ການພັທນາແບບຍືນຍົງ ຂອງ ພັກ-ຣັຖ

ສິດນີ
2018.05.10
F-farmer-boy ຊາວນາໜຸ່ມນ້ອຍ
Public Domain

ຣັຖບານລາວຍອມຮັບວ່າ ຕ້ອງການ ປັບປຸງເຣື້ອງໂຄງຮ່າງພື້ນຖານ ການພັທນາເສຖກິດໃນລາວໃຫ້ຍືນຍົງ ຍ້ອນວ່າແຜນການພັທນາ ໃນ ປັດຈຸບັນເປັນແຜນການພັທນາບໍ່ຍືນຍົງ ບໍ່ສອດຄ່ອງກັບກົນໄກ ແຜນພັທນາເສຖກິດແຫ່ງຊາດ ທີ່ຣັຖບານວາງໄວ້.

ໃນຄຳປາສັຍຕໍ່ກອງປະຊຸມນັກຂ່າວ ຫລັງຈາກກອງປະຊຸມປະຈໍາເດືອນມິນາ ຂອງຣັຖບານ ທີ່ແຂວງຫົວພັນ ໃນອາທີດທີ່ຜ່ານມາ ດຣ.ຈະເຣີນ ເຢັຽປາວເຮີ ນັກວິຊາການດ້ານເສຖກິດ ກ່າວວ່າ ນຶ່ງບັນຫາທີ່ທ້າທາຍ ໃນໂຄງການພັທນາ ທາງດ້ານເສຖກິດ ທີ່ຣັຖບານລາວຕ້ອງໄດ້ແກ້ໄຂ ກໍແມ່ນວ່າ ເສຖກິດລາວຍັງສືບຕໍ່ການເຕີບໂຕ ດ້ວຍການໃຊ້ຊັພຍາກອນທັມມະຊາດຫຼາຍ ຢູ່ໃນທຸກມື້ນີ້ ໃນການສ້າງວຽກເຮັດງານທຳ ແລະ ຣາຍໄດ້ໃຫ້ປະເທດຊາດ ຊຶ່ງການເຕີບໂຕ ດັ່ງກ່າວ ບໍ່ແມ່ນມາຈາກການພັທນາ ທີ່ຍືນຍົງ ຖ້າຫມົດຊັພຍາກອນທັມມະຊາດ ທີ່ລາວມີຢູ່ແລ້ວ ຈະຫາຫຍັງອີກ ມາກະຕຸ້ນເສຖກິດໃນລາວ.

ທ່ານວ່າ ພື້ນຖານເສຖກິດໃນລາວ ແມ່ນການໃຊ້ຊັພຍາກອນທັມມະຊາດເປັນຕົ້ນ ດັ່ງການໃຊ້ສາຍນ້ຳ ໃນການສ້າງເຂື່ອນໄຟຟ້າ ແຮ່ທາດ ໃນການສົ່ງອອກ ຕັດໄມ້ແລະການປູກຕົ້ນໄມ້ເສຖກິດ ຊຶ່ງການກະທຳດັ່ງກ່າວ ເປັນການພັທນາບໍ່ຍັ້ງຍືນ ໃນມື້ນຶ່ງ ຊັພຍາກອນເຫລົ່ານີ້ ກໍຈະຫມົດໄປ.

ໃນແຜນການພັທນາທີ່ຍືນຍົງ ຣັຖບານລາວຕ້ອງປ່ຽນຈາກການພັທນາ ທີ່ໃຊ້ຊັພຍາກອນທັມມະຊາດ ເປັນຫລັກໃນການພັທນາ ເພື່ອສົ່ງເສີມ ການຜລິດສິນຄ້າສົ່ງອອກ ສ້າງວຽກເຮັດງານທຳ ແລະຣາຍໄດ້ໃຫ້ແກ່ປະຊາຊົນ ທ້ອງຖິ່ນດີກວ່າຈຶ່ງຈະເອີ້ນໄດ້ວ່າ ເປັນການພັທນາທີ່ຍືນຍົງ.

ອີງຕາມແຜນການພັທນາທີ່ຍືນຍົງ ຂອງ ທະນາຄານພັທນາເອເຊັຽ, ການພັທນາທາງດ້ານການກະເສດ ແລະການຜລິດ ທີ່ຈະສ້າງວຽກເຮັດ ງານທຳ ແລະຣາຍໄດ້ ໃຫ້ແກ່ປະຊາຊົນທ້ອງຖິ່ນໃນລາວເຖິງ 80% ນັ້ນຈະເປັນການພັທນາທີ່ຍືນຍົງ ການພັທນາ ດັ່ງກ່າວຈະຍົກຣະດັບ ການເປັນຢູ່ຂອງປະຊາຊົນໃຫ້ພົ້ນຈາກ ສະພາບຄວາມທຸກຍາກໃນລາວໄດ້ ແຕ່ໃນທາງຕົງກັນຂ້າມ ການພັທນາທາງດ້ານອຸດສາຫະກັມ ການຂຸດຄົ້ນແຮ່ທາດການສ້າງເຂື່ອນ ແລະການປູກຕົ້ນໄມ້ເສຖກິດ ທີ່ລາວມີຢູ່ໃນປັດຈຸບັນ ຈະບໍ່ສ້າງວຽກເຮັດງານທຳ ແລະຣາຍໄດ້ໃຫ້ແກ່ ປະຊາຊົນທ້ອງຖິ່ນຫລາຍປານໃດ ສ່ວນໃຫຍ່ຈະເປັນຣາຍໄດ້ຂອງນັກລົງທຶນ ຕ່າງຊາດຫລາຍກວ່າ.

ອີກບັນຫານຶ່ງ ທີ່ຣັຖບານລາວຈະຕ້ອງໄດ້ແກ້ໄຂ ກໍແມ່ນການຕິດຫນີ້ ຕ່າງປະເທດຫລາຍຂຶ້ນໃນທຸກມື້ນີ້ ຣັຖບານລາວ ຈະໃຊ້ເວລາຫຼາຍປີ ໃນການໃຊ້ຫນີ້ດັ່ງກ່າວ ແລະຣາຍໄດ້ ໃນແຕ່ລະປີ ຂອງຣັຖບານໃນລາວ ໃນທຸກມື້ນີ້ ສ່ວນນຶ່ງກໍແບ່ງໄປໃຊ້ຫນີ້ ແທນທີ່ຈະເອົາມາພັທນາ ປະເທດຊາດ ແລະຊ່ອຍເຫລືອປະຊາຊົນ ໃຫ້ພົ້ນຈາກຄວາມທຸກຍາກ.

ດຣ. ເຢັຽປາວເຮີ ກ່າວຕື່ມວ່າ ນອກຈາກສິ່ງທີ່ກ່າວມາຂ້າງເທິງນັ້ນແລ້ວ ນຶ່ງໃນນັ້ນກໍແມ່ນການປັບປຸງ ການເກັບຣາຍຮັບ ຂອງຣັຖບານໃຫ້ ມີປະສິດທິພາບ ປາສຈາກການຮົ່ວໄຫລ ໃຊ້ເທັກໂນໂລຈີ ທີ່ທັນສມັຍໃນການເກັບຣາຍຮັບ ຮ່ວມທັງການຫັນປ່ຽນ ຈາກແຜນເສຖກິດ ໃຊ້ ຊັພຍາກອນທັມມະຊາດ ມາເປັນການພັທນາເສຖກິດ ການຜລິດຫລືແປຮູບ ການກະເສດແລະການຜລິດເພື່ອສົ່ງອອກ ປະເພດຕ່າງໆ ຫລາຍຂື້ນ.

ປັດຈຸບັນ ສປປລາວມີຣາຍໄດ້ຈາກການສົ່ງອອກໄຟຟ້າ ແລະແຮ່ທາດ ຈາກການຂຸດຄົ້ນແລະສ້າງເຂຶ່ອນ ແຕ່ຣາຍໄດ້ດັ່ງກ່າວເປັນຂອງນັກ ລົງທຶນ ຣັຖບານລາວໄດ້ພຽງແຕ່ຄ່າສຳປະທານ ຍ້ອນອາຍຸສຳປະທານຍັງຫຼາຍປີ ສຳລັບເຂື່ອນແລະແຮ່ທາດ ກໍຈະຫມົດໄປ ເປັນຣາຍໄດ້ ທີ່ບໍ່ຍືນຍົງແລະບໍ່ຫມັ້ນຄົງ.

ເຖິງຢ່າງໃດກໍດີ ນັກວິຊາການຕ່າງຊາດທ່ານນຶ່ງເວົ້າວ່າ ທາງການລາວບໍ່ມີທາງເລືອກອື່ນ ໃນການພັທນາປະເທດຊາດ ຈື່ງໃຊ້ຊັພຍາກອນ ທັມມະຊາດ ມາເປັນທຶນບໍ່ດັ່ງນັ້ນ ຈະບໍ່ມີຫົນທາງແນວອື່ນ ມາກະຕຸ້ນການລົງທຶນ ຈາກຕ່າງປະເທດ.

ທ່ານວ່າຫລັງຈາກ ສປປລາວ ເລີ້ມເປີດກວ້າງທາງດ້ານເສຖກິດໃນຊຸ່ມປີ 1986 ເປັນຕົ້ນມາ ກໍມີຫລາຍໂຄງການ ທີ່ນັກລົງທຶນຕ່າງຊາດ ເຂົ້າມາ ສຳປະທານ, ໂຄງການໃຫຍ່ໆກໍມີ ໂຄງການສ້າງເຂຶ່ອນໄຟຟ້າ ຂຸດຄົ້ນແຮ່ທາດ ແລະປູຸກຕົ້ນໄມ້ເສຖກິດ, ເຊັ່ນ;ຢາງພາລາ ແລະ ອື່ນໆ ແຕ່ໂຄງການເຫລົ່ານັ້ນ ຕ້ອງໄດ້ແລກດ້ວຍຊັພຍາກອມທັມມະຊາດ ແລະກໍເປັນໂຄງການພັທນາທີ່ບໍ່ຍືນຍົງ.

ເຊັ່ນຕົວຢ່າງ ໂຄງການສ້າງເຂຶ່ອນໄຟຟ້າ ຣັຖບານລາວມີແຜນການຈະສ້າງເຂື່ອນຂນາດໃຫຍ່ ຂນາດກາງ ແລະຂນາດນ້ອຍ ທົ່ວປະເທດ ປະມານ 70 ເຂື່ອນຮ່ວມດ້ວຍ ເຂື່ອນກັ້ນນ້ຳຂອງ 9 ເຂື່ອນ ເພື່ອລາວ ຢາກເປັນຫມໍ້ໄຟ ສຳລັບອາຊຽນ. ແຕ່ແຜນການພັທນາ ດ້ວຍການ ສ້າງເຂື່ອນ ມັນທຳລາຍສິ່ງແວດລ້ອມ ວິຖີຊິວິດຂອງປະຊາຊົນທ້ອງຖິ່ນ ແລະກໍເປັນໂຄງການພັທນາທີ່ບໍ່ຍືນຍົງ. ດັ່ງນັກວິຊາການລາວ ອີກທ່ານນຶ່ງເວົ້າວ່າ:

"ຂະເຈົ້າບໍ່ເຫັນຄວາມສຳຄັນໃນການພັທນາຍືນຍົງ ເພື່ອລົບລ້າງຄວາມອຶດຫິວໃນລາວ ຕົວຢ່າງກໍຄືການຕັດຕົ້ນໄມ້ ແລະການຂຸດບໍ່ແຮ່ ຕ່າງໆນີ້ ການຕັດໄມ້ນັ້ນກ່ອນມັນຈະເກີດມາໄດ້ ກໍຫຼາຍປີ ການຂຸດແຮ່ນີ້ ຖ້າຂຸດໄປແລ້ວມັນກໍຫມົດ ມັນບໍ່ເກີດຂຶ້ນ ມາອີກໃຫມ່ ມັນມີ ຜົລປໂຍດອັນໃດ ແກ່ຄົນລາວເຮົາ."

ໂຄງການພັທນາທີ່ບໍ່ຍືນຍົງ ອັນທີສອງ ໃນລາວ ກໍແມ່ນການຂຸດຄົ້ນແຮ່ທາດ ຊຶ່ງຣັຖບານລາວ ມີແຜນການຈະອະນຸມັດ ໃຫ້ນັກລົງທຶຶນ ຕ່າງຊາດເຂົ້າມາສຳຣວດ ແລະຂຸດຄົ້ນແຮ່ທາດໃນລາວ ແຕ່ເຫນືອຕຣອດໃຕ້ເຖິງ 70 ບໍ່. ໂຄງການຂຸດຄົ້ນບໍ່ແຮ່ໃຫຍ່ໆ ໃນລາວ ກໍແມ່ນ ບໍ່ຄຳທີ່ເຊໂປນ ພູເບັ້ຽ ພູຄຳ ແລະບໍ່ທອງແດງທີ່ບ້ານຫ້ວຍຊາຍ ບໍ່ບ໋ອກໄຊ໋ ທີ່ແຂວງອັດຕະປືແລະຈຳປາສັກ ຢູ່ໃນແຜນການທີ່ຈະຂຸດຄົ້ນ ແລະບໍ່ເລັກບໍ່ນ້ອຍ ປະເພດອື່ນໆຫລາຍສິບບໍ່ ໃນທົ່ວປະເທດ ກໍຢູ່ໃນແຜນການທີ່ຈະສຳຣວດ ແລະຂຸດຄົ້ນ.

ແຕ່ໂຄງການດັ່ງກ່າວທັງຫມົດນີ້ ເປັນການພັທນາທີ່ບໍ່ຍືນຍົງ ຍ້ອນມັນທຳລາຍສິ່ງແວດລ້ອມ ແມ່ນ້ຳລຳທານແລະວິຖີຊິວິດ ຂອງປະຊາຊົນ ຖ້າບໍ່ແຮ່ທາດດັ່ງກ່າວຫາກຖືກຂຸດ ຄົ້ນໄປຫມົດແລ້ວ ຣັຖບານຈະເອົາຫຍັງມາພັທນາປະເທດຕໍ່ໄປ ການຂຸດຄົ້ນແຮ່ທາດນອກຈາກທຳລາຍ ສິ່ງແວດລ້ອມ ແລະແມ່ນ້ຳລຳທານແລ້ວ ກໍຍັງຈະສ້າງບັນຫາ ໃຫ້ແກ່ການກະເສດ ໃນເຂດອ້ອມແອ້ມພື້ນທີ່ດ່ັງກ່າວນຳອີກ ເພາະມັນຈະປ່ອຍ ນ້ຳເສັຽ ລົງໃສ່ແມ່ນ້ຳລຳທານ ພືດຜັກອາຫານ ທີ່ປະຊາຊົນຫາລ້ຽງ ຊີວິດໃນແຕ່ລະວັນ ກໍຈະປົນເປື້ອນໄປດ້ວຍສານເຄມີ ຈາກອ່າງເກັບ ນ້ຳເສັຽ ທີ່ບໍຣິສັດປ່ອຍອອກ. ຮ້າຍໄປກວ່ານັ້ນພື້ທີ່ ໃນບ່ອນຂຸດຄົ້ນແຮ່ທາດແລະບໍຣິເວນໃກ້ຄຽງ ກໍຈະໃຊ້ການບໍ່ໄດ້ ຫລັງຈາກສິ້ນສຸດ ການຂຸດຄົ້ນແຮ່ທາດ ເປັນເວລາຫລາຍປີ.

ໂຄງການພັທນາທີ່ບໍ່ຍືນຍົງ ອັນທີສາມ ກໍແມ່ນການປູກຕົ້ນໄມ້ເສຖກິດ ເຊັ່ນຢາງພາລາເປັນຕົ້ນ. ຣັຖບານລາວໄດ້ອະນຸມັດ ໃຫ້ນັກລົງທຶນ ຕ່າງຊາດ ສ່ວນໃຫຍ່ແມ່ນຈີນແລະວຽດນາມ ເຂົ້າມາປູກຢາງພາລາໃນລາວ ຫຼາຍແສນເຮັກຕາແຕ່ເໜືອຕຣອດໃຕ້ ແລະບາງແຫ່ງກໍກວມ ເອົາດິນຊາວບ້ານ. ການປູກຢາງພາລາ ຈະເຮັດໃຫ້ແມ່ນ້ຳລຳທານ ຊີວິດການເປັນຢູ່ຂອງປະຊາຊົນ ແລະສະພາບແວດລ້ອມ ໃນຂົງເຂດ ແຫ່ງນັ້ນຖືກທຳລາຍ ຍ້ອນໃຊ້ສານເຄມີ ສ່ວນໃຫຍ່ ຈະເປັນຜົລປໂຍດ ຂອງນາຍທຶນຫຼາຍກວ່າ ປະຊາຊົນທ້ອງຖິ່ນ.

ນັກວິຊາການອີກທ່ານນຶ່ງເວົ້າວ່າ ການພັທນາຍືນຍົງ ແມ່ນການພັທນາທີ່ຈະໃຫ້ຜົລປໂຍດແກ່ປະເທດຊາດແລະປະຊາຊົນ ໃນຣະຍະຍາວ ເປັນການພັທນາ ທີ່ມີມາຕຖານໂປ່ງໃສ ແລະປະຊາຊົນມີສ່ວນຮ່ວມ ບໍ່ແມ່ນການພັທນາບັງຄັບໃຫ້ປະຊາຊົນ ໂຍກຍ້າຍຈາກພື້ນທີ່ບ່ອນຢູ່ ອາສັຍ ແລະບ່ອນທຳມາຫາກິນ ລ້ຽງຄອບຄົວຂອງພວກຂະເຈົ້າ ດັ່ງທີ່ຣັຖບານລາວ ເຮັດຢູ່ໃນປັດຈຸບັນ.

ທ່ານວ່າ ໂຄງການພັທນາທີ່ດີແລະຍືນຍົງ ຂອງຣັຖບານລາວ ແມ່ນໂຄງການເຂດເສຖກິດພິເສດໃນລາວ ທີ່ຈະເຮັດໃຫ້ຄົນລາວມີວຽກເຮັດ ງານທຳ ແລະສ້າງຣາຍໄດ້ ໃຫ້ແກ່ປະເທດຊາດ ໃນຣະຍະຍາວ ແຕ່ເຂດເສຖກິດພິເສດ ຫຼາຍແຫ່ງໃນລາວປັດຈຸບັນ ສ່ວນໃຫຍ່ ຈະຈ້າງ ແຮງງານຕ່າງດ້າວຫລາຍກວ່າ ເພາະຖືວ່າ ແຮງງານລາວຂາດ ຄຸນນະພາບໃນ ການເຮັດວຽກ.

ສປປລາວ ຈະມີອະນາຄົດດີກວ່ານີ້ ຖ້າມີໂຄງການພັທນາເສຖກິດແບບຍືນຍົງ ສ້າງວຽກເຮັດງານທຳແລະຣາຍໄດ້ໃຫ້ແກ່ ຣັຖບານລາວ ແລະປະຊາຊົນທ້ອງຖິ່ນ ຮ່ວມທັງການບໍຣິຫານຈັດການທີ່ດີ ແລະໂປ່ງໄສ ປາບປາມການສໍ້ຣາຊບັງຫຼວງ ແລະ ປົກຄອງດ້ວຍຣະບົບ ກົດຫມາຍ ຢ່າງແທ້ຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.