ກອງທຶນການເງິນ ລະຫວ່າງປະເທດ ລະບຸວ່າເສຖກິຈລາວ ຍັງບໍ່ຟື້ນໂຕດີ
2023.02.15

ຄະນະຜູ້ແທນກອງທຶນການເງິນ ລະຫວ່າງປະເທດ ຫລື International Monetary Fund (IMF) ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງວັນທີ 26 ມົກກະຣາ ຫາ ວັນທີ 8 ກຸມພາ 2023 ນີ້ ເພື່ອປະເມີນເສຖກິຈມະຫາພາກ ຂອງປະເທດລາວ ປະຈຳປີ 2022 ຕາມພັນທະຂອງປະເທດ ສະມາຊິກກອງທຶນການເງິນ ລະຫວ່າງປະເທດ.
ໂດຍຄະນະຜູ້ແທນກອງທຶນ ການເງິນລະຫວ່າງປະເທດ ເຫັນວ່າປະເທດລາວ ຈະຕ້ອງເຫນັ້ນຫນັກ ທີ່ຈະແກ້ໄຂບັນຫາຕ່າງໆ ໃຫ້ເປັນຮູບປະທັມຫຼຼາຍຂຶ້ນ ທັງການພັທນາເສຖກິຈ, ການເງິນພາກຣັຖ, ນະໂຍບາຍເງິນຕຣາ, ອັດຕຣາເງິນເຟີ້ ແລະ ອັດຕຣາແລກປ່ຽນ.
ດັ່ງເຈົ້າຫນ້າທີ່ ທະນາຄານພັທນາ ເອເຊັຽ ປະຈຳລາວ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 15 ກຸມພາ ນີ້ວ່າ:
“ຂະເຈົ້າມາເບິ່ງໃນເຣື່ອງເສຖກິຈ ພາບລວມຫັ້ນນ່າ ການອ່ອນຄ່າຂອງອັດຕຣາ ແລກປ່ຽນ ມັນມີຜົນກະທົບ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນພໍສົມຄວນ ໃນແງ່ຂອງໂຕເລກ ເຂົາກຍັງເວົ້າຢູ່ຫັ້ນແຫລະ ກາເອີ້ນວ່າລະດັບຫນີ້ສິນ ຍັງສູງຫັ້ນນ່າຂໍ້ຈຳກັດ ກາຍັງກ່ຽວກັບພາກຣັຖນີ້ແຫລະ ຄິດວ່າທາງຈີນ ກໍຈະໃຫ້ການຍົກເວັ້ນ ຫລື ການເລື່ອນການສຳລະ.”
ທ່ານກ່າວຕື່ມວ່າ ເຣື່ອງທີ່ຄະນະຜູ້ແທນກອງທຶນ ການເງິນລະຫວ່າງປະເທດ ເປັນຫ່ວງ ແລະກັງວົນຫລາຍແມ່ນການແກ້ໄຂ ສະພາບຫນີ້ສິນ ຂອງປະເທດທີ່ມີຈຳນວນຫລາຍເກີນໄປ ຈົນບໍ່ສາມາດສຳລະຫນີ້ສິນທັງເງິນຕົ້ນ ແລະດອກເບັ້ຽ ໄດ້ຕາມແຜນການເປັນຕົ້ນ ປະເທດຈີນ ຊຶ່ງຈະເຮັດໃຫ້ປະເທດລາວ ຂາດຄວາມຫນ້າເຊື່ອຖື ທີ່ອາດສົ່ງຜົນກະທົບ ຕໍ່ການລົງທຶນໃນປັັດຈຸບັນ ແລະ ອະນາຄົດ.
ມາຮອດປັດຈຸບັນນີ້ ຫນີ້ສິນຂອງປະເທດລາວ ຢູ່ໃນລະດັບ 89% ຂອງ GDP ຫລື ປະມານ 14 ຕື້ປາຍໂດລ້າຣ໌ ສະຫະຣັຖ ອີງຕາມການຣາຍງານ ຂອງທະນາຄານໂລກປີ 2022. ນອກຈາກນີ້ ຣັຖບານລາວຕ້ອງພະຍາຍາມ ທີ່ຈະຄຸ້ມຄອງການຈັດເກັບ ລາຍຮັບ ເຂົ້າງົບປະມານ ໃຫ້ໄດ້ຕາມແຜນການ ແລະປາບປາມເຣື່ອງການສໍ້ຣາສ ບັງຫລວງຂອງພະນັກງານ ພັກ-ຣັຖ ເພື່ອປ້ອງກັນການຮົ່ວໄຫຼ ຂອງງົບປະມານ.
ອາຈານ ສອນດ້ານເສຖກິຈ-ການເງິນ ຢູ່ມະຫາວິທຍາໄລແຫ່ງຊາຕລາວ ກ່າວວ່າ ການອອກນະໂຍບາຍແລະການປະຕິບັດ ນະໂຍບາຍຕ່າງໆ ເພື່ອແກ້ໄຂບັນຫາເສຖກິຈ-ການເງິນ ຄວນຈະມີຫນ່ວຍງານອິດສະຣະເຂົ້າໄປເຮັດວຽ ກັບຫນ່ວຍງານຂອງຣັຖບານລາວ ເພື່ອຕິດຕາມ, ກວດກາ ບັນດາໂຄງການ ລົງທຶນແລະການຈັດເກັບລາຍຮັບ ເຂົ້າງົບປະມານແຫ່ງຣັຖ ເພື່ອປ້ອງກັນການຮົ່ວໄຫລ ແລະຕ້ອງມີການເປີດເຜີຍໃຫ້ສັງຄົມ ໄດ້ຮັບຮູ້ເພື່ອຄວາມໂປ່ງໃສ.
ແຕ່ປັດຈຸບັນຣາຍລະອຽດ ຂໍ້ມູນເຣື່ອງການເງິນທາງເລິກ ຖືກດຳເນີນການ ໂດຍຫນ່ວຍງານຂອງຣັຖບານລາວ ຝ່າຍດຽວແລະຍັງປິດບັງ ຣາຍລະອຽດທຸກຢ່າງ ໂດຍບໍ່ໃຫ້ພາກສ່ວນຕ່າງໆ ໃນສັງຄົມ ໄດ້ຮັບຮູ້ ຫລື ເຂົ້າໄປຊ່ອຍແກ້ໄຂ ບັນຫາທີ່ເກີດຂຶ້ນ.
ດັ່ງອາຈານທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເພາະມັນກ່ຽວຂອ້ງ ກັບຜູ້ມີອຳນາດໃນການຕັດສິນໃຈເນາະ ເຣື່ອງນະໂຍບາຍພວກນີ້ ຂໍ້ມູນເຊີງເລິກຂອງເຣື່ອງການເງິນ ແຫ່ງຣັຖຄືປະເທດລາວນີ້ ກາມັນກາຂ້ອນຂ້າງວ່າ ມີຈຳກັດຫລາຍໆ ໂຄງການໂຕຂນາດໃຫຍ່ ມັນກາເຣີ່ມປະເມີນຄືນ.”
ຊາວລາວຈຳນວນນື່ງກໍເປັນກັງວົນຫລາຍສົມຄວນພາຍຫລັງທີ່ຄະນະຜູ້ແທນກອງທຶນການເງິນລະຫວ່າງປະເທດເຫັນວ່າປະເທດລາວຍັງບໍ່ທັນຟື້ນໂຕໄດ້ດີແລະຍັງມີອີກຫລາຍບັນຫາທີ່ຈະຕ້ອງແກ້ຈຢ່າງຮີບດ່ວນໂດຍສະເພາະບັນຫາເຣື່ອງຫນີ້ສິນທີ່ມີຈຳນວນຫລາຍຈົນຫລາຍເກີນໄປຈົນເຮັດໃຫ້ເກີດການເລື່ອນສຳລະຫນີ້ສິນອອກໄປ.
ໃນຖານະພົນລະເມືອງລາວ ກໍຢາກໃຫ້ຣັຖບານລາວຊ່ອຍເອົາໃຈໃສ່ ແລະເຂັ້ມງວນໃນການແກ້ໄຂ ບັນຫາດ້ານການເງິນ ຂອງປະເທດຢ່າງເປັນຮູບປະທັມ, ມີປະສິດທິພາບໂດຍສະເພາະ ເຣື່ອງການປາບປາມສໍ້ຣາສບັງຫຼວງ ຂອງພະນັກງານພັກ-ຣັຖ ຄວນຈະດຳເນີນການຢ່າງຈິງຈັງ ຫາກພົບເຫັນການທຳ ຄວາມຜິດ ກໍຕ້ອງຖືກລົງໂທດ ຕາມລະບຽບກົດໝາຽ.
ດັ່ງຊາວລາວ ທ່ານນຶ່ງໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ:
“ກາກັງວົນຫຼາຍຢູ່ເພາະວ່າຫນີ້ສິນ ທີ່ເຮົາແບກຮັບເນາະ ເຮົາຕ້ອງສູນເສັຽຫຍັງ ກາບໍ່ເຫັນລົມເຫັນເວົ້າກັນ ມີແຕ່ເວົ້າເຣື່ອງອື່ນ ຄືເຮົາຮູ້ກັນຫັ້ນແຫລະ ວ່າລະບົບການປົກຄອງ ມັນເປັນຈັ່ງໃດ ການບໍຣິຫານ ເຂົາຄໍຣັບຊັນ ຫຼາຍ.”
ຊາວລາວອີກທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າຫາກຈະເຮັດໃຫ້ ສະພາບເສຖກິຈ-ການເງິນ ຂອງປະເທດລາວ ກັບມາຟື້ນໂຕໄດ້ດີ ກໍຄວນຈະມີການຄຸ້ມຄອງ ການຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນການແລະເລັ່ງປາບປາມ ການສໍ້ຣາສ ບັງຫຼວງຢ່າງຈິງຈັງ ເພາະທ່ານເຊື່ອວ່າ ການສໍ້ຣາສບັງຫຼວງຂອງພະນັກງານ ພັກ-ຣັຖ ເປັນສາເຫດທີ່ເຮັດໃຫ້ ປະເທດລາວມີການ ພັທນາຊັກຊ້າ.
ດັ່ງຊາວລາວທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມາເບິ່ງແລ້ວນີ້ ມັນກາຍາກຢູ່ເຣື່ອງນີ້ຫັ້ນນ່າ ເຮັດແນວໃດຈະຟື້ນໂຕນີ້ ຄືນຢາກໃຫ້ເພິ່ນເຂັ້ມງວດ ເຣື່ອງການຄຸ້ມຄອງ ແລະປາບປາມການສໍ້ຣາສ ບັງຫຼວງນີ້ນ່າ ຄັນຖ້າວ່າບັນຫາໂຕນີ້ ເພິ່ນເຮັດໄດ້ນີ້ກາເອີສາມາດ ຈະເປັນໄປໄດ້ຢູ່ອັນນີ້ນ່າ.”
ການເດີນທາງ ມາປະເທດລາວເທື່ອນີ້ ຂອງຄະນະຜູ້ແທນ ກອງທຶນການເງິນ ລະຫວ່າງປະເທດ ຍັງໄດ້ເຂົ້າພົບປະກັບຜູ້ວ່າ ການທະນາຄານແຫ່ງຊາຕລາວ ໃນວັນທີ 30 ມົກກະຣາ 2023 ແລະ ໄດ້ສະແດງຄວາມເປັນຫ່ວງ ຕໍ່ລະດັບຫນີ້ສິນ ຂອງຣັຖບານລາວ ທີ່ມີສູງຫຼາຍ. ດ້ານລາຍຮັບທີ່ມີໜ້ອຍແຕ່ລາຍຈ່າຍມີຫຼາຍ, ບັນຫາເງິນກີບອ່ອນຄ່າ ແລະ ອັດຕຣາເງິນເຟີ້ສູງ.
ຄະນະຜູ້ແທນກອງທຶນ ການເງິນ ລະຫວ່າງປະເທດ ຍັງໄດ້ແນະນຳ ດ້ານນະໂຍບາຍ ໃຫ້ແກ່ປະເທດລາວໃນກາກນສ້າງຄວາມສົມດຸນ ກ່ຽວກັບຄວາມຮັດກຸມ ໃນການນຳເງິນກູ້ ແລະຄວາມສາມາດ ໃນການສຳລະໜີ້ໃນປັດຈຸບັນ ແລະອະນາຄົດ ໃຫ້ໄດ້ຕາມກຳນົດ.
ຍານາງ ນັນຕາ ກອງຜາລີ ຮອງປະທານ ກັມມາທິການ ແຜນການ, ການເງິນ ແລະ ກວດສອບ ສະພາແຫ່ງຊາຕລາວ ຍັງໄດ້ພົບປະກັບ ຄະນະຜູ້ແທນກອງທຶນ ການເງິນລະຫວ່າງປະເທດ ໃນວັນທີ 08 ກຸມພາ 2023 ແລະໄດ້ສເນີກອງທຶນ ການເງິນລະຫວ່າງປະເທດ ສືບຕໍ່ສນັບສນູນ ຊ່ອຍເຫລືອ ທາງດ້ານວິຊາການ ແກ່ພາກສ່ວນທີ່ກ່ຽວຂ້ອງ ຂອງປະເທດລາວ ເພື່ອໃຫ້ສາມາດຮັບມື ກັບບັນດາຄວາມສ່ຽງທີ່ປະເທດລາວ ກຳລັງປະເຊີນຢູ່ຢ່າງມີປະສິດທິພາບ ແລະ ທັນສະພາບການ.
ສຳລັບການປະເມີນ ເສຖກິຈມະຫາພາກ ຕາມມາຕຣາ 4 ຂອງກອງທຶນ ການເງິນ ລະຫວ່າງປະເທດ ແມ່ນເປັນການປະຕິບັດ ພັນທະ ປະເທດລາວ ໃນນາມປະເທດ ສະມາຊິກ ເພື່ອໃຫ້ການຮ່ວມມື ແລະອຳນວຍຄວາມສະດວກ ແກ່ຄະນະວິຊາການ ຂອງກອງທຶນການເງິນ ລະຫວ່າງປະເທດ ໃນການຕິດຕາມແລະປະເມີນຄວາມຄືບຫນ້າ ການພັທນາເສຖກິຈລາວ ໃນທຸກປີ.