ທ່ອງທ່ຽວບໍຣິການ ຂໍຣັຖບານ ໃຫ້ເປີດຄືນ
2020.05.08
ຫລັງຈາກຣັຖບານລາວ ປະກາດຜ່ອນຜັນມາຕການຄວບຄຸມ ແລະ ປ້ອງກັນການຣະບາດຂອງພຍາດໂຄວິດ19 ໄລຍະທຳອິດ, ບາງໜ່ວຍ ທຸຣະກິດຮວມເຖີງໂຮງແຮມ ເຮືອນພັກ ແລະ ຮ້ານອາຫານ ໄດ້ກັບມາ ເຄື່ອນໄຫວກິຈການ ແຕ່ຣັຖບານຍັງບໍ່ອະນຸຍາດໃຫ້ ເປີດແຫຼ່ງ ທ່ອງທ່ຽວ ໃນທົ່ວປະເທດ. ເຈົ້າຂອງຮ້ານອາຫານ ຢູ່ເຂດຕາດກວາງຊີ ໃນຫຼວງພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີໃນວັນທີ 7 ພືສພາ ວ່າ:
"ຜູ້ໃດກະບໍ່ໄປທ່ຽວ ໄປແລ້ວກະບໍ່ມີຜູ້ໃດຊື້ເຄື່ອງ ໄທເຮົາກະຢາກຂາຍ ແຕ່ບໍ່ມີຜູ້ໃດສັ່ງນະ ອາຫານເຮົາ ແຕ່ຂາຍເຄື່ອງນີ້ ພວກເຮົາຂາຍ ປົກກະຕິແຕ່ວ່າພວກເຮົາຂາຍບັດຍັງບໍ່ມາເທື່ອເພິ່ນຍັງປິດປະຕູຕາດຢູ່."
ເຈົ້າຂອງຮ້ານອາຫານ ທ່ານນີ້ກ່າວຕື່ມອີກວ່າ ກັບມາເປີດຮ້ານອາຫານເປັນປົກກະຕິ ແຕ່ວັນທີ 4 ພືສພາ ຜ່ານມາ ຈົນຮອດຕອນນີ້ ກະຍັງ ບໍ່ມີລູກຄ້າເຂົ້າຮ້ານ ສ່ວນຕາດກວາງຊີ ທີ່ເປັນແຫລ່ງທ່ອງທ່ຽວສຳຄັນ ຂອງແຂວງຫລວງພຣະບາງ ກໍຍັງປິດງຽບ ບໍ່ມີເຈົ້າໜ້າທີ່ ປະຈຳການ ຖ້າຣັຖບານຍັງບໍ່ອະຍຸຍາດ ໃຫ້ເປີດແຫລ່ງທ່ອງທ່ຽວ ກໍອາດຈະກັບໄປປິດ ຮ້ານອາຫານຕໍ່ໄປອີກ.
ຢູ່ເມືອງຫີນບູນ ແຂວງຄຳມ່ວນ ມີກຳນົດເປີດແຫລ່ງທ່ອງທ່ຽວ ໃນວັນທີ 14 ພຶສພາ, ເຈົ້າໜ້າທີ່ຜູ້ດູແລພູຜາມ່ານ ໃນເມືອງຫີນບູນ ໄດ້ກ່າວ ຕໍ່ເອເຊັຽເສຣີ ວ່າ:
“ໂອ້ ມັນປິດຢູ່ເນາະ ດຽວນີ້ອ້າຍກໍປະມານ ວັນທີ 14 ເດືອນນີ້ເດ້ ອ້າຍເດີ ເຮົາໃຫ້ຄົນພາຍໃນນີ້ໄດ້ທ່ຽວແລ້ວ ແຕ່ວ່າ ຕ່າງປະເທດນີ້ຍັງ ບໍ່ໃຫ້ທ່ຽວນ່າ ຍັງເປີດພາຍໃນແຕ່ລະເມືອງຊື່ໆ."
ເຈົ້າໜ້າທີ່ຜແນກຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ແຂວງຈຳປາສັກ ທ່ານນຶ່ງໄດ້ກ່າວຕໍ່ເອເຊັຽເສຣີ ວ່າປັດຈຸບັບ ແຫຼ່ງທ່ອງທ່ຽວ ຍັງປິດໃຫ້ບໍຣິການ ແລະ ຍັງບໍ່ມີກຳນົດເປີດ.
"ອັນນີ້ ເພິ່ນຍັງບໍ່ທັນໄດ້ກຳນົດວ່າ ຊິເປີດຕອນໃດນ່າ ເພິ່ນກໍຍັງປິດຢູ່ໄດ໋ ຊ້ວງນີ້ຍັງປິດຢູ່ ແມ່ນເພິ່ນເລີ້ມຜ່ອນຜັນ ແຕ່ເພິ່ນຍັງບໍ່ທັນໄດ້ ອັນກຳນົດເປີດຕອນໃດ."
ທ່ານກ່າວຕື່ມວ່າ ເນື່ອງຈາກສະຖານະການແຜ່ຣະບາດຂອງເຊື້ອໂຄວິດ19 ໃນໄລຍະນີ້ ຍັງເປັນໄລຍະທີ່ເຝົ້າລະວັງ ຖ້າຍັງອະນຸຍາດໃຫ້ ເປີດແຫລ່ງທ່ອງທ່ຽວ ຕາມມາຕການຜ່ອນຜັນ ຂອງຣັຖບານລາວ ພຍາດໂຄວິດ19 ອາດເກີດການຣະບາດຊ້ຳອີກ.
ສະເພາະບ້ານພັກຢູ່ເມືອງວັງວຽງ ແຂວງວຽງຈັນ ໄດ້ເປີດໃຫ້ບໍຣິການໄປແລ້ວ ແຕ່ກໍບໍ່ມີລູກຄ້າມາໃຊ້ບໍຣິການ. ເຈົ້າຂອງເຮືອນພັກທ່ານນຶ່ງ ຢູ່ເມືອງວັງວຽງ ແຂວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີວ່າ:
"ຄືເບິ່ງຊົງຄືຈະໝົດເດືອນ 5 ພຸ້ນແຫຼະ ຫຼັງຈາກເພິ່ນເປີດແລ້ວເນາະ ເພິ່ນກະປິດຕື່ມ ປິດເຄື່ອນໄຫວສ່ວນນຶ່ງ ອັນທີ່ວ່າເຕົ້າໂຮມຄົນຫຼາຍໆ ຫັ້ນເນາະຮອດມື້ວັນທີ 17 ໄລຍະທີ 1 ຄັນວ່າແວດລ້ອມ ອ້ອມຂ້າງຫັ້ນລົດລົງໆ ຈັງຊິເລີ້ມເປີດຫັ້ນແຫລະ."
ເຈົ້າຂອງເຮືອນພັກຜູ້ນີ້ ກ່າວວ່າກຸ່ມໂຮງແຮມ ເຮືອນພັກ ແລະ ບໍຣິສັດທົວ ສ່ວນໃຫຍ່ ກໍຍັງພາກັນປິດກິຈການຕໍ່ ສ້ວນນ້ອຍ ທີ່ກັບມາເປີດ ປົກກະຕິ ສາເຫດສຳຄັນກໍຍ້ອນວ່າ ເປີດກິຈການໄປ ກໍບໍ່ມີຄົນມາພັກ ມາທ່ຽວ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດກໍບໍ່ມີຈັກຄົນ.
ເຖິງວ່າຈະມີມາຕການຜ່ອນຜັນ ຈາກຣັຖບານ ແຕ່ກໍຍັງມີການເຝົ້າລະວັງ ການແຜ່ຣະບາດ ຂອງພຍາດໂຄວິດ19 ເປັນໄລຍະ, ເຈົ້າໜ້າທີ່ ກົມພັທນາທ່ອງທ່ຽວ ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ເພາະວ່າ ເພິ່ນໃຫ້ປົກກະຕິແລ້ວ ທີ່ວ່າເປັນໄລຍະເນາະໂຕນີ້ ຂຶ້ນກັບສູນກາງເພິ່ນເລີຍ ສໍານັກງານນາຍົກ ເພິ່ນສັ່ງມາແລ້ວເຮົາກະບໍ່ໄດ້ ເປີດເທື່ອເນາະໂຕນີ້ ໂຕນີ້ເພິ່ນບໍ່ໃຫ້ຄຳຕອບເທື່ອເນາະ ໂຕການ ປະເມີນ ຊິໃຫ້ປົກກະຕິບໍ່ ເພາະວ່າເພິ່ນບໍ່ໄດ້ເປີດດ່ານ ອີກຢ່າງບໍ່ໄດ້ ເປີດການບິນ ສາຍການບິນຕ່າງປະເທດ ກະຄືຊິບໍ່ມີແຂກເທື່ອ."
ທ່ານກ່າວວ່າປັດຈຸບັນ ຍັງບໍ່ມີການຫາລື ກ່ຽວກັບເລື້ອງ ຈະອະນຸຍາດໃຫ້ຄົນພາຍໃນປະເທດ ສາມາດເດີນທາງໄປທ່ຽວລະຫວ່າງແຂວງ ໄດ້ຍ້ອນວ່າ ປະຊາຊົນຈະແຫ່ກັນໄປທ່ຽວ ແລະຊຸມແຊວກັນ ແບບບໍ່ ລະມັດລະວັງ ຊຶ່ງຈະມີຄວາມສ່ຽງ ທີ່ເຊື້ອໂຄວິດ19 ຈະກັບຄືນມາ ຣະບາດຊ້ຳອີກ ແລະ ແຫລ່ງທ່ອງທ່ຽວແຕ່ລະບ່ອນ ຕ້ອງໄດ້ຮັບການເຫັນດີຈາກຣັຖບານ ຖ້າຈະເປີດໃຫ້ບໍຣິການ.