ເຈົ້າໜ້າທີ່ທະນາຄານ ຕອບໂຕ້ ທ.ປໍເຮີ
2017.07.21
ກ່ຽວກັບຄຳເວົ້າຂອງທ່ານ ປໍເຮີ ປະທານ ບໍຣິສັດ PS ທີ່ວ່າ ບັນຫາເກີດຂຶ້ນຍ້ອນ ທະນາຄານ ແຫ່ງ ສປປລາວ ອອກແຈ້ງການ ໃສ່ຮ້າຍ ປ້າຍສີ ບໍຣິສັດ ຂອງຕົນ, ເຈົ້າໜ້າທີ່ ຂັ້ນສູງຂອງ ທະນາຄານ ແຫ່ງ ສປປລາວ ໄດ້ຊີ້ແຈງວ່າ ເປັນຄຳເວົ້າທີ່ ບໍ່ຖືກຕ້ອງ. ດັ່ງທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທະນາຄານ ແຫ່ງ ສປປລາວ ໄດ້ກ່າວຕໍ່ ເອເຊັຍເສຣີ ໃນວັນທີ 20 ກໍຣະກະດາ ວ່າ:
"ແຕ່ຄວາມຈິງ ບໍຣິສັດກ້າເວົ້າແນວນັ້ນ ກະບໍ່ຖືກຕ້ອງຫັ້ນແຫລະ ວ່າຍ້ອນແຈ້ງການນັ້ນ ຄວາມຈິງ ແຈ້ງການຂອງພວກເຮົາ ມີເຈດຕະນາ ໃຫ້ປະຊາຊົນ ມີສະຕິລະວັງຕົວ ບໍ່ໃຫ້ໄປຫລົງເຊື່ອ".
ນຶ່ງເດືອນຜ່ານມາ ບໍຣິສັດ PS ຍັງບໍ່ທັນຈ່າຍເງິນໃຫ້ລູກຄ້າ ຕາມທີ່ ທະນາຄານ ໄດ້ໃຫ້ກຳນົດໄວ້ ຄືເລີ້ມແຕ່ວັນທີ 6 ມິຖຸນາ ຫາວັນທີ 6 ກໍຣະກະດາ ປີນີ້, ແຕ່ບໍຣິສັດ PS ກໍບໍ່ໄດ້ ຈ່າຍຄືນໃຫ້ລູກຄ້າ ຄົນໃດເລີຍ. ກ່ຽວກັບເລື້ອງນີ້ ທະນາຄານ ຈະມີມາດຕະການ ທີ່ເໝາະສົມ ເພື່ອ ແກ້ໄຂບັນຫາ, ດັ່ງ ທ່ານ ເພັດສະຖາພອນ ກ່າວຕື່ມວ່າ:
"ເອີພວກເຮົາມີຄນະຮັບຜິດຊອບ ແລະ ຄົ້ນຄວ້າ ວິທີການແກ້ໄຂ ຢ່າງເໝາະສົມ".
ໃນມື້ວັນທີ 14 ມິຖຸນາ ຜ່ານມາ ເຈົ້າໜ້າທີ່ ຈາກກົມຄຸ້ມຄອງ ສະຖາບັນ ການເງິນ ຂອງ ທະນາຄານ ແຫ່ງສປປລາວ ແລະ ເຈົ້າຫນ້າທີ່ ກ່ຽວຂ້ອງ ທາງການ ໄດ້ປະຊຸມກັບ ປະທານ ບໍຣິສັດ PS ເພື່ອໃຫ້ ບໍຣິສັດ ຈ່າຍເງິນຄືນ ໃຫ້ ປະຊາຊົນ. ນອກຈາກນີ້ ທາງບໍຣິສັດ PS ຍັງຕ້ອງໄດ້ ຣາຍງານ ສະພາບທາງການເງິນ, ສລຸບລາຍຮັບ ລາຍຈ່າຍ, ຊັບສິນທັງໝົດ ຂອງບໍຣິສັດ, ບັນຊີເງິນຝາກ ທັງພາຍໃນ ແລະ ຕ່າງປະເທດ, ຮ່ວມດ້ວຍ ຈໍານວນ ສະມາຊິກ ທີ່ບໍຣິສັດ ມີຢູ່ໃນ ປັດຈຸບັນ.
ການເຄື່ອນໄຫວຂອງບໍຣິສັດ PS ໃນຮູບແບບ ການລະດົມທຶນ ໃຫ້ປະຊາຊົນ ເຂົ້າມາຖືຮຸ້ນ ນຳ ບໍຣິສັດ ແລະ ໃຫ້ຜົນຕອບແທນ ເປັນ ເງິນປັນຜົນ ແມ່ນບໍ່ສອດຄ່ອງ ກັບ ກົດໝາຍ ວ່າດ້ວຍຫລັກຊັບ. ອີງຕາມແຈ້ງການຂອງ ທະນາຄານ ແຫ່ງ ສປປລາວ ລົງວັນທີ 30 ສິງຫາ ປີ 2016 ທີ່ຜ່ານມາ. ແຕ່ບໍຣິສັດ PS ຍັງໄດ້ສືບຕໍ່ ປຸກລະດົມ ປະຊາຊົນ ຢູ່ແຂວງອຸດົມໄຊ ແລະ ແຂວງ ຫລວງພຣະບາງ ໃຫ້ມາຝາກເງິນ ກັບຕົນຢູ່ຄືເກົ່າ ໂດຍເອົາຊື່ ຫ້ອງການຣັຖບານ ຫລືສຳນັກງານນາຍົກ ມາອ້າງຢູ່ ແຂວງອຸດົມໄຊ ໃນວັນທີ 19 ມິຖຸນາ.