ທາງການໃຫ້ຂແນງລົງທຶນ ຂນາດໃຫຍ່ ເລີ້ມຄືນໄດ້

ໄຊຍາ
2020.05.06
F-Boten ການກໍ່ສ້າງຂນາດໃຫຍ່ ໃນເຂດບໍ່ເຕັນ ແຂວງຫຼວງນໍ້າທາ ຂອງນັກລົງທຶນຈີນ ເພື່ອຕຣຽມພ້ອມໃສ່ ທາງຣົດໄຟລາວ-ຈີນ
RFA

ຄະນະສະເພາະກິດຄວບຄຸມ ແລະ ຕ້ານພຍາດໂຄວິດ-19 ໃນລາວ ໄດ້ຖແລງຕໍ່ສື່ມວລຊົນເມື່ອວັນທີ 01 ພຶສພາ ຜ່ານມາ ບໍ່ມີຜູ້ຕິດເຊຶ້ອ ພຍາດໂຄວິດ-19 ເພີ່ມຂຶ້ນ ພ້ອມທັງຄົບກຳນົດມາຕການການກັກໂຕ. ຕໍ່ສະພາບການດັ່ງກ່າວ ຣັຖບານລາວໄດ້ອອກມາຕການຜ່ອນຜັນ ໃຫ້ປະຊາຊົນອອກໄປທຳມາຫາກິນ ແລະ ອະນຸຍາດໃຫ້ໂຄງການລົງທຶນຂນາດໃຫຍ່ ແລະ ຂແນງທຸຣະກິດເປີດ ດຳເນີນການໄດ້ແຕ່ກໍຍັງ ມີບາງຂແນງການຍັງຕ້ອງປິດຢູ່. ດັ່ງທ່ານ ສົມດີ ດວງດີ ຮອງນາຍົກຣັຖມົນຕຼີ ໄດ້ກ່າວວ່າ. ບັນດາໂຮງງານໂຄງການລົງທຶນຂນາດໃຫຍ່ ຂອງທຸຣະກິດຕ່າງໆ ທີ່ສາມາດ ປະຕິບັດຖືກຕ້ອງຕາມ ເງື່ອນໄຂມາຕການ ແມ່ນສາມາດເປີດດຳເນີນກິຈການໄດ້.

"ບັນດາໂຮງງານ ໂຄງານການລົງທຶນ ທີ່ເປັນກິຈການຂນາດໃຫຍ່ ຂອງພາກທຸຣະກິດຕ່າງໆ ທີ່ສາມາດປະຕິບັດຖືກຕ້ອງ ຕາມເງື່ອນໄຂ ແລະ ມາຕການຕາມຂໍ້ສເນີແນະນຳເລກທີ 031 ສພກ ແມ່ນສາມາດ ດຳເນີນກິຈການໄດ້."

ໃນເງື່ອນໄຂການຜ່ອນຜັນ ເຈົ້າໜ້າທີ່ຄະນະສະເພາະກິດຄວບຄຸມ ແລະຕ້ານພຍາດໂຄວິດ-19 ໄດ້ກ່າວຕໍ່ເອເຊັຽເສຣີໃນວັນທີ 6 ພຶສາພາ ວ່າມາຕການການຜ່ອນຜັນຂອງຣັຖບານ ນີ້ແມ່ນໜ່ວຍງານຂອງ ຄະນະສະເພາະກິດຈະເປັນຜູ້ຕິດຕາມກວດກາ.

"ມີໝົດແລ້ວຄຳສັ່ງມາແຕ່ລະແຂວງ, ແຂວງຜັນຂຍາຍຕໍ່ໄປອີກ ຕາມຄຳສັ່ງເຮັດໄປໝົດແລ້ວ, ກັກໂຕຫັ້ນແລ້ວສຳຄັນສະຖານທີ່ຫັ້ນ ແລະ ທຸກແຂວງທຸກເມືອງ ພ້ອມກັນແລະຕິດຕາມໂຕເອງຕິດຕາມຄົນໃກ້ຊິດ ອ້ອມຂ້າງປະຕິບັດຕາມຄຳສັ່ງຂອງແພດໝໍ ຂອງຄະນະຮັບຜິດຊອບ ຫັ້ນແລ້ວ."

ຕໍ່ມາຕການຜ່ອນຜັນ ເຂດເສຖກິດພິເສດບໍ່ເຕັນ ແຂວງຫລວງນໍ້າທາ ຮ້ານຄ້າໃນເຂດດັ່ງກ່າວກໍເຣີ້ມ ເປີດກິຈການນັບແຕ່ວັນທີ 4 ພຶສພາ ເປັນຕົ້ນມາ ສ່ວນຫລາຍແມ່ນຮ້ານອາຫານ ຮ້ານຂາຍຍ່ອຍ, ດັ່ງເຈົ້າໜ້າທີ່ບໍຣິສັດຈີນ ປະຈຳເຂດເສຖກິດພິເສດບໍ່ເຕັນ ແຂວງຫຼວງນໍ້າທາ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 06 ພືສພາ ວ່າ:

"ກະມີຈຳນວນນຶ່ງເຄື່ອນໄຫວເນາະ ແຕ່ກະຕ້ອງໄດ້ກ່ອນຊິເຂົ້າເຮັດວຽກເຮັດຫຍັງ ກະຕ້ອງໄດ້ຜ່ານການກວດກາ ອີຫຍັງແລ້ວຈຶ່ງເຂົ້າມາ ເຮັດວຽກໄດ້ ຢູ່ບ່ອນໃນເຂດເຮົາກະມີບ່ອນກັກກັນ.“

ທ່ານໄດ້ກ່າວຕື່ມວ່າບຸກຄົນໃດທີ່ຈະເຂົ້າໄປເຂດເສຖກິດພິເສດບໍ່ເຕັນ ຕ້ອງໄດ້ກວດກາວັດແທກອຸນຫະພູມ ໃສ່ຜ້າອັດປາກອັດດັງ ເຖິງຈະ ເຂົ້າເຮັດວຽກ ພາຍໃນເຂດເສຖກິດພິເສດ ໄດ້ໂດຍສະເພາະຣົດຂົນສົ່ງ ສິນຄ້າ ຖ້າບຸກຄົນໃດທີ່ມີຄວາມສ່ຽງ ກໍກຽມເຂດໄວ້ສຳລັບກັກໂຕ ເຝົ້າຣະວັງ ໂດຍມີຄະນະສະເພາະກິດ ແຂວງຫລວງນໍ້າທາ ເປັນຜູ້ຕິດຕາມ.

ໃນຂນະທີ່ຄົນງານທີ່ເຮັດວຽກ ຢູ່ບໍຣິສັດຂົນສົ່ງສິນຄ້າ ແຂວງອຸດົມໄຊ ກ່າວຕໍ່ເອເຊັຽເສຣີວ່າ ກັບໄປເຮັດວຽກເປັນປົກກະຕິແລ້ວ ເມື່ອວັນທີ 04 ພຶສພາ ເຊີ່ງບໍຣິສັດກໍໃຫ້ຄົນງານ ທຸກຄົນປະຕິບັດຕາມການເຝົ້າ ຣະວັງຢ່າງເຂັ້ມງວດ.

"ເຮົາກະຕ້ອງໃຊ້ເຈວລ້າງມືແລ້ວກະໃຊ້ຜ້າອັດປາກ ວັດອຸນຫະພູມ ແລ້ວຈັງ່ໃຫ້ເຂົ້າໄປເດ້ ຄືວ່າແຫຼະຄົນລາວ ຂະເຈົ້າຢ້ານຫລາຍເນາະ."

ສ່ວນເຈົ້າໜ້າທີ່ບໍຣິສັດເຂື່ອນໄຟຟ້ານໍ້າເທີນ 1 ຢູ່ແຂວງບໍຣິຄຳໄຊ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ເພີ່ນເປີດປົກກະຕິ ແລ້ວແຕ່ພະນັກງານຍັງ ບໍ່ທັນມາປະຈຳການໝົດເທື່ອ.

"ເຂື່ອນໄຟຟ້ານໍ້າເທີນເພີ່ນເປີດແລ້ວ ເພີ່ນເປີດປົກກະຕິແລ້ວ ເພີ່ນກະມີຄົນປະຈຳການ ຢູ່ແຕ່ຍັງບໍ່ທັນໄດ້ມາໝົດເທື່ອ." 

ຕໍ່ການຜ່ອນຜັນ ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ຫົວໜ່ວຍທຸຣະກິດກັບ ມາດຳເນີນການ ໄດ້ແຕ່ເພື່ອເປັນການຄວບຄຸມ ການຣະບາດຊໍ້າທາງ ຂແນງການທຸຣະກິດ ຕ້ອງໄດ້ມາຂໍອະນຸຍາດ ເປີດກິຈການເພື່ອໃຫ້ ຄະນະສະເພາະກິດປະເມີນຄວາມສ່ຽງ.

"ກະຕ້ອງໄດ້ຄວບຄຸມໄວ້ກ່ອນ ເພີ່ນເປີດແລ້ວກະຕ້ອງໄດ້ ຂໍອະນຸຍາດວ່າພວກເຮົາສາມາດ ດຳເນີນການໄດ້ບໍ່ ໄດ້ຮັບອະນຸຍາດຕື່ມອີກ ບາດນື່ງເນາະເພື່ອຫຍັງ ກໍເພື່ອຄວບຄຸມຄວາມປອດພັຍຫັ້ນແຫລະ."

ການປະກາດມາຕການຜ່ອນຜັນເທື່ອນີ້ເປັນມາຕການຜ່ອນຜັນຊົ່ວຄາວ ແຕ່ໃນກໍຣະນີຖ້າວ່າພົບ ຜູ້ຕິດເຊື້ອເພີ່ມຣາຍໃໝ່ ທາງການລາວ ຈະໄດ້ປະກາດນຳໃຊ້ຄຳສັ່ງເລກທີ 06 ຄືນໃໝ່ເພື່ອຄວບຄຸມການ ຣະບາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.