ທາງການ ຂ.ຫົວພັນ ສືບຫາ ທີ່ມາ ຂອງໄມ້
2018.04.06

ຜແນກກະສິກັມແລະປ່າໄມ້ ແລະກອງກວດກາປ່າໄມ້ ແຂວງຫົວພັນ ເລັ່ງສືບຫາທີ່ມາຂອງໄມ້ຕັບ ທີ່ຢູ່ໃນຣົດບັນທຸກ ຊຶ່ງປີ້ນຢູ່ແຄມທາງ ໃນເຂດບ້ານຊຳໃຕ້ ເມືອງຊຳໃຕ້ ໃນມື້ວັນທີ 22 ມີນາທີ່ຜ່ານມາ. ໄມ້ດັ່ງກ່າວເປັນໄມ້ຕັບໜັກ 15 ຕັນ, ຈະຂົນໄປ ໂຮງງານໄມ້ຂອງຈີນ; ດັ່ງເຈົ້າໜ້າທີ່ ກະສິກັມແລະປ່າໄມ້ ແຂວງຫົວພັນ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ເມສາ ນີ້ວ່າ:
"ໂຕໄມ້ທີ່ວ່າຢູ່ໃນລົດຫັ້ນຫວະ ທາງບໍລິສັດມາຮັບໝົດແລ້ວ ສ່ວນສະພາບເງື່ອນໄຂ ຄວາມເປັນມານີ້ ກໍ່ບໍ່ຮູ້ລະອຽດເນາະ ເພາະໂຕນິ້ ພວກເຮົາກໍ່ບໍ່ໄດ້ປະເມີນ ມີແຕ່ວ່າ ລອງປະເມີນ ກໍ່ປະມານ 15 ຕັນ ກໍ່ເອີ້ນວ່າຫລາຍນໍ້ ອາທິດນີ້ພວກເຮົາ ກໍ່ຍັງບໍ່ທັນໄດ້ຮູ້ ລະອຽດ ບໍ່ຮູ້ລະອຽດທາງການນໍາຂັ້ນເທິງເພິ່ນ ວ່າແນວໃດເນາະ ວ່າແມ່ນໄມ່ແນວໃດ ຍັງບໍ່ທັນຮູ້ ເອີ້ນວ່າການຂົນໄມ້ນັ້ນແນວໃດ ເຮົາແມ່ນຍັງ ບໍ່ທັນຮູ້."
ທ່ານເວົ້າວ່າ ໄມ້ຕັບຈຳນວນນີ້ ເປັນຂອງໂຮງງານເຟີນີເຈີ້ ຊື່ ໄຊນາ ເຟີນີເຈີິ້ ທີ່ໄດ້ຂົນເອົາໄປແລ້ວຕັ້ງແຕ່ມື້ ວັນທີ 24 ມີນາ. ຕາມການ ກວດສອບ-ໄມ້ ຕັບນີ້ ເປັນໄມ້ເນື້ອອ່ອນ ທີ່ກຽມຈະເອົາໄປແປຮູບ. ສ່ວນທີ່ມາຂອງໄມ້ ວ່າຖືກຕ້ອງ ຕາມກົດໝາຍ ຫລືບໍ່ນັ້ນ ຍັງກວດສອບ ກັນຢູ່ ຊຶ່ງເປັນໜ້າທີ່ຂອງເຈົ້າໜ້າທີ່ກະສິັມແຂວງ ແລະບໍ່ຮູ້ວ່າຈະສລຸບຜົລໄດ້ມື້ໃດ.
ເພື່ອຄວາມກະຈ່າງແຈ້ງກ່ຽວກັບເຣຶ່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຖາມໄປຍັັງຜແນກກະສິກັມ ແຂວງແລະກອງກວດກາປ່າໄມ້ ແຂວງຫົວພັນ ໃນມື້ວັນທີ 5 ເມສານີ້ ແຕ່ບໍ່ໄດ້ຮັບຄຳຕອບ.
ເມື່ອວັນທີ 21 ມີນາ ທ່ານ ບູນທອງ ຈິດມະນີ ຮອງນາຍົກຣັຖມົນຕຣີ ໄດ້ໄປເຄື່ອນໄຫວ ວຽກງານ ຢູ່ແຂວງຫົວພັນ ແລະໄດ້ສັ່ງໃຫ້ ພາກສ່ວນ ທີ່ກ່ຽວຂ້ອງຂອງແຂວງ ເລັ່ງກວດສອບ ຄືນບັນດາໂຄງການ ແລະຫົວໜ່ວຍທຸຣະກິດໄມ້ຕ່າງໆ ຢູ່ພາຍໃນແຂວງ ໃຫ້ລະອຽດ, ຫາກພົບວ່າ ບໍ່ຢູ່ໃນແຜນ ກໍ່ໃຫ້ດຳເນີນການຕາມລະບຽບຢ່າງຮີບດ່ວນ ໂດຍເນັ້ນໜັກໃສ່ຄໍາສັ່ງ ເລກທີ 15 ຂອງນາຍົກຣັຖມົນຕຣີ ກ່ຽວກັບການສົ່ງໄມ້ອອກ ແລະການດຳເນີນທຸຣະກິດໄມ້ນັ້ນນຳດ້ວຍ.