ການຕັດສິນຄະດີຂອງສານ

ອຸ່ນແກ້ວ ສຸກສະຫວັນ
2017.11.02
f-justice ກະຊວງຍຸຕິທັມ ສປປລາວ
Public domain

ການຕັດສິນຄະດີຂອງສານ ມີຄວາມວ່ອງໄວ, ໂປ່ງໃສແລະຍຸຕິທັມ ແທ້ຫລືບໍ່ນັ້ນ ຍັງຄົງເປັນຄຳຖາມໃຫຍ່ ທີ່ສັງຄົມລາວ ກຳລັງຊອກຫາ ຄຳຕອບ ຢູ່ໃນຕອນນີ້. ແຕ່ໃນເວລາດຽວກັນ ເຈົ້າໜ້າທີ່ສານສູງສຸດ ກໍບອກວ່າ ການດຳເນີນຄະດີ ແລະ ການຕັດສິນຂອງສານ ມີຄຸນນະ ພາບ ແລະ ປະສິດທິພາບຂຶ້ນ.

ທ່ານ ຄຳພັນ ສິດທິດຳພາ ປະທານສານປະຊາຊົນສູງສຸດ ໄດ້ກ່າວຣາຍງານກ່ຽວກັບການປະຕິບັດ ວຽກງານຂອງສານ ຢູ່ໃນກອງປະຊຸມ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 25 ຕຸລາ ຕອນນຶ່ງວ່າ:

"ສານແຕ່ລະຂັ້ນ ໄດ້ເອົາໃຈໃສ່ປັບປຸງກົນໄກ ແບບແຜນວິທີການດໍາເນີນ ຄະດີຢູ່ສານ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ແລະຖືກຕ້ອງຮັບ ປະກັນ ຄວາມຍຸຕິທັມ ໃນສັງຄົມ ເຮັດໃຫ້ການ ພິຈາຣະນາ ຕັດສິນຂອງສານ ມີຄຸນນະພາບ ແລະ ປະສິດທິພາບ ສູງຂຶ້ນເທື່ອລະກ້າວ".

ອີງຕາມຂໍ້ມູນຈາກ ທ່ານ ຄຳພັນ ສິດທະດຳພາ ປະທານ ສານປະຊາຊົນສູງສຸດ, ມີຄະດີທັງໝົດປະມານ 6 ພັນກວ່າເລື້ອງ ລວມທັງ ຄະດີທີ່ຍັງຄ້າງມາແຕ່ກ່ອນ ແລະໄດ້ຕັດສິນ ໄປແລ້ວເກືອບ 5 ພັນເລື້ອງ, ຊຶ່ງກວມເອົາ ອັດຕຣາສ່ວນປະມານ 70 ເປີເຊັນ ທີ່ສາມາດ ຕັດສິນຄະດີໄດ້.

ໃນຂະນະທີ່ປະຊາຊົນລາວ ຜູ້ທີ່ເຄີຍປະສົບ-ພົບພໍ້ ກັບການດຳເນີນຄະດີ ທີ່ຊັກຊ້າ ແລະແກ່ຍາວມາໄດ້ຫລາຍກວ່າ 10 ປີ ກໍຍັງຄົງມີ ຄວາມຄິດເຫັນ ທີ່ຂັດກັບ ປະທານສານສູງສຸດ, ຣາຍລະອຽດໃຫ້ ທ່ານ ໄປຟັງສຽງ ປະຊາຊົນ.

ອັນນັ້ນ ເປັນຄຳເຫັນຂອງປະຊາຊົນ ແລະ ໃນຂະນະທີ່ ນັກວິຊາການລາວ ທ່ານນຶ່ງ ກໍໃຫ້ເຫດຜົນວ່າ ການດຳເນີນຄະດີ ຂອງສານ ຍັງບໍ່ສອດຄ່ອງ ຄວາມເປັນຈິງ ໂດຍສະເພາະ ການກັກໂຕ ຜູ້ຕ້ອງຫາ, ບາງກໍຣະນີ ມີການຫລິ້ນເສັ້ນ ຫລິ້ນສາຍ ແບບທຳນອງທີ່ວ່າ ຄົນຮັ່ງບໍ່ໄດ້ເຂົ້າຄຸກ ຄົນທຸກບໍ່ໄດ້ເຂົ້າໂຮງໝໍ, ແລະຢູ່ປະເທດລາວ ຍັງມີບັນຫາການເຂົ້າຫາ ຂະບວນການຍຸຕິທັມ ລູກຄວາມ ບໍ່ສາມາດ ເຂົ້າເຖີງ ທະນາຍຄວາມ ແລະ ທະນາຍຄວາມ ບໍ່ສາມາດເຂົ້າເຖີງ ລູກຄວາມໄດ້ ເຖີງວ່າຈະມີນິຕິກັມ ຮອງຮັບກໍຕາມ, ຊຶ່ງຈະເຮັດໃຫ້ ການພັທນາ ປະເທດລາວ ໃຫ້ກາຍເປັນ ຣັຖແຫ່ງກົດໝາຍ ຄົງເປັນພຽງຈິນຕະການ.

ກະຊວງຍຸຕິທັມ ອົງການອັຍການປະຊາຊົນສູງສຸດ ແລະສານປະຊາຊົນສູງສຸດ ໄດ້ມີແຜນແມ່ບົດ ກ່ຽວກັບການພັທນາລັດແຫ່ງກົດໝາຍ ແຕ່ນີ້ ຖີງປີ 2020. ບັນຫາທີ່ເກີດຂຶ້ນກໍຄື ມີຜູ້ທີ່ຖືກ ກັກຂັງພາງ ຫລາຍຄົນຕ້ອງ ອັບປະໂຫຍດ ໂດຍທີ່ເຈົ້າໜ້າທີ່ ບໍ່ໄດ້ມີຂໍ້ຫາຫຍັງ.

ຕົວຢ່າງການຈັບ ທ່ານ ແພງ ຊາວຫລວງພຣະບາງ ມາສືບສອບສອບສວນໃນວັນທີ 3 ມິຖຸນາ ກ່ຽວກັບເລື້ອງນັກທ່ອງທ່ຽວ ຊາວເກົາຫຼີໃຕ້ ຫາຍຕົວໄປ, ແລະ ປ່ອຍຕົວ ໃນວັນທີ 17 ສິງຫາ ໂດຍທີ່ ເຈົ້າໜ້າທີ່ເຮັດຄື ບໍ່ມີຫຍັງເກີດຂຶ້ນ.

ອີກຕົວຢ່າງນຶ່ງ, ການຈັບຊາວບ້ານຢືບ ເມືອງທ່າແຕງແຂວງເຊກອງ 14 ຄົນກ່ຽວກັບເລື້ອງຂໍ້ຂັດແຍ່ງທີ່ດິນ ຈັບແຕ່ວັນທີ 25 ກໍຣະກະດາ ຈົນມາເຖີງ ປັດຈຸບັນນີ້ ຊາວບ້ານ ກໍຍັງບໍ່ທັນໄດ້ ຮັບການປ່ອຍໂຕ ໃນຂະນະທີ່ ເຈົ້າໜ້າທີ່ສານ ແລະອັຍການ ຕະຫຼອດຮອດເຈົ້າໜ້າທີ່ ຕຳຣວດ ແຂວງເຊກອງ ກໍຍັງບໍ່ທັນໄດ້ ມີຂໍ້ຫາຫຍັງ ໃນກາຈັບກຸມ ເຂົາເຈົ້າ ຄັ້ງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.