ຣັຖບານລາວຫຼຸດຜ່ອນ ພາສີ ອາກອນ

ມະນີຈັນ
2020.04.03
f-customs ດ່ານພາສີ ຂົວມິຕພາບ ລາວ-ໄທ
RFA/

ຣັຖບານລາວ ອອກນະໂຍບາຍ ແລະມາຕການ ຫລຸດຜ່ອນການເສັຽພາສີ-ອາກອນ ໃຫ້ແກ່ຜູ້ປະກອບການ ທີ່ມີທະບຽນວິສາຫະກິດ ແລະ ຍົກເວັ້ນການເກັບອາກອນ ຣາຍໄດ້ ຂອງພະນັກງານຣັຖກອນ ແລະ ຜູ້ອອກແຮງງານ ທັງໝົດທີ່ໄດ້ຮັບຜົລກະທົບ ຈາກການຣະບາດຂອງ ໂຄວິດ-19 ເປັນໄລຍະເວລາ 3 ເດືອນ ຄືເດືອນ ເມສາ, ພຶສພາ ແລະເດືອນ ມິຖຸນາ 2020 ນີ້, ດັ່ງເຈົ້າໜ້າທີ່ ກະຊວງ ອຸດສາຫະກັມ ແລະ ການຄ້າ ທ່ານນຶ່ງ ກ່າວຕໍ່ RFA ໃນມື້ວັນທີ 3 ເມສານີ້ວ່າ:

“ຄືນະໂຍບາຍ ຈະມີຊ່ວງໄລຍະ 3 ເດືອນນີ້ແລ້ວທີ່ມີຜົລກະທົບ ທີ່ຢູ່ໃນຊ່ວງໄລຍະນີ້ແຫຼະ ຖືວ່ານະໂຍບາຍໃຫ້ຫລຸດຜ່ອນການເສັຽພາສີ ເສັຽອາກອນ ເດືອນ 4 ເດືອນ 5 ເດືອນ 6 ບໍ່ໃຫ້ຕັດອາກອນຣາຍໄດ້ ຂອງ ພະນັກງານ-ຣັຖກອນ ຮອດກັມກອນ.”

ທ່ານເວົ້າວ່າ ນະໂຍບາຍແລະມາຕການ ຂອງຣັຖບານຄັ້ງນີ້ ກໍານົດໃຫ້ສະເພາະ ຜູ້ປະກອບການທີ່ຂຶ້ນທະບຽນວິສາຫະກິດ, ມີເອກກະສານ ຢັ້ງຢືນການເສັຽພາສີ-ອາກອນໃຫ້ຣັຖ ທີ່ຕ້ອງໄດ້ປິດກິຈການຊົ່ວຄາວ. ສ່ວນພະນັກງານ-ຣັຖກອນ ແລະຜູ້ອອກແຮງງານ ທີ່ມີເງີນເດືອນ ຫລຸດ 5 ລ້ານກີບ ຈຶ່ງຈະໄດ້ຮັບນະໂຍບາຍ ແລະມາຕການດັ່ງກ່າວ.

ສ່ວນຜູ້ປະກອບການ ພະນັກງານຣັຖກອນ ແລະຜູ້ອອກແຮງງານ ທີ່ບໍ່ໄດ້ຮັບຜົລກະທົບຈາກການຣະບາດຂອງໂຄວິດ-19 ໃຫ້ຊໍາຣະພາສີ -ອາກອນ ຕາມເດີມ ແຕ່ໃຫ້ເລື່ອນການຊໍາຣະ ອອກໄປຈົນເຖິງເດືອນ ມີຖຸນາ 2020.

ເຈົ້າຂອງຮ້ານແປງຣົດຜູ້ນຶ່ງ ຊຶ່ງເຊົ່າຕຶກແຖວເປີດຮ້ານ ໃນແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ຍັງບໍ່ໝັ້ນໃຈຕໍ່ມາຕການ ຫລຸດຜ່ອນ ພາສີ-ອາກອນ ຂອງຣັຖບານລາວ ເນື່ອງຈາກກ່ອນໜ້ານີ້ ຣັຖບານກໍໄດ້ເວົ້າວ່າຈະ ຫລຸດຜ່ອນ ຄ່ານໍ້າປະປາ ຄ່າໄຟຟ້າ ແຕ່ມາ ຮອດມື້ນີ້ ກໍຍັງບໍ່ມີ ຄວາມຄືບໜ້າ. ຫາກຣັຖບານ ເພິ່ນປະຕິບັດຕາມມາຕການແທ້ ກໍເຫັນດີ ເພາະຈະຊ່ອຍຫລຸດຜ່ອນ ຄ່າໃຊ້ຈ່າຍລົງ:

“ຍັງບໍ່ເຫັນ ຄ່າໄຟກະວ່າສິລົງ ມັນສິລົງບໍ່ລະ. ເຫັນເພິ່ນລົງເຟສວ່າຄ່າໄຟສິຫລຸດລົງອີກ ແລ້ວມັນສິຫລຸດບໍ່ລະ ໂອ໊... ເດືອດຮ້ອນໝົດທີບ ເນາະ ທົ່ວປະເທດເລີຍ ຍາມຄັບຂັນ ຈັ່ງຊີ້ເອົາເງິນຊິໃດມາ.”

ເຈົ້າຂອງຮ້ານແປງຣົດ ຜູ້ນີ້ກ່າວວ່າ ປັດຈຸບັນ ຕ້ອງຢຸດກິຈການຊົ່ວຄາວ ເຮັດໃຫ້ບໍ່ມີຣາຍໄດ້ ຂນະທີ່ຣາຍຈ່າຍໃນແຕ່ລະເດືອນ ມີຫລາຍຢູ່ ຄືເກົ່າ ເປັນຕົ້ນຣາຍຈ່າຍພາຍໃນຄອບຄົວ ຊື້ເຂົ້າຊື້ນໍ້າ ຈ່າຍຄ່າເຊົ່າຕຶກ ແລະເສັຽພາສີ-ອາກອນ ໃຫ້ຣັຖ.

ແລະຜູ້ປະກອບການຮ້ານອາຫານ ແຫ່ງນຶ່ງໃນນະຄອນຫລວງພຣະບາງ ກໍກ່າວວ່າ ດຽວນີ້ ໄດ້ຮັບຜົລກະທົບຫລາຍ, ໄດ້ປິດຮ້ານອາຫານ ມາເກືອບ 2 ສັປດາແລ້ວ ເຮັດໃຫ້ຂາດຣາຍໄດ້. ຫາກຣັຖບານລາວ ປະຕິບັດມາຕການ ດັ່ງທີ່ແຈ້ງການອອກມາ ຄືການຫລຸດຜ່ອນ ການເສັຽພາສີ-ອາກອນ ກໍເປັນເຣື່ອງດີສໍາລັບ ຜູ້ປະກອບການ:

“ປັດຈຸບັນ ທາງຣັຖບານເພິ່ນກໍພຍາຍາມ ໃຊ້ມາຕການຄຸ້ມຄອງ ຫລຸດຜ່ອນໄປແລ້ວກະ ຕອນນີ້ເຮັດແທ້ ເຮັດຫຍັງບໍ່ໄດ້ແລ້ວຫັ້ນນ່າຖືວ່າ ຜົລກະທົບນີ້ຫລາຍພໍສົມຄວນແລ້ວ.”

ນະໂຍບາຍແລະມາຕການ ເພື່ອຫລຸດຜ່ອນຜົລກະທົບ ຈາກການຣະບາດຂອງໂຄວິດ-19 ຂອງຣັຖບານຄັ້ງນີ້ເປັນຄັ້ງທີ 2 ຊຶ່ງກ່ອນໜ້ານີ້ ບໍ່ດົນຣັຖບານ ກໍານົດໃຫ້ທະນາຄານແຫ່ງຊາດລາວ ແຈ້ງມາຕການ ຊ່ອຍເຫລືອ ລູກໜີ້ຂອງທະນາຄານທຸຣະກິດ ແລະສະຖາບັນການເງິນ ທີ່ໄດ້ຮັບຜົລກະທົບ ຈາກການຣະບາດຂອງ ໂຄວິດ-19 ໂດຍໃຫ້ຜູ້ກູ້ເງິນ ສາມາດເລື່ອນ ການຊໍາຣະໜີ້ ອອກໄປ ໂດຍບໍ່ໄລ່ດອກເບັ້ຽ ຄື

1. ໃຫ້ທະນາຄານທຸຣະກິດ ແລະສະຖາບັນການເງິນ ເລື່ອນການຊໍາຣະໜີ້ ທັງເງິນຕົ້ນແລະເງິນດອກເບັ້ຽ ເປັນອັດຕຣາດອກເບັ້ຽ ແລະ ຄ່າທໍານຽມ ໃຫ້ແກ່ລູກໜີ້ ຕາມເຫັນສົມຄວນ.

2. ສນອງເງິນກູ້ກ້ອນໃໝ່ແກ່ລູກໜີ້ ແລະຜູ້ທີ່ໄດ້ຮັບຜົລກະທົບ ຈາກສະພາບການນີ້ ເພື່ອຟື້ນຟູທຸຣະກິດ ແລະການຜລິດ.

3. ທະນາຄານທຸຣະກິດ ແລະສະຖາບັນການເງິນ ທີ່ເຮັດຕາມຂໍ້ຕົກລົງນີ້ ຈະໄດ້ຮັບການຜ່ອນຜັນ ຍົກເວັ້ນ ການປະຕິບັດຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຊັ້ນໜີ້ ແລະການຕັ້ງກອງທຶນສໍາລອງໜີ້ ແລະຂໍ້ຕົກລົງວ່າດ້ວຍ ການຄວບຄຸມສະຫະກອນສິນເຊື່ອ ແລະເງິນຝາກປະຢັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.