ລາວຂຍາຍຕລາດການເງິນ
2013.09.17

ລາຍງານຂ່າວ ການຕິດຕາມ ທຸຣະກິດວ່າ ການຂຍາຍຕລາດ ການ ເງິນໃນລາວ ມີຄວາມຄືບໜ້າ ໃນຂນະທີ່ຕລາດແລກປ່ຽນ ຫຼັກຊັພ ຂອງລາວ LSX ກໍາລັງຈະເພີ້ມຈໍານວນບໍຣິສັດຈົດທະບຽນໃນຕລາດ ຫລັກຊັບແລະຂຍາຍຜລິຕພັນ ການເງິນເຊັ່ນວ່າເມື່ອເດືອນ ພຶສພາ ຜ່ານມາ ລາວ ໄດ້ອອກ ພັນທະບັດ ເພື່ອຂາຍ ໃນຕລາດຫລັກຊັບ ຂອງລາວ ແລະ ຜ່ານມາໄດ້ຂາຍ ໃນຕລາດຂອງປະເທດໄທ. ລາຍ ງານເຣື້ອງຕິດຕາມ ທຸຣະກິດ ອອນລາຍບອກວ່າ ການແລກປ່ຽນໃນ ຕລາດການເງິນໃນລາວ ຈະພົບຄວາມຝືດເຄືອງ ແດ່ເລັກນ້ອຍເພື່ອ ໃຫ້ໄດ້ຕາມ ເປົ້າໝາຍ ຍ້ອນວ່າ ຄົນສ່ວນຫລາຍ ບໍ່ທັນມີຄວາມຮູ້ ໃນການລົງທຶນ ທາງການເງິນ. ເພື່ອຈະເດີນໜ້າໄປຢ່າງບໍ່ມີຄວາມ ຝືດເຄືອງ ນັ້ນຈໍາເປັນ ຕ້ອງອາໄສ ໃຫ້ມີ ທະນາຄານ ຕ່າງປະເທດ ເຂົ້າມາຕັ້ງຢູ່ລາວຫຼາຍຂຶ້ນໃນຂນະທີ່ ການລົງທຶນ ຕ່າງປະເທດ ໃນ ລາວເພີ້ມຂື້ນ.
ປັດຈຸບັນ ບໍຣິສັດ ຈົດທະບຽນ ໃນຕລາດຫລັກຊັພລາວ ມີແຕ່ສອງ ບໍຣິສັດ ຄືທະນາຄານການຄ້າຕ່າງປະເທດຊຶ່ງເປັນ ຣັຖວິສາຫະກິດ ແລະບໍຣິສັດໄຟຟ້າລາວ ໂດຍມີທຶນໝູນວຽນ $1,100 ລ້ານ. 60% ຂອງການແລກປ່ຽນໃນປີ 2012 ແມ່ນນັກລົງທຶນ ຈາກປະເທດ ຈີນ ແລະໄທ. ການສໍາຣວດ 1,000 ກວ່າບໍຣິສັດເມື່ອບໍ່ດົນມານີ້ພົບວ່າມີ 20 ບໍຣິສັດໃນຈໍານວນ 38 ບໍຣິສັດ ທີ່ມີເງື່ອນໄຂຈົດທະບຽນ ສະແດງ ເຈດຈໍານົງ ຢາກຈົດທະບຽນ ໃນຕລາດ ຫລັກຊັພຂອງລາວ. ໃນເວລາສັ້ນໆນີ້ມີ 4 ບໍຣິສັດ ທີ່ຈະຈົດທະບຽນ ເພື່ອແລກປ່ຽນຫຸ້ນ ໃນຕລາດ ຫລັກຊັພລາວ.
ໃນປີ 2016 ທາງຕລາດຫັລກຊັພ ຄາດວ່າ ຢາກໃຫ້ໄດ້ 10 ບໍຣິສັດ ຈົດທະບຽນເຂົ້າຮ່ວມ ແຕ່ຕາມຂໍ້ມູນ ການແລກປ່ຽນ ໃນແຕ່ລະວັນນັ້ນ ມີປະຣິມານ ພຽງແຕ່ 93,000 ຊຶ່ງຖືວ່າຍັງຫ່າງໄກ ຈາກເປົ້າໝາຍ ທີ່ຢາກໄດ້ 1 ລ້ານ ຈຶ່ງຈະເຮັດໃຫ້ການແລກປ່ຽນ ໄດ້ທຶນຄືນຫລັງຈາກ ໄດ້ຫລຸບທືນມາຕລອດນັບແຕ່ຕັ້ງຂຶ້ນມາ.