ທາງການລາວກວດກາ ສວນກ້ວຍ ເຄັ່ງຄັດ
2017.12.07
ປັຈຈຸບັນທາງການລາວ ກຳລັງກວດກາການໃຊ້ສານເຄມີ ຢູ່ໃນສວນກ້ວຍຢ່າງເຂັ້ມງວດ ຢູ່ຫລາຍແຂວງພາກເໜືອ ທີ່ສ່ວນໃຫຍ່ແມ່ນຈີນ ເປັນຜູ້ລົງທຶນ ເປັນຕົ້ນແມ່ນ ແຂວງຫຼວງພຣະບາງ, ອຸດົມໄຊ, ຫຼວງນ້ຳທາ ແລະບໍ່ແກ້ວ ພາຍຫຼັງ ທີ່ເກີດມີການໃຊ້ ສານເຄມີ ຊະຊາຍ ແລະມີຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ຢ່າງຮຸນແຮງ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ກະຊວງກະສິກັມ ແລະປ່າໄມ້ ຜູ້ຂໍສງວນຊື່ ແລະສຽງ ໄດ້ກ່າວຢືນຢັນ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ:
“ເພິ່ນຊິກວດກາຄືນໝົດ ພວກປູກກ້ວຍທີ່ບໍ່ຖືກຣະບຽບຫຼັກການ ຕໍ່ໄປນີ້ເພິ່ນກະຊິຫັນເຂົ້າສູ່ ການປູກກ້ວຍຕາມທິດກະສິກັມສະອາດ ຍືນຍົງ ຕາມຣັຖບານກຳນົດ, ໂດຍສະເພາະແມ່ນຕາມ ມາຕຖານກະສິກັມທີ່ດີ ເພາະວ່າຜ່ານມາ ພວກເຂົາບໍ່ປະຕິບັດ ຕາມຣະບຽບຫຼັກການໃຊ້ຝຸ່ນ ສານເຄມີຊະຊາຍ."
ທ່ານກ່າວຕື່ມວ່າ ມາຕການໃນການກວດກາສວນກ້ວຍ ໃນແຂວງພາກເໜືອຄັ້ງນີ້ ແມ່ນປະຕິບັດຕາມແຈ້ງການ ຂອງສຳນັກງານ ນາຍົກ ຣັຖມົນຕຣີ ທີ່ອອກມາກ່ອນໜ້ານີ້ ແລະປະຕິບັດຕາມມະຕິກອງປະຊຸມ ຂອງຮອງຣັຖມົນຕຣີ ກະສິກັມແລະປ່າໄມ້ ກັບບັນດາຜແນກກະສິກັມ ແລະປ່າໄມ້ ແຂວງພາກເໜືອ ເມື່ອທ້າຍເດືອນກັນຍາ ທີ່ຜ່ານມາ ທີ່ຫ້າມເດັດຂາດ ບໍ່ໃຫ້ມີການປູກກ້ວຍ ຕາມທົ່ງນາ ແລະຕາມພື້ນທີ່ ຊົລປະທານ ຫຼື ເຂດດິນຕົ້ນນ້ຳ. ດັ່ງທີ່ທ່ານກ່າວວ່າ:
“ດຽວນີ້ຖືວ່າ ກຳລັງຢູ່ໃນຂັ້ນຕອນກວດກາຄືນ ໃຫ້ຢຸດການປູກກ້ວຍກ່ອນ ຕາມແຈ້ງການຂອງສຳນັກງານນາຍົກ. 1-ບໍ່ໃຫ້ປູກກ້ວຍຢູ່ໃນທົ່ງນາ ທີ່ມີຊົລປທານ ແລະພື້ນທີ່ປູກເຂົ້າເດັດຂາດ, ໃຫ້ປະຕິບັດຕາມຣະບຽບຫຼັກການ ຕໍ່ໄປທາງການຈະມີຣະບຽບ, ມາຕການຫຼາຍຢ່າງອອກມາ."
ປັຈຈຸບັນທາງການລາວ ທັງຂັ້ນສູນກາງ ແລະທ້ອງຖິ່ນ ປະຕິບັດຕາມແຈ້ງການ ສັ່ງໂຈະການປູກກ້ວຍ ໃນແຂວງພາກເໜືອ ແລະບໍ່ອະນຸຍາດ ໃຫ້ສັມປະທານປູກກ້ວຍອີກ ຈົນກວ່າວ່າ ຈະມີຣະບຽບການໃໝ່ ເພື່ອໃຫ້ຜູ້ເຮັດສວນກ້ວຍ ປະຕິບັດຕາມຣະບຽບ ຂອງທາງການຢ່າງເຄັ່ງຄັດ ຫັນໄປສູ່ທິດການກະເສຕສະອາດ ແລະຍືນຍົງ ແລະຖ້າຜູ້ໃດບໍ່ປະຕິບັດຕາມ ແມ່ນຈະໃຫ້ຍົກເລີກ. ສ່ວນວ່າ ພືດອຸດສາຫະກັມ ຊນິດອື່ນໆ ເຊັ່ນ: ສາລີ, ໝາກເດືອຍ ແລະມັນຕົ້ນ ທີ່ປູກຫຼາຍ ຢູ່ໃນແຂວງພາກເໜືອນັ້ນແມ່ນ ຍັງເຫັນວ່າຢູ່ໃນການຄວບຄຸມ ຂອງທາງການແຂວງໄດ້ ແລະ ຍັງບໍ່ມີຣາຍງານວ່າ ມີການໃຊ້ສານເຄມີຢ່າງຊະຊາຍ.