ຣັຖບານລາວ ເຊົາປະມູນ ຣົດຫລູ

ໄຊຍາ
2018.10.16
F-car ຕົວຢ່າງ ຣົດ ປະຈໍາຕໍາແໜ່ງ ຂອງຜູ້ນໍາ ສປປ ລາວ ຊຶ່ງມີການນໍາມາ ປະມູນຂາຍ ເພື່ອເປັນການປະຢັດມັທຍັດ ງົບປະມານ
RFA

ຄນະຮັບຜິດຊອບ ການປະມູນຣົດ ສຳນັກງານ ນາຍົກຣັຖມົນຕຣີ ສປປ ລາວ ເວົ້າວ່າ ຈະບໍ່ມີການເປີດປະມູນຣົດຫຼູ ທີ່ໄດ້ມາຈາກຄນະຜູ້ນໍາ ແຕ່ລະແຂວງ ໃນທົ່ວປະເທດ ທີ່ຍັງເຫຼືອ ຣົດ Benz  series C ທັງໝົດ 15 ຄັນ ເນື່ອງຈາກຈະຕ້ອງເກັບໄວ້ໃຊ້ ວຽກງານ ໃນປີໜ້າ ເພື່ອຮອງຮັບ ຜູ້ນຳທີ່ຈະເດີນທາງເຂົ້າມາ ຮ່ວມກອງປະຊຸມ ຜູ້ນຳອາຊຽນ ທີ່ລາວ ຈະເປັນເຈົ້າພາບ. ດັ່ງ ເຈົ້າໜ້າທີ່ ຄນະຮັບຜິດຊອບ ການປະມູນຣົດ ສຳນັກງານ ນາຍົກຣັຖມົນຕຣີ ກ່າວຕໍ່ RFA ໃນມື້ນີ້ວ່າ:

"ເພິ່ນເປີດຫວ່າງ 3 ເດືອນຫຼັງນີ້ປະມູນຂາຍແລ້ວ ຂາຍຈຳນວນຶ່ງ ຍັງຈຳນວນຶ່ງ ເພິ່ນບໍ່ຂາຍເອົາໄວ້ເປັນຣົດຮັບແຂກ ຖືວ່າບໍ່ໄດ້ເປີດແລ້ວ ແລະອັນໂຕຫວ່າງແລ້ວບໍ່ແມ່ນຣົດການນໍາ ແມ່ນເປັນຣົດຮັບແຂກ ຂອງບັນດາແຂວງ ທີ່ເຮົາສົ່ງໄປເປັນຂອງແຂວງ ປະຈຳແຕ່ລະແຂວງ ຫັ້ນນ່າ ໄທເຮົາລະຊື້ Toyota Camry ໄປປ່ຽນໃຫ້ແຂວງ ເອົາມາຊື່ ໆ ວ່າສິປະມູນຂາຍແຕ່ວ່າ ນາຍົກເພິ່ນວ່າ ເຫັນວ່າພວກເຮົາຍັງສິ ມີກອງປະຊຸມ ປີໜ້າ ເອົາໄວ້ຮັບໃຊ້ກອງປະຊຸມ ພວກເຮົາກໍບໍ່ຂາຍ ເອົາໄວ້ຮັບໃຊ້ ກອງປະຊຸມ."

ທ່ານກ່າວຕື່ມວ່າພາຍຫຼັງທີ່ຮຽກເກັບຣົດຫຼູ ຈາກການຳທົ່ວປະເທດໄດ້ທັງໝົດ 50 ຄັນ ຣັຖບານລາວ ກໍ່ໄດ້ມອບຣົດ Toyota Carmry ໃຫ້ກັບການນໍາແຕ່ລະແຂວງ ໄປໃຊ້ແທນ ແລະ ໄດ້ເປີດປະມູນ ຂາຍໄປແລ້ວຈຳນວນຶ່ງ. ອີກຈຳນວນຶ່ງ ຣັຖບານລາວຍັງ ເກັບໄວ້ໃຊ້ ວຽກງານ. ທີ່ຍັງເຫຼືອຣົດ Benz C ທັງໝົດ 15 ຄັນ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ເຫັນວ່າ ຖ້າປະມູນຂາຍອອກໄປໝົດ ຈະເຮັດໃຫ້ບໍ່ມີຣົດຫຼູ ແລະ ບໍ່ປອດພັຍຕ້ອນຮັບຜູ້ນໍາ ປະເທດຕ່າງໆ ທີ່ຈະເຂົ້າມາຢ້ຽມຢາມ ແລະ ກອງປະຊຸມ ຜູ້ນຳອາຊ້ຽນນຳອີກ ຈຶ່ງ ໃຫ້ຢຸດການປະມູນ ຂາຍຣົດຫຼູ.

ຜ່ານມາທາງການລາວ ໄດ້ເປີດປະມູນຂາຍຣົດຫຼູ ໄປແລ້ວ 3 ຄັ້ງ ໃນຣະວ່າງປີ 2017– 18 ລວມຍອດມູນຄ່າຂາຍ ທັງໝົດ 13 ຕື້ກີບ. ການຖອນຄືນຣົດຫຼູ ປະຈຳຕໍາແຫນ່ງ ຂອງເຈົ້າໜ້າທີ່ຣະດັບສູງນັ້ນ ເປັນນະໂຍບາຍຕ້ານການຟຸມເຟືອຍ ແລະ ຕ້ານ ການສໍ້ຣາດບັງຫຼວງ ຕາມທີ່ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມັນຕຣີ ໄດ້ກ່າວ ໃນກອງປະຊຸມສະພາແຫ່ງຊາດ ໃນເດືອນຕຸລາ ປີ 2016 ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.