ລາວຢືມເງິນວຽດນາມສ້າງທາງ
2015.04.29
ແຫລ່ງຂ່າວ ຈາກ ໜ່ວຍງານ ໂຍທາທິການ ແລະ ຂົນສົ່ງ ໄດ້ ຣາຍງານ ວ່າ ທະນາຄານ ຫຸ້ນສ່ວນ ລົງທຶນ ແລະ ການ ພັທນາ ຂອງ ວຽດນາມ ຫລື BIDV ໄດ້ ອະນຸມັດ ເງິນ ກູ້ຢືມ ໃຫ້ ແກ່ ຣັຖບານ ລາວ ມູນຄ່າ 26 ລ້ານ ໂດລາ ສະຫະຣັຖ ເພື່ອ ສ້າງ ເສັ້ນທາງ ຢູ່ ແຂວງ ຫົວພັນ.
ການ ເຊັນ ສັນຍາ ມີຂຶ້ນ ໃນ ວັນທີ 11 ເມສາ ທີ່ ຜ່ານມາ ຢູ່ ໂຮງແຮມ ດອນຈັນ ພາເລັຊ ພ້ອມກັນ ການ ເຮັດງານ ສລອງ ສາຍ ສໍາພັນ ແບບ ພິເສດ ລາວ-ວຽດນາມ ໃນ ເວລາ ທີ່ ຮອງ ປະທານ ປະເທດ ຂອງ ວຽດນາມ ມາ ຢ້ຽມຢາມ ລາວ ກ່ອນ ຊິຮອດ ວັນ ປີໃໝ່ ຂອງ ລາວ ໂດຍ ແມ່ນ ຜູ້ ຕາງໜ້າ ເຈົ້າໜ້າທີ່ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ຂອງ ລາວ ກັບ ຜູ້ຕາງໜ້າ ທະນາຄານ ເປັນ ຜູ້ ເຊັນ.
ເງິນ ກູ້ຢືມ ດັ່ງກ່າວ ຈະ ໃຊ້ເຂົ້າ ກໍ່ສ້າງ ເສັ້ນທາງ ແຕ່ ສາມແຍກ ນາຊາງ ທົ່ງທູ້ ແລະ ເທສບານ ເມືອງ ຊໍາໃຕ້ ແຂວງ ຫົວພັນ ຊຶ່ງ ມີ ຄວາມຍາວ ປະມານ 40 ກິໂລແມັດ ກວ້າງ 7 ແມັດ. ບໍຣິສັດ ຈິດຈະເລີນ ກໍ່ສ້າງ ເປັນຜູ້ ຮັບເໝົາ ກໍ່ສ້າງ ໂດຍ ແມ່ນ ກົມ ຂົວທາງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນ ເຈົ້າຂອງ ໂຄງການ. ການ ໃຊ້ ໜີ້ຄືນ ແມ່ນ 15 ປີ ໃນ ອັດຕຣາ ດອກເບັ້ຽ 3 ເປີເຊັນ ຕໍ່ປີ ແລະ ລະຍະ ຍົກເວັ້ນ ໃຊ້ໜີ້ ແມ່ນ 3 ປີ.
ນອກຈາກ ນີ້ ສໍານັກ ຂ່າວ ວຽດນາມ ນີວສ ຍັງໄດ້ ຣາຍງານ ໃນ ວັນທີ 2 ເມສາ ວ່າ ທະນາຄານ ຫຸ້ນສ່ວນ ລົງທຶນ ແລະ ການ ພັທນາ ຂອງ ວຽດນາມ ໄດ້ ອະນຸມັດ ເງິນກູ້ ໃຫ້ ແກ່ ລາວ ມູນຄ່າ 176 ລ້ານ ໂດລາ ສະຫະຣັຖ ເພື່ອ ກໍ່ສ້າງ ໂຄງລ່າງ ພື້ນຖານ ຢູ່ ແຂວງ ຫົວພັນ ແລະ ແຂວງ ຫລວງ ພຣະບາງ.