ກົດໝາຍທີ່ດິນ ກໍາລັງຮ່າງໃໝ່
2013.03.27
ອົງການ ທີ່ດິນ ແຫ່ງຊາດ ລາວ ຢູ່ໃນຂັ້ນຕອນ ຮ່າງ ນະໂຍບາຍ ແລະ ແມ່ບົດ ການຈັດສັນ ທີ່ດິນໃຫມ່ ເພື່ອໃຫ້ ເປັນ ກົດຫມາຍ.
ເຈົ້າຫນ້າທີ່ ຈາກ ກະຊວງ ຊັພຍາກອນ ທັມມະຊາດ ທ່ານນຶ່ງ ເວົ້າວ່າ ປັດຈຸບັນ ອົງການ ທີ່ດິນ ແຫ່ງຊາດລາວ ກຳລັງ ຢູ່ໃນຂັ້ນຕອນ ຮ່າງ ນະໂຍບາຍ ແລະ ແມ່ບົດການ ຈັດສັນ ທີ່ດິນໃຫມ່ ເພື່ອ ໃຫ້ສະພາ ແຫ່ງຊາດ ຮັບເອົາ ເປັນກົດຫມາຍ ໃນຊ່ວງ ເປີດປະຊຸມ ສະພາ ໃນ ເດືອນ ມິຖຸນາ 6 2013 ນີ້. ກົດຫມາຍ ດັ່ງກ່າວ ຈະຖືກ ບັງຄັບໃຊ້ ທົ່ວປະເທດ. ດັ່ງທ່ານກ່າວວ່າ:
"ຍັງປັບປຸງຢູ່ ແຜນແມ່ບົດນີ້ ມັນຈະເວົ້າເຖິງ ການເຮັດວຽກ ເຮັດງານ ການຄຸ້ມຄອງ ທີ່ດິນ ທົ່ວປະເທດ ສ່ວນ ນະໂຍບາຍ ນັ້ນ ຫມາຍຄວາມວ່າ ຈະນຳໃຊ້ ທີ່ດີນ ແນວໃດ ມັນຕ່າງກັນ ຢູ່ນີ້ ພວກເຮົາ ຈະພັທນາ ນຳໃຊ້ ໃຫ້ມັນຢູ່ ໃນແງ່ຂອງ ທາງດ້ານ ວິຊາການ ໃນການ ຄຸ້ມຄອງ ເພື່ອນຳໃຊ້ ຊັພຍາກອນ ທັມມະຊາດ ແບບຍືນຍົງ".
ທ່ານກ່າວ ຕໍ່ໄປວ່າ ນະໂຍບາຍ ທີ່ດິນ ແລະ ແຜນແມ່ບົດ ຈັດສັນທີ່ດິນ ໃນທຸກມື້ນີ້ ດຳເນີນການ ໂດຍອົງການ ທີ່ດິນ ແຕ່ຍັງບໍ່ມີ ລາຍລະອຽດ ໃນການ ປະຕິບັດ ງານ ຂອງອົງການ ກ່ຽວຂ້ອງຕ່າງໆ ເນື່ອງຈາກວ່າ ຍັງບໍ່ທັນ ເປັນກົດຫມາຍ ເທື່ອ, ດ່ັງນັ້ນ ການດັດແປງ ຄັ້ງນີ້ ຈຳເປັນຕ້ອງ ໃຫ້ຜ່ານ ສະພາ ໃຫ້ເປັນ ກົດຫມາຍ ທີ່ສາມາດ ບັງຄັບ ໃຊ້ໄດ້. ທີ່ຜ່ານມາ ການຄຸ້ມຄອງ ທີ່ດີນ ຍັງບໍ່ເຂົ້າ ສູ່ຣະບົບ ຈຶ່ງເຮັດໃຫ້ ມີບັນຫາ ຫລາຍຢ່າງ ຕາມມາ ແລະ ກໍບໍ່ສາມາດ ແກ້ໄຂໄດ້ ທ່ານກ່າວ ເພີ້ມວ່າ:
"ມັນມີຫລາຍ ບັນຫາ ເກີດຂື້ນ ໃນຂົງເຂດ ທີ່ດິນ ເປັນຕົ້ນ ແມ່ນອະນຸຍາດ ໃຫ້ການລົງທຶນ ຫລືວ່່າ ບຸກຄົນ ນຳໃຊ້ ກໍມີຫລາຍ ບັນຫາ ເຫມືອນກັນ ແຕ່ວ່າ ເຣື້ອງນີ້ຖືວ່າ ການປັບປຸງ ນີ້ເພີ່ນເຫັນວ່າ ມັນບໍ່ສອດຄ່ອງ ໃນຍຸຄ ປັດຈຸບັນ ແລະ ເພີ່ນກໍໃຫ້ ປັບປຸງ ຄືນໃຫມ່".
ທ່ານວ່າ ສຳລັບ ຮ່າງນະໂຍບາຍ ທີ່ດິນ ແຫ່ງຊາດ ຈະຍື່ນໃຫ້ ຣັຖບານ ໃນເດືອນ ເມສາ ແລະ ຈະສົ່ງເຂົ້າ ກອງປະຊຸມ ສະພາ ແຫ່ງຊາດ ໃນເດືອນ ມິຖຸນາ ປີນີ້ ສ່ວນແຜນ ແມ່ບົດ ການຈັດສັນ ທີ່ດິນ ແຫ່ງຊາດນັ້ນ ຈະໃຫ້ສະພາ ອອກສຽງ ໃນເດືອນ 12 ປີນີ້.