ຊາວຄ້າຂາຍຕລາດດາວເຮືອງ ຮ້ອງຮຽນ

ສິດນີ
2016.05.20
F-market ສະພາບຂອງຕະຫຼາດດາວເຮືອງ ເມືອງປາກເຊ ແຂວງ ຈໍາປາສັກ ທີ່ກໍາລັງຖືກ ໄຟໄໝ້
RFA/LX

ພາຍຫລັງເຫດການໄຟໄຫມ້ ຕລາດດາວເຮືອງ ເມືອງປາກເຊ ແຂວງ ຈຳປາສັກ ເຮັດໃຫ້ ຫຼາຍຮ້ານຄ້າ ເສັຽຫາຍ ຢ່າງຫຼວງຫຼາຍ, ກຸ່ມພໍ່ຄ້າ ແມ່ຄ້າ ຈຶ່ງໄດ້ ຮຽກຮ້ອງໃຫ້ ທາງການ ເລັ່ງລັດ ຈັດສັນ ສະຖານທີ່ ຄ້າຂາຍ ບ່ອນໃຫມ່ໃຫ້ ຊົ່ວຄາວ, ເຫດໄຟໄໝ້ ຜ່ານມາ ຫຼາຍມື້ແລ້ວ ກໍຍັງບໍ່ມີ ຫນ່ວຍງານໃດ ເຂົ້າມາຊ່ອຍ ປຶກສາ ຊອກຊ່ອງທາງ ຈັດສັນ ບ່ອນຂາຍຄ້າ ໃຫມ່ໃຫ້ເທືື່ອ. ດັ່ງ ພໍ່ຄ້າຜູ້ນຶ່ງ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 19 ພຶສພາ ນີ້ວ່າ:

"ຍັງເດີ ຊ່ວງນີ້ ຍັງບໍ່ໄດ້ຮັບຊາບ ເພາະພວກເຂົາ ຊິຫາ ຫມ້ອງໃຫ້ບ່ອນໃດ ເພາະວ່າມັນ ກໍຍັງຫຍຸ້ງຍາກ ກັນຢູ່ ໂທຕີດຕາມ ຫາຢູ່ ຕິດຕາມຢູ່  ສ່ວນນຶ່ງ ເພິ່ນກະໄປຈັດໃຫ້  ພວກເຮົາ ປະເພດ ຂາຍເຄື່ອງ ເຄື່ອງຍ່ອຍ ເຄື່ອງເສື້ອຜ້າ ແຕ່ວາໂຕນີ້ ເຮົາກະຍັງ ສົນໃຈຢູ່ ຄືວ່າມັນ ເປັນແນວນີ້ມາ ຈັກເຂົາຊິຫາ ຫມ້ອງໃດໃຫ້ກ່ອນ ນີ້ແຫຼະ".

ພໍ່ຄ້າເວົ້າອີກວ່າ ມາຮອດປັດຈຸບັນ ພໍ່ຄ້າແມ່ຄ້າ ກວ່າຮ້ອຍຄົນ ກໍກັງວົນ ແລະຕ້ອງການ ໃຫ້ພາກສ່ວນ ກ່ຽວຂ້ອງ ມາຊ່ອຍເຫລືອ. ທ່ານເວົ້າວ່າ:

"ມັນກະບັນຫາ ໂຕນີ້ແຫຼະ ແຕ່ວ່າເຮົາກະຍັງ ອຸກໃຈ ຢູ່ໜິແຫຼະ ກະນັ່ງເຫງົາ ນັ່ງເສົ້າຢູ່ ມັນບໍ່ມີ ບ່ອນໄປຫາກິນ ໜິແຫລ້ວ. ມັນກະລົງທຶນ ທັງຊີວິດ ຫາເງິນມາ ກະລົງໃສ່ ຮ້ານ ລະມັນໄຫມ້ໄປ ແນວນີ້ ມັນກະຫມົດແລ້ວ ກະບໍ່ໄດ້ ຈັ່ງໃດແຫຼະ ໄໝ້ລະກະ ມາຢູ່ເຮືອນກອ່ນ".

ຜູ້ສື່ຂ່າວ ເອເຊັຽເສຣີ ກໍໄດ້ ໂທຣະສັບ ໄປຫາພາກສ່ວນ ຈັດສັນ ຕລາດດາວເຮືອງ ເພື່ອສອບຖາມ ແຕ່ ເຈົ້າຫນ້າທີ່ ຢູ່ຕລາດ ດາວເຮືອງ ປະຕິເສດ ທີ່ຈະໃຫ້ ຣາຍລະອຽດ ໃນເຣື້ອງນີ້ ແຕ່ບອກວ່າ ໃຫ້ຖ້າຟັງແຈ້ງການ ຂອງຜູ້ ອຳນວຍການ ຕະຫຼາດ ດາວເຮືອງ ໃນ ສອງສາມວັນ ຂ້າງຫນ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.