ຊາວຄ້າຂາຍຕລາດເຊົ້າເກົ່າ ບໍ່ຢາກຍ້າຍ
2020.08.31

ພວກພໍ່ຄ້າ ແມ່ຄ້າຫຼາຍຄົນ ທີ່ຂາຍເຄື່ອງຢູ່ຕລາດເຊົ້າຕຶກເກົ່າ ໃນນະຄອນຫຼວງວຽງຈັນ ມາໄດ້ຫຼາຍປີ ບໍ່ມີຄວາມພ້ອມທີ່ຈະໂຍກຍ້າຍ ໄປເຊົ່າຂາຍເຄື່ຶອງ ຢູ່ຕລາດເຊົ້າ ຫລັງໃໝ່ ເນຶ່ອງຈາກ ຫຼາຍຄົນ ຍັງບໍ່ທັນຟື້ນໂຕ ທາງດ້ານເສຖກິດ ຍ້ອນໄດ້ຮັບຜົລກະທົບ ຈາກການ ຣະບາດຂອງເຊື້ອພຍາດໂຄວິດ-19 ເຖິງຈະຈໍາເປັນຕ້ອງໄດ້ ຍ້າຍອອກຈາກຕຶກຫລັງເກົ່າ ຍ້ອນ ບໍຣິສັດ ຮົວຊິນ ພັທນາຈໍາກັດ ຂອງຈີນ ກຽມສ້າງຕລາດເຊົ້າ ເປັນຕຶກຮູບແບບໃໝ່ ດັ່ງແມ່ຄ້າຜູ້ນຶ່ງຢູ່ຕລາດເຊົ້າຕຶກເກົ່າ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 31 ສິງຫາ ນີ້ວ່າ:
”ບໍ່ມີໃຜກຽມພ້ອມ ມີຄົນເສີຍໆ ເພາະວ່າເພິ່ນຍັງບໍ່ມາແຈ້ງວ່າ ເຮົາຈະໄປຢູ່ຕຶກໃດ ເພາະວ່າຕອນນີ້ມັນມີ ມ.1 ກັບ ມ.2 ຄືເວົ້າແຫຼະນໍ ເສຖກິດມັນບໍ່ດີ ເຮົາບໍ່ຢາກໄປເຊົ່າບ່ອນແພງເດ້ ເຊົ່າແພງ ເຮົາຮູ້ເລີຍວ່າ ມັນບໍ່ໄດ້ຫັ້ນນະ ເພາະມີຫລາຍຄົນທີ່ໄປຢູ່ນັ້ນແລ້ວ ແລ້ວເພິ່ນ ກະຢູ່ບໍ່ໄດ້ ເພິ່ນກະຍ້າຍອອກມາຄືນ ຫຍັງຫັ້ນນະ.”
ນາງເວົ້າຕື່ມວ່າ ເມື່ອສັປດາທີ່ຜ່ານມາ ທາງບໍຣິສັດ ຮົວຊິນ ພັທນາຈໍາກັດ ຂອງຈີນໄດ້ເອີ້ນບັນດາ ພໍ່ຄ້າແມ່ຄ້າ ທີ່ຈະຖືກໂຍກຍ້າຍໄປ ປະຊຸມກັນຊຶ່ງໃນເບື້ອງຕົ້ນ ບໍຣິສັດມີນະໂຍບາຍ ໃຫ້ຜູ້ທີ່ໂຍກຍ້າຍໄປຕຶກຫຼັງໃໝ່ນັ້ນ ບໍ່ໄດ້ເສັຽຄ່າເຊົ່າຫ້ອງຂາຍເປັນເວລບາ 6 ເດືອນ ແລະຫລັງຈາກນັ້ນ ຈະເກັບຄ່າເຊົ່າ 50% ໄປຈົນກວ່າການກໍ່ສ້າງ ຕຶກຫລັງເກົ່າສໍາເຣັດ.
ແຕ່ເຖິງປານນັ້ນ ນາງກໍຍັງເຫັນວ່າ ການເກັບຄ່າເຊົ່ານັ້ນ ຍັງແພງຢູ່ດີ. ນາງເວົ້າວ່າ ແມ່ຄ້າໄດ້ຮັບຜົລກະທົບ ທາງດ້ານເສຖກິດໜັກໜ່ວງ ຢູ່ແລ້ວຍັງຕ້ອງໄດ້ເສັຽຄ່າຕົບແຕ່ງ ຮ້ານຄ້າໃໝ່ອີກ ຊຶ່ງຕົນກໍຍັງບໍ່ແນ່ໃຈວ່າ ຈະເຮັດແນວໃດຕໍ່ໄປ.
ແລະພໍ່ຄ້າອີກຄົນນຶ່ງ ທີ່ເຊົ່າຫ້ອງຂາຍເຄື່ອງຢູ່ຕລາດເຊົ້າຫຼັງເກົ່າ ກໍເວົ້າວ່າປັດຈຸບັນ ຕົນຍັງບໍ່ມີຄວາມພ້ອມ ທີ່ຈະໂຍກຍ້າຍໄປຢູ່ຕຶກຫຼັງໃໝ່ ແລະ ຍັງບໍ່ຮູ້ເທື່ອວ່າ ຈະໂຍກຍ້າຍເມື່ອໃດ ຍ້ອນຍັງບໍ່ມີແຈ້ງການ ທີ່ກໍານົດວັນເວລາ ໃຫ້ໂຍກຍ້າຍຢ່າງເປັນ ທາງການມາເທື່ອ; ດັ່ງນັ້ນ ຈຶ່ງຍັງບໍ່ຮູ້ວ່າ ຈະເຮັດແນວໃດຕໍ່ໄປ ດັ່ງທີ່ທ່ານກ່າວວ່າ:
”ຍັງບໍ່ມີແຈ້ງການເທື່ອເຈົ້າ ຍັງບໍ່ມີປະກາດອອກມາເທື່ອ ຍັງບໍ່ໄດ້ກຽມພ້ອມຫຍັງ ເຮົາກະເລີຍບໍ່ຮູ້ຫຍັງເທື່ອ ຕ້ອງຖ້າແຈ້ງການອອກມາພຸ້ນ ແຫລະ.”
ໃນຂນະດຽວກັນ ກໍມີພໍ່ຄ້າ ແມ່ຄ້າ ອີກຈໍານວນນຶ່ງ ທີ່ບໍ່ມີຄວາມເດືອດຮ້ອນ ທາງດ້ານເສຖກິດ ບໍ່ຂັດຂ້ອງ ແລະກຽມພ້ອມ ທີ່ຈະໂຍກຍ້າຍ ໄປຂາຍເຄື່ອງຂອງ ຢູ່ຕຶກຫລັງໃໝ່ ແຕ່ກໍເສັຽດາຍ ທີ່ຕຶກຫລັງເກົ່າ ຊຶ່ງສ້າງມາໄດ້ຫລາຍສິບປີ ແລ້ວນັ້ນ ກໍາລັງຈະຖືກປ່ຽນ ສະພາບໃໝ່ ດັ່ງແມ່ຄ້າຄົນນຶ່ງ ເວົ້າວ່າ:
”ຄັນຍ້າຍກະຍ້າຍໄປນໍາເພິ່ນ ໄປບ່ອນໃໝ່ ກະຍັງບໍ່ຮູ້ຣາຍຣະອຽດນະ ເພາະວ່າເອື້ອຍບໍ່ໄດ້ໄປລວມນໍາເພິ່ນ ເພາະວ່າເອື້ອຍຄາ ຕາມຄໍາຄິດ ຄໍາເຫັນຫັ້ນຫວະ ເອີກະເສັຍດາຍ ຢູ່ຫັ້ນແຫຼະນໍ ສ້າງມາໄດ້ 30 ປີແລ້ວຕິເບາະ.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ຫ້ອງການຈັດສັນຕລາດເຊົ້າ ຊີ້ແຈງວ່າ ປັດຈຸບັນ ຍັງບໍ່ທັນຮູ້ເທື່ອວ່າ ຈະໃຫ້ພໍ່ຄ້າ ແມ່ຄ້າທີ່ຢູ່ຕຶກເກົ່າ ຍ້າຍໄປຕຶກໃໝ່ ເມື່ອໃດເນື່ອງຈາກຕ້ອງໄດ້ລໍຖ້າ ໃຫ້ມີການ ຫາລືກັນຕື່ມກ່ອນຈຶ່ງຈະມີແຈ້ງການອອກ ແລະບໍ່ສາມາດໃຫ້ຣາຍຣະອຽດໄດ້ ດັ່ງພະນັກງານ ທ່ານນຶ່ງເວົ້າວ່າ:
”ຕຶກເກົ່າຫັ້ນເບາະ ເຈົ້າ; ລໍຖ້າແຈ້ງການກ່ອນ ຣາຍຣະອຽດແລ້ວມື້ນັ້ນເພິ່ນໄດ້ແຈ້ງແລ້ວ ແຈ້ງການແລ້ວ ເພິ່ນຈັ່ງແຈ້ງອອກໄປໃຫ້ເຈົ້າ.”
ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບບັນຫາທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້ານະຄອນ ຫຼວງວຽງຈັນ ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງ ບໍ່ສະດວກທີ່ຈະໃຫ້ຄໍາເຫັນ.
ໃນຂນະດຽວກັນ ກໍໄດ້ຕິດຕໍ່ໄປຫາຝ່າຍການຕລາດ ບໍຣິສັດຮົວຊິນ ພັທນາຈໍາກັດຂອງຈີນ ເພື່ອຂໍຮູ້ກ່ຽວກັບການພັທນາຕຶກຫລັງເກົ່າແລະ ແຜນການໂຍກຍ້າຍ ພໍ່ຄ້າແມ່ຄ້າໄປຕຶກ ຫລັງໃໝ່, ໄດ້ຮັບຄໍາຕອບ ຈາກ ເຈົ້າໜ້າທີ່ກ່ຽວຂ້ອງ ຂອງບໍຣິສັດວ່າ ໃຫ້ເບິ່ງຂໍ້ມູນຕາມຂ່າວ ທີ່ໄດ້ແຈ້ງຕໍ່ສື່ມວນຊົນ ເມື່ອກ່ອນໜ້ານີ້, ບໍ່ສາມາດໃຫ້ຂໍ້ມູນອື່ນ ເພິ່ມຕື່ມໄດ້.
ເມື່ອບໍ່ດົນມານີ້ ທ່ານ ຊາງ ຊຽງ ໝິງ ຜູ້ອໍານວຍການ ບໍຣິສັດ ຮົວຊິນ ພັທນາຈໍາກັດ ຂອງຈີນ ໄດ້ກ່າວຕໍ່ສື່ມວນຊົນ ທາງການລາວວ່າ ທາງບໍຣິສັດໄດ້ກຽມ ຫ້ອງຄ້າຂາຍ ຈໍານວນ 302 ຫ້ອງ ໄວ້ສໍາລັບ ພໍ່ຄ້າ ແມ່ຄ້າ ທີ່ຈະໂຍກຍ້າຍຈາກຕຶກຫລັງເກົ່າ ທີ່ຈະມີການກໍ່ສ້າງ ໃນມໍ່ໆນີ້ ໂດຍຈະຍົກເວັ້ນຄ່າເຊົ່າຫ້ອງ ໃຫ້ທັງໝົດ 9 ເດືອນ ແຕ່ຕ້ອງໄດ້ເສັຍຄ່ານໍ້າ ແລະຄ່າໄຟ ຕາມ ປົກກະຕິ, ອິີງຕາມຣາຍງານ ຂອງໜັງສືພິມວຽງຈັນທາມ ວັນທີ 29 ສິງຫາ 2020.
ບໍຣິສັດ ຮົວຊິນ ພັທນາຈໍາກັດ ຂອງຈີນ ໄດ້ຮັບສໍາປະທານພັທນາຕລາດເຊົ້າຕຶກເກົ່າ ຕາມສັນຍາເມື່ອເດືອນ ພຶສພາ 2020 ໂດຍມີອາຍຸ ສໍາປະທານ 40 ປີ.