ຄວາມປອດພັຍຕລາດໂພນສວັນ

ຈໍາປາທອງ
2017.10.15
F-Market ເຫດການໄຟ້ໄຫມ້ຕະຫລາດ 3 ຊັ້ນ ບ້ານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ວັນທີ 24 ກັນຍາ 2017
Courtesy of Tholakhong

ພໍ່ຄ້າແມ່ຄ້າໃນຕລາດ 3 ຊັ້ນ ໂພນສະຫວັນ ແຂວງຊຽງຂວາງ ຮຽກຮ້ອງໃຫ້ ເຈົ້າຂອງຕລາດ ເພີ້ມມາດຕະການ ຮັກສາ ຄວາມປອດພັຍ ຢູ່ພາຍໃນຕລາດ ຫລາຍຂຶ້ນ ຍ້ອນວ່າທີ່ຜ່ານມາ ຂ້ອນຂ້າງ ລະເຫລີງ ຫລັງຈາກເກີດເຫດໄຟໄໝ້ ຊັ້ນໜຶ່ງຂອງຕລາດ ເມື່ອເດືອນທີ່ແລ້ວ ຄືໄໝ້ເປັນເທື່ອທີສອງ. ຕາມຄໍາເວົ້າ ຂອງແມ່ຄ້າໃນຕລາດ ໂພນສະຫວັນ ໃນມື້ວັນທີ 13 ຕຸລາ ນີ້:

"ມີແຕ່ໃຫ້ເພີ່ນເພີ້ມປ້ອງກັນ ຄວາມປອດພັຍຫັ້ນແຫລະ ກັບເພີ່ນເວນຍາມຫັ້ນແຫລະ ເວນຍາມມັນກະຍາກ ກະເລີຍໜ້ອຍນຶ່ງ ຊຸດກ່ອນຊັ້ນ ສອງຊັ້ນສາມ ກະເສັຍຫາຍຢູ່ ກ່ອນນີ້ສາມປີນະ ຜ່ານມານີ້ ຊຸດກ່ອນໄຟໄໝ້ ລະວ່າຍ້ອນ ໄຟລັດວົງຈອນເນາະ ຊຸດນີ້ລະກະ ບໍ່ຮູ້ສາເຫດ".

ນາງເວົ້າຕື່ມວ່າ ນອກຈາກເພີ້ມການຮັກສາ ຄວາມປອດພັຍ ໃນເຣຶ່ອງໄຟໄໝ້ແລ້ວ ກໍຢາກໃຫ້ຜູ້ຈັດສັນຕລາດ ຮັກສາຄວາມປອດພັຍ ໃນ ເຣຶ່ອງພວກຂີ້ລັກ ເຄື່ອງຂອງຕື່ມອີກ ຍ້ອນທີ່ຜ່ານມາເຄີຍມີ ການລັກເຄື່ອງ ຢູ່ໃນຕລາດແຫ່ງນີ້ ຊຶ່ງຜູ້ເຫັນເຫດການ ເວົ້າວ່າ ເປັນສີມືຂອງ ຄົນຕ່າງດ້າວ ທີ່ເຂົ້າມາເຮັດວຽກ ໃນແຂວງຊຽງຂວາງ ແຕ່ບໍ່ໄດ້ຍິນ ຂ່າວວ່າ ເຈົ້າໜ້າທີ່ ສາມາດຈັບໄດ້ ແຕ່ຢ່າງໃດ.

ຕລາດໂພນສະຫວັນຊັ້ນນຶ່ງ ຖືກໄຟໄໝ້ ເມື່ອວັນທີ 24 ກັນຍາ ທີ່ຜ່ານມາ, ຕາມຄໍາເວົ້າຂອງແມ່ຄ້າ ຜູ້ນີ້ແລ້ວແມ່ນວ່າມີ 4 ຮ້ານເຄື່ອງຂອງ ເສັຍຫາຍຫລາຍ ແລະອີກຮ້ານນຶ່ງ ເສັຍຫາຍເລັກນ້ອຍ ຊຶ່ງ ຂະນະນີ້ກໍາລັງ ສ້ອມແຊມ ບໍລິເວນທີ່ຖືກໄຟໄໝ້ນັ້ນຢູ່.

ກ່ຽວກັບເຣຶ່ອງນີ້ RFA ພະຍາຍາມຕິດຕໍ່ໄປຫາ ເຈົ້າໜ້າທີ່ຫ້ອງການ ອຸດສາຫະກັມແລະການຄ້າ ເມືອງແປກ ແລະເຈົ້າຂອງຕລາດໂພນສະ ຫວັນ ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບສາເຫດໄຟໄໝ້ ແລະ ມູນຄ່າຄວາມເສັຍຫາຍ ທັງໝົດຮວມທັງການຊ່ອຍເຫຼືອ ຜູ້ໄດ້ຮັບຜົລກະທົບນັ້ນ ແຕ່ພວກເພິ່ນ ຍັງບໍ່ສະດວກ ທີ່ຈະໃຫ້ຄໍາຕອບໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.