IFC ຊ່ອຍປັບປຸງຣະບົບເງິນກູ້ ໃນລາວ


2014.01.30
F-IFC ອົງການ ການເງິນນານາຊາຕ ເຄື່ອຂ່າຍ ທະນາຄານ ໂລກ
IFC

 

ສະຖານບັນການເງີນ IFC ຊື່ງເປັນສາຂາຂອງທະນາຄານໂລກ ໄດ້ ຊ່ອຍປັບປຸງຣະບົບການໃຫ້ເງີນກູ້ແກ່ທຸຣະກິດຂນາດກາງ ແລະຂນາດ ນ້ອຍໃນລາວໂດຍການຊ່ອຍໃຫ້ ກະຊວງການເງິນຂອງລາວໃນການ ໃຊ້ສີນຊັບທີ່ເຄື່ອນ ຍ້າຍໄດ້ມາຄໍ້າປະກັນ ໃນການກູ້ຢືມເງິນ.

ຢູ່ ສປປລາວ ທຸຣະກິດຂນາດກາງແລະຂນາດນ້ອຍສ່ວນຫລາຍຈະ ບໍ່ມີສິນເຊື່ອ ດັ່ງເປັນເຈົ້າຂອງ ທີ່ດິນຕຶກອາຄານ ເປັນຂອງຕົນເອງ ຈຶ່ງເປັນການຍາກທີ່ຈະໃຊ້ຄໍ້າປະກັນ ການຢືມເງິນ ຈາກທະນາຄານ ມາດໍາເນີນ ທຸຣະກິດ. ຖ້າທະນາຄານຫາກຮັບສິນຊັບປະເພດເຄື່ອງ ຈັກ ຜົລລະປູກ ແລະອຸປກອນຕ່າງໆ ຮ່ວມທັງສັດລ້ຽງ ມາເປັນການ ຄໍ້າປະກັນໃນການຢຶມເງິນໄດ້ ທຸຣະກິດຂນາດກາງແລະຂນາດນ້ອຍ ໃນລາວ ກໍຈະສາມາດ ຢຶມເງີນມາຂຍາຍກິຈການ ໄດ້.

ທ່ານ ພິດທະສອນ ຈັນທະຫນອມ ເອກອະທິບໍດີຫ້ອງການຈັດການ ສິນຊັບແຫ່ງຣັຖ ກະຊວງການເງີນ ສປປລາວ ກ່າວວ່າການຢືມເງິນ ເປັນບັນຫາທ້າທາຍລາຍໃຫຍ່ຂອງທຸຣະກິດຂນາດກາງ ແລະຂນາດ ນ້ອຍໃນລາວທີ່ກຳລັງປະເຊີນຢູ່ໃນເວລານີ້. ການໃຊ້ສິນຊັບທີ່ສະຖາ ບັນການເງີນ IFC ສເນີເປັນການແກ້ໄຂບັນຫາເງິນກູ້ ຂອງກຸ່ມດັ່ງ ກ່າວ ໄດ້ຢ່າງມີ ປະສິດທິພາບ ຈະເຮັດໃຫ້ ການພັທນາ ຣະບົບ ເງິນກູ້ໃນລາວ ໃຫ້ໄດ້ມາຕຖານ ຫລາຍຂື້ນໃນອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.