ
2013.11.04

ລາຍງານກຸ່ມ ທະນາຄານໂລກ ກ່ຽວກັບການເຮັດທຸຣະກິດ ປີ 2014 ໃນ 189 ປະເທດ ໃນທົ່ວໂລກ ລະບຸວ່າ ສປປ ລາວ ໄດ້ປັບປຸງສິ່ງ ແວດລ້ອມການເຮັດ ທຸຣະກິດດີຂຶ້ນ ໂດຍເຮັດໃຫ້ ການຄ້າຂາຍຂ້າມ ຊາຍແດນ ສະດວກສະບາຍຂຶ້ນ ແລະ ຫລຸດອັດຕຣາ ພາສີລາຍໄດ້ ຂອງບໍຣິສັດລົງ. ລາຍງານວ່າໂດຍສົມທຽບເວລາກັບຄ່າໃຊ້ຈ່າຍ ສໍາ ລັບນັກລົງທຶນພາຍໃນປະເທດ ທີ່ຕ້ອງເຮັດແລະຍື່ນເອກກະສານຕາມ ລະບຽບຫລັກການໃຫ້ແລ້ວນັ້ນ, ກຸ່ມທະນາຄານໂລກ ຈັດ ສປປລາວ ຢູ່ໃນອັນດັບ ທີ່ 159 ໃນຈໍານວນ 189 ປະເທດ.
ໝາຍຄວາມວ່າດີຂຶ້ນນ້ອຍນຶ່ງເມື່ອທຽບກັບປີຜ່ານມາຊຶ່ງລາວຖືກຈັດຢູ່ ໃນອັນດັບ 163 ແຕ່ວ່າລາວຍັງລ້າຫລັງປະເທດຄູ່ແຂ່ງ ໃນພູມີພາຄ.
ມາດາມ Keiko Miwa ຜູ້ຈັດການທະນາຄານໂລກປະຈໍາລາວກ່າວ ວ່າ ກຸ່ມທະນາຄານໂລກ ໄດ້ເຮັດວຽກຮ່ວມກັບລາວ ໃນການປະຕິ ຮູບລະບຽບກົດໝາຍການຄ້າແລະທຸຣະກິດໄດ້ຫລາຍປີພໍສົມຄວນ ແລະວ່າ ພວກທ່ານມີຄວາມດີໃຈ ທີ່ໄດ້ເຫັນຄວາມຄືບໜ້າ ບາງຢ່າງຈາກຄວາມພຍາຍາມ ທີ່ກ່າວມາໃນລາຍງານ ການເຮັດທຸຣະກິດສໍາລັບປີນີ້.
ໃນຂນະດຽວກັນ ເປັນທີ່ຊັດແຈ້ງຢູ່ແລ້ວວ່າ ຕ້ອງປັບປຸງຂອບເຂດຄວາມສາມາດ ຢ່າງຫລວງຫລາຍ ເພື່ອປົກປ້ອງຜົນປໂຍດຂອງນັກລົງທຶນ ເຊັ່ນວ່າ: ຈັດຕັ້ງຂອບຂອງການລົ້ມລະລາຍຂອງທຸຣະກິດ ແລະເພີ້ມຄວາມໂປ່ງໃສ ໃນບັນຍາກາດ ການລົງທຶນ.