ທາງການລາວຂຶ້ນຣາຄາ ນໍ້າມັນ ແອັດຊັງ

ຈໍາປາທອງ
2018.04.06
F-GAS ຣົດບັນທຸກຂົນສົ່ງນໍ້າມັນເຊື້ອໄຟ ເຂົ້າມາ ສປປ ລາວ
RFA/PN

ທາງການລາວ ປະກາດຂຶ້ນຣາຄານໍ້າມັນເຊື້ອໄຟ ທົ່ວປະເທສ ແຕ່ມື້ວັນທີ 6 ເມສາ ນີ້ເປັນຕົ້ນໄປ ແລະສັ່ງຫ້າມປໍ້າຂາຍນໍ້າມັນ ແພງເກີນ ຣາຄາ ທີ່ທາງການປະກາດຂຶ້ນນັ້ນ ໃນຍາມບຸນປີໃໝ່ລາວປີນີ້; ດັ່ງເຈົ້າໜ້າທີ່ ກົມການຄ້າພາຍໃນ ກະຊວງອຸດສາຫະກັມ ແລະການຄ້າ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 6 ເມສາ ນີ້ວ່າ:

"ໂອ ມີແຕ່ແຈ້ງການລົງໃຫ້ແຂວງ ໃຫ້ເມືອງເປັນຜູ້ຄຸ້ມຄອງເດີ ໄປເບິ່ງຕິດຕາມກວດກາເນາະ ທີ່ມີແຈ້ງການອອກແລ້ວ ຕາມທີ່ເຮົາແຈ້ງ ຫັ້ນແຫຼະ."

ທ່ານກ່າວຕື່ມວ່າ ນັບເປັນຄັ້ງທີ 3 ໃນປີນີ້ ທີ່ມີການຂຶ້ນຣາຄານໍ້າມັນ ທົ່ວປະເທສ ຄືນໍ້າມັນແອັດຊັງພິເສດ ຈະແພງຕື່ມ 100 ກີບຕໍ່ລິດ, ແອັດຊັງທໍາມະດາ 120 ກີບ ແລະນໍ້າມັນກາຊວນ 150 ກີບຕໍ່ລິດ. ທາງການລາວໃຫ້ເຫດຜົລ ໃນການຂຶ້ນຣາຄານໍ້າມັນ ນັ້ນວ່າເປັນຍ້ອນ ຣາຄານໍ້າມັນ ໃນຕລາດໂລກແພງຂຶ້ນ ແລະເພື່ອໃຫ້ສອດຄ່ອງກັບກົນໄກຕລາດ.

ປັດຈຸບັນ ຢູ່ນະຄອນຫລວງວຽງຈັນ ຣາຄານໍ້າມັນແອັດຊັງພິເສດ ແພງຂຶ້ນເປັນ 10,110 ກີບຕໍ່ລິດ, ແອັດຊັງທໍາມະດາຂຶ້ນເປັນ 9,020 ກີບ ແລະກາຊວນ ຂຶ້ນເປັນ 8,000 ກີບຕໍ່ລິດ. ສ່ວນວ່າຢູ່ແຂວງຕ່າງໆ ຣາຄາຈະຫລຸດລື່ນກັນເລັກນ້ອຍ ຂຶ້ນຢູ່ກັບຄ່າ ຂົນສົ່ງ.

ໃນ 3 ເດືອນຜ່ານມາ ຢູ່ ສປປລາວ ມີການປັບ ຣາຄານໍ້າມັນເຊື້ອໄຟລົງຄັ້ງນຶ່ງ ຊນິດລະ 100 ກີບ ແຕ່ໄດ້ປັບຣາຄາຂຶ້ນ 3 ຄັ້ງ. ທຽບໃສ່ ປະເທສເພື່ອນບ້ານ ຣາຄານໍ້າມັນຢູ່ລາວ ແມ່ນສູງກວ່າ. ການທີ່ຣາຄານໍ້າມັນສູງເກີນໄປ ເຮັດໃຫ້ປະຊາຊົນ ໄດ້ຮັບຜົລກະທົບ ເປັນຕົ້ນໃນ ດ້ານການຜລິດ ແລະການຂົນສົ່ງສິນຄ້າໃນປະເທສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.