ງົບປະມານຂອງຣັຖບານລາວ

ສິດນີ
2014.03.26

 

ຫນັງສືພີມ ທຸຣະກິດ ການຄ້າ ອອກບົດ ລາຍງານ ວ່າ ສປປລາວ ໃນ ໄຕຣມາດ ທີສອງ ຂອງ ຕົ້ນປີນີ້ ປະເຊີນ ກັບບັນຫາ ຫລາຍຢ່າງ ນຶ່ງ ໃນນັ້ນ ກໍແມ່ນ ຄວາມຫລົ້ມ ແຫລວ ທາງດ້ານ ງົປມານ ທີ່ກາຍເປັນ ຈຸດເດັ່ນ ທາງດ້ານ ການເມືອງ ໃນລາວ ໃນ ຂະນະ ທີ່ ສປປລາວ ມີ ແຜນການ ທີ່ຈະແກ້ໄຂ ບັນຫາ ດັ່ງກ່າວ ດ້ວຍການ ອອກ ມາຕການ ຢ່າງ ເຄັ່ງຄັດ ໃນ ເວລານີ້.

ມາຕການ ດັ່ງກ່າວ ກໍແມ່ນວ່າ ທາງການ ລາວ ໄດ້ອອກ ຄຳສັ່ງ ໃຫ້ຫນ່ວຍ ງານ ຣັຖຫລຸດຜ່ອນ ການໃຊ້ຈ່າຍ ແບບ ຟູມເຟືອຍ, ປາບປາມ ການ ສໍ້ຣາສ ບັງຫລວງ ແລະ ຢຸດຕິ ການຮົ່ວໄຫລ ຂອງ ລາຍໄດ້ ຣັຖ ຈາກການ ເກັບພາສີ ທີ່ຂາດ ປະສິດ ທິພາບ ແລະ ການສໍ້ໂກງ ປະເພດ ຕ່າງໆ ຂອງ ເຈົ້າຫນ້າທີ່ີ ຣັຖ.

ນອກຈາກ ນັ້ນ ຫນັງສືພີມ ດັ່ງກ່າວ ຍັງຣະບຸ ຄວາມ ເປັນຫ່ວງ ໃນການ ເພີ້ມຂຶ້ນ ຂອງການ ຝ່າຝືນ ສິດທິມະນຸດ ໃນລາວ ທີ່ນັບມື້ ນັບເພີ້ມ ຂື້ນ ເລື້ອຍໆ ທີ່ ຣັຖບານ ລາວ ກົດຂີ່ ຂົ່ມເຂັງ ກຸ່ມ ນັກເຄື່ອນໄຫວ ຫລື ຜູ້ຕ້ານ ອຳນາດ ການປົກຄອງ ພັກຣັຖ.

ເຫດການ ສອງຢ່າງ ຂ້າງເທີງນີ້ ອາດຈະເປັນ ອຸປສັກ ຕໍ່ການ ເຕີບໂຕ ທາງດ້ານ ເສຖກິດ ຢ່າງ ວ່ອງໄວ ໃນລາວໃນເວລານີ້. ການຮົ່ວ ໄຫລ ໃຫຍ່ໆ ທີ່ ທາງ ການລາວ ຈະຕ້ອງ ແກ້ໄຂ ໃນ ເວລານີ້ ກໍແມ່ນ ການເກັບ ພາສີ ນຳເຂົ້າ, ການຄ້າໄມ້ ທ່ອນ ແລະ ການເກັບ ພາສີ ທີີ່ດິນ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.