ການຊື້ຈ້າງເຂົ້າເຮັດວຽກ ນໍາຣັຖ

ສິດນີ
2017.10.29
F-audit ກົມກວດກາພາຍໃນ ຜແນກສະກັດກັ້ນ ແລະ ຕ້ານການສໍ້ຣາສບັງຫລວງ
RFA/LX

ການຊື້ຈ້າງຫລື ໃຫ້ເງິນສິນບົນ ເພື່ອເຂົ້າເຮັດວຽກເປັນຣັຖກອນ ຢູ່ສຳນັກງານອົງການຕ່າງໆ ຍັງເປັນບັນຫາ ທີ່ຍາກ ຈະແກ້ໄຂໄດ້ ຍ້ອນວ່າ ມັນເປັນ ບັນຫາ ຊໍ້າເຮື້ອ ມາດົນແລ້ວ ຕາມຫາງສຽງ ຂອງສັງຄົມລາວ, ສຳລັບນັກສຶກສາ ທີ່ຈົບໃໝ່ ຖ້າບໍ່ມີເສັ້ນສາຍ ຫລືບໍ່ມີເງິນ ຊື້ຈ້າງ ກໍບໍ່ໄດ້ເຂົ້າ ເຮັດວຽກນຳຣັດ ເຖິງວ່າຈະມີຄວາມຮູ້ ຄວາມສາມາດກໍ່ຕາມ. ດັ່ງຄໍາເວົ້າຂອງນັກສຶກສາ ຈົບໃໝ່ ທີ່ສອບເສັງ ເຂົ້າເຮັດວຽກນໍາ ຫ້ອງການ ການຄ້າຜູ້ນຶ່ງ ຕໍ່ວິທຍຸເອເຊັຍເສຣີວ່າ:

"ຄືນ້ອງນີ້ຕອນຊິເສັງ ກະໄດ້ເສັຽເງິນ ຈຶ່ງມີຣາຍຊື່ເຂົ້າເສັງ ບາດເວລາເສັງແລ້ວ ຄັນຢາກເຂົ້າເຮັດວຽກ ກະຕ້ອງໄດ້ຈ່າຍເງິນອີກ ເຂົາວ່າຊິ ເອົານໍາ 1 ແສນບາດ ແຕ່ວ່າແສນບາດ ນີ້ແມ່ນເຂົ້າ ເປັນພະນັກງານອາສາ ບໍ່ທັນໄດ້ເປັນ ຣັຖກອນສົມບູນເທື່ອ ຄັນຊິເຂົ້າ ເປັນຣັຖກອນ ຮ້ອຍເປີເຊັນ ກໍ່ຈະຕ້ອງໄດ້ເສັຽຕື່ມອີກ”.

ພ້ອມດຽວກັນນີ້ ນັກສຶກສາທີ່ຈົບໃໝ່ອີກຜູ້ນຶ່ງ ທີ່ສອບເສັງເຂົ້າເຮັດວຽກນໍາ ທະນາຄານການຄ້າກໍເວົ້າວ່າ ຖ້າຢາກເຮັດວຽກນຳທະນາຄານຣັດ ຕ້ອງໄດ້ເສັຽຄ່າຈ້າງ ເຂົ້າຫລາຍ ບໍ່ດັ່ງນັ້ນ ກໍຈະບໍ່ໄດ້ເຂົ້າ:

"ບາງຄົນທີ່ເຂົາເຈົ້າມາເສັງນໍາກັນໃສ່ເງິນ 50ລ້ານ ຍັງບໍ່ມີຮອດຊື່ ຖ້າຈະເຂົ້າເຮັດ ຢູ່ທະນາຄານຢ່າງຕໍ່າ ກໍ່ຕ້ອງແມ່ນ 100 ລ້ານຂຶ້ນໄປ ຈຶ່ງ ຈະໄດ້ເຮັດ ສະເພາະທະນາຄານ ແມ່ນຄຸ້ມຢູ່ ຄັນໃສ່ເງິນລະດັບນີ້ ປີ ນຶ່ງເຮົາກະສາມາດ ໄດ້ຄືນແລ້ວເດ ມີແຕ່ ທະນາຄານ ນີ້ແຫລະໄດ້ໃສ່ ເງິນ ຫລາຍກວ່າໝູ່”.

ທັງສອງຄົນນີ້ຍັງເວົ້າຕື່ມອີກວ່າ ການຈ້າງເຂົ້າເຮັດວຽກນຳຣັດ ຈະໄດ້ຈ້າງຫຼາຍ ຫລືໜ້ອຍນັ້ນ ແມ່ນຂຶ້ນກັບວຽກທີ່ຈະເຮັດ, ວຽກໃດມີລາຍໄດ້ ໜ້ອຍກໍໄດ້ຈ່າຍໜ້ອຍ, ວຽກໃດມີລາຍໄດ້ຫລາຍ ກໍ່ໄດ້ຈ້າງຫລາຍ. ແຕ່ເຈົ້າໜ້າທີ່ ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນະເຂດ ທ່ານນຶ່ງ ພັດວົ້າວ່າ ປັດຈຸບັນ ມີການເຂັ້ມງວດຫລາຍແລ້ວ ແລະມີທັງຄນະກັມການກວດສອບ:

“ປັຈຈຸບັນໄດ້ມີການຈຳກັດຫລາຍແລ້ວ ກ່ຽວກັບເລື່ອງນີ້ ອິງໃສ່ລະບຽບສູ່ມື້ນີ້ ມັນເຄັ່ງ ຖ້າຮູ້ວ່າແມ່ນຜູ້ໃດ ເຂົາຈະມີການຕັ້ງ ຄນະກວດກາ ກວດສອບ ດຽວນີ້ເຮັດແທ້ໃດ ບໍ່ຄືແຕ່ກ່ອນ ຄືເຮົາຮູ້ນຳກັນ ຫັ້ນແຫລະ ສຳລັບເລື່ອງ ເອົາເງີນເອົາຄຳ”

ແຕ່ເຖິງຢ່າງໃດກໍຕາມ ບັນຫາດັ່ງກ່າວ ຍາກທີ່ຈະແກ້ໄຂໄດ້ ເຖິງແມ່ນວ່າຈະມີການ ປາບປາມ ການທຸຈຣິດ ປານໃດກໍ່ຕາມ ຍ້ອນວ່າຜູ້ນຳ ທຸກຂັ້ນ ຍັງບໍ່ທັນເປັນເຈົ້າການ ໃນການປາບປາມ ການສໍ້ຣາດບັງຫລວງ ເຖິງແມ່ນວ່າ ມີລະບຽບກົດໝາຍ ປາບປາມ ອອກມາແລ້ວກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.