ຕໍາຫຼວດ ຈັບຄົນຈີນ ທີ່ໃຊ້ເງິນຢວນປອມ ຊື້ເຄື່ອງຂອງ ຢູ່ຫຼວງພຣະບາງ
2024.12.26
ເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫຼວງພຣະບາງ ຈັບຊາຍຊາວຈີນ ທີ່ຍັງບໍ່ຮູ້ຊື່ ແລະອາຍຸ 1 ຄົນ ໄດ້ໃນມື້ວັນທີ 24 ທັນວາ 2024 ນີ້ ພາຍຫຼັງຜູ້ກ່ຽວ ໄດ້ຈ່າຍເງິນຢວນປອມ ຊື້ເຄື່ອງຂອງ ຢູ່ນະຄອນຫຼວງພຣະບາງ ເຮັດໃຫ້ພວກພໍ່ຄ້າແມ່ຄ້າຫຼາຍຄົນ ໄດ້ຮັບຄວາມເດືອດຮ້ອນ.
ມາເຖິງວັນທີ 25 ທັນວານີ້ ຄົນຈີນ ຜູ້ຕ້ອງຫາດັ່ງກ່າວ ຍັງບໍ່ທັນໄດ້ສົ່ງໄປຄ້າຍ ຄຸມຂັງ ດັດສ້າງ ຂອງແຂວງຫຼວງພຣະບາງເທື່ອ, ຍັງຖືກຄວບຄຸມໂຕ ໄວ້ຢູ່ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງພຣະບາງຢູ່ ເພື່ອໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ດໍາເນີນການສອບສວນ.
ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງພຣະບາງ ທ່ານໜຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 25 ທັນວານີ້ ແລ້ວແມ່ນວ່າ ພາຍໃນ 1 ເດືອນ ຫາ 2 ເດືອນ ຫຼັງຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ສືບສວນ ສອບສວນຊາຍຄົນຈີນ ທີ່ເປັນຜູ້ຕ້ອງຫານັ້ນແລ້ວ, ຖ້າຜູ້ກ່ຽວມີຄວາມຜິດ ກໍຈະໄດ້ຮັບໂທດ, ຖືກສົ່ງໂຕໄປຄ້າຍຄຸມຂັງ ດັດສ້າງ, ຂະນະນີ້ ຍັງຖືກກັກຂັງຢູ່ຫ້ອງຕໍາຫຼວດ…
“ມັນຍັງຢູ່ຫ້ອງຕໍາຫຼວດພຸ້ນນະ ກໍໄດ້ດໍາເນີນບ້ານເຮົາແຫຼະ ຜູ້ກະທໍາຜິດຢູ່ປະເທດໃດ ກໍໄດ້ດໍາເນີນຕາມກົດໝາຍບ້ານນັ້ນ ມັນກໍກະບໍ່ໄດ້ວ່າ ການສອບສວນຂອງເຂົາມັນສິໄວຫຼືຊ້າ ເດືອນໜຶ່ງ ສອງເດືອນ ຢ່າງຊ້າກໍສອງເດືອນ”
ເງິນຢວນປອມ ທີ່ເຈົ້າໜ້າທີ່ຕໍາຫຼວດຍຶດໄດ້ ເປັນຂອງກາງໃນເທື່ອນີ້ນັ້ນ ມີໃບ 5 ຢວນ, ໃບ 10 ຢວນ ແລະໃບ 50 ຢວນ ຈໍານວນຫຼາຍໃບ. ພ້ອມດຽວກັນ ກໍຍຶດເງິນກີບ ທີ່ຜູ້ກ່ຽວເອົາເງິນຢວນປອມ ໄປແລກມາໄດ້ນັ້ນນໍາດ້ວຍ.
ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງພຣະບາງ ນາງໜຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ສໍາລັບພໍ່ຄ້າແມ່ຄ້າຜູ້ໃດ ທີ່ຂາຍເຄື່ອງ ແລະໄດ້ຮັບເງິນຢວນປອມນັ້ນ ໃຫ້ໄປແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຕໍາຫຼວດເສດຖະກິດ ທີ່ປະຈໍາຢູ່ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫຼວງພຣະບາງ ເຊິ່ງມາເຖິງຂະນະນີ້ ກໍມີຜູ້ເສຍຫາຍ ໄປແຈ້ງຄວາມຫຼາຍຄົນແລ້ວ ດັ່ງທີ່ນາງເວົ້າວ່າ…
“ໄປແຈ້ງຢູ່ເສດຖະກິດແຂວງເດີ້ ເພາະວ່າເຂົາເຈົ້າກັກຄົນໄວ້ນັ້ນ ຜູ້ໃດເປັນຜູ້ເສຍຫາຍ ເຂົາເຈົ້າກໍເຂົ້າໄປແຈ້ງຫັ້ນໝົດແຫຼະ ມີຫຼາຍຢູ່ ຜູ້ເສຍຫາຍມີຫຼາຍ ແຕ່ວ່າເຂົາເຈົ້າ ໃຫ້ໄປແຈ້ງຢູ່ເສດຖະກິດແຂວງໝົດ”
ແລະເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫຼວງພຣະບາງ ນາງໜຶ່ງ ກໍເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 25 ທັນວານີ້ວ່າ ໃນການໄປແຈ້ງຄວາມຕໍ່ເຈົ້າໜ້າທີ່ຕໍາຫຼວດນັ້ນ ຜູ້ເສຍຫາຍຕ້ອງໄດ້ນໍາຂໍ້ມູນຫຼັກຖານໄປນໍາດ້ວຍ…
”ມາແຈ້ງຢູ່ນີ້ ເຂົ້າມາກ່ອນ ແລ້ວກໍເຂົາເອົາຂໍ້ມູນນໍານ້ອງຫັ້ນແຫຼະ ມີແຕ່ເຂົ້າມາ ແລ້ວກໍເອົາເງິນໂຕຈິງມາໃຫ້ເຂົາເຈົ້າເບິ່ງ”
ການທີ່ເຮັດໃຫ້ມີການໃຊ້ເງິນຢວນປອມໄດ້ງ່າຍນັ້ນ ສ່ວນໜຶ່ງກໍແມ່ນເປັນຍ້ອນ ຊາວຄ້າຂາຍ ດີໃຈນໍາຄົນຈີນ ທີ່ໃຊ້ເງິນຢວນຊື້ເຄື່ອງຂອງນໍາ ເພາະເຂົາຄິດໄລ່ອັດຕາແລກປ່ຽນເປັນເງິນກີບຕໍ່າ. ດັ່ງນັ້ນຈຶ່ງບໍ່ໄດ້ກວດເບິ່ງເງິນຢວນ ຄັກແນ່ວ່າເປັນເງິນແທ້ ຫຼືວ່າເງິນປອມ ຂະນະທີ່ຢູ່ລາວ ທາງການເພີ່ນບໍ່ໄດ້ໃຫ້ຮັບເອົາ ທັງເງິນບາດ, ເງິນໂດລາ ດັ່ງພໍ່ຄ້າຂາຍອາຫານຕາມສັ່ງ ຢູ່ນະຄອນຫຼວງພຣະບາງຜູ້ໜຶ່ງ ເວົ້າໃນມື້ດຽວກັນນີ້ວ່າ…
”ຢູ່ບ້ານເຮົານີ້ ເພີ່ນກໍບໍ່ໄດ້ໃຫ້ເປີດຮັບແບບເງິນບາດ ເງິນໂດລາ ເງິນຫຍັງທີ່ວ່າເປີດເຜີຍນ່າ ສະນັ້ນແລ້ວ ຮ້ານອາຫານພວກເຮົາບໍ່ຄ່ອຍໄດ້ຮັບໂຕນີ້ ຮັບເປັນເງິນກີບ ບາງຄົນນີ້ຄິດວ່າ ເອີ ອັດຕາແລກປ່ຽນ ເຂົາເຈົ້າມາໄລ່ໃຫ້ຖືກ ກໍດີໃຈວ່າໂຕໄດ້ອັດຕາແລກປ່ຽນຖືກ ທີ່ຈິງໄດ້ເງິນປອມໄປວ່າເດ”
ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຕໍາຫຼວດ ທີ່ໄດ້ສໍາພາດ, ເງິນຢວນປອມ ທີ່ເຈົ້າໜ້າທີ່ຕໍາຫຼວດ ຢຶດໄດ້ນັ້ນ ທາງການຍັງບໍ່ເປີດເຜີຍວ່າ ມີຈໍານວນເທົ່າໃດກັນແທ້ ແລະເພື່ອຂໍຮູ້ຂໍ້ມູນກ່ຽວກັບເລື່ອງທີ່ວ່ານີ້ເພີ່ມຕື່ມ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງ ກົງສຸນຈີນ ປະຈໍາແຂວງຫຼວງພຣະບາງ ແຕ່ບໍ່ມີເຈົ້າໜ້າທີ່ທ່ານໃດ ຮັບໂທລະສັບ.
ແຕ່ເຖິງຢ່າງໃດກໍຕາມ ສື່ສັງຄົມອອນລາຍ ແລະພວກພໍ່ຄ້າແມ່ຄ້າ ຢູ່ນະຄອນຫຼວງພຣະບາງ ກໍພາກັນເຕືອນ ໃຫ້ລະວັງເງິນຢວນປອມ ໂດຍສະເພາະໃຫ້ລະວັງ ເວລາທີ່ເຂົາເອົາມາແລກປ່ຽນເອົາເງິນກີບ ຫຼືເອົາມາຊື້ເຄື່ອງຂອງ ຢູ່ຕາມຮ້ານຄ້າຕ່າງໆ.
ນອກຈາກບັນຫາເງິນຢວນປອມ ທີ່ວ່ານັ້ນແລ້ວ ເມື່ອກ່ອນໜ້ານີ້ ຄົນຈີນ ທີ່ມາອາໄສຢູ່ປະເທດລາວ ຈໍານວນໜຶ່ງ ກໍໄດ້ກໍ່ເຫດອາດຊະຍາກໍາຫຼາຍຢ່າງ ຮ່ວມທັງຕົວະ ແລະປຸ້ນເອົາຊັບສິນຂອງຄົນລາວ. ເມື່ອຕົ້ນເດືອນທັນວາ 2024 ນີ້ ຄົນຈີນພະຍາຍາມໃຊ້ມີດເປັນອາວຸດ ເຂົ້າປຸ້ນເອົາຄໍາ ຢູ່ນະຄອນຫຼວງພຣະບາງ, ຈົນມາຮອດມື້ນີ້ ເຈົ້າໜ້າທີ່ຕໍາຫຼວດລາວ ກໍຍັງບໍ່ສາມາດຕິດຕາມ ນໍາຈັບຄົນຈີນ ຜູ້ກໍ່ເຫດນັ້ນໄດ້ເທື່ອ.