ກໍຣະນີຣົດໄມ້ 27 ຄັນ ໃກ້ ບົດສລຸບ
2017.11.28

ຫລັງຈາກທີ່ເຂົ້າມາຮັບໜ້າທີ່ມາຮັບໜ້າທີ່ ເປັນເຈົ້າແຂວງຄົນໃໝ່ ຂອງແຂວງອັດຕະປື, ທ່ານ ເລັດ ໄຊຍະພອນ ກໍໄດ້ຖະແຫລງການ ຕໍ່ ສື່ມວນຊົນ ແຂວງອັດຕະປື ໃນວັນທີ 24 ພຶສຈິກາ ກ່ຽວກັບ ການດຳເນີນຄະດີ ເລື້ອງລົດໄມ້ 27 ຄັນ ນັ້ນ.
ກ່ຽວກັບເລື້ອງນີ້ ເຈົ້າໜ້າທີ່ ຜູ້ທີ່ພົວພັນຈະຖືກດຳເນີນການ ຕາມຂັ້ນຕອນຂອງກົດໝາຍ ເພື່ອສ້າງຄວາມໜ້າເຊື່ອຖື ໃຫ້ແກ່ປະຊາຊົນ. ດັ່ງ ທ່ານ ເລັດ ໄຊຍະພອນ ໄດ້ກ່າວຕອນນຶ່ງວ່າ:
"ຂໍໃຫ້ພໍ່ແມ່ພີ່ນ້ອງປະຊາຊົນນີ້ ມີຄວາມເຊື່ອໝັ້ນ ບໍ່ໃຫ້ກັງວົນວ່າ ທາງແຂວງຊິໄປຊີ້ນໍາ ໂດຍທີ່ວ່າ ບໍ່ເປັນໄປຕາມແນວທາງຂອງພັກ ບໍ່ໄປຕາມລະບຽບກົດໝາຍຂອງຣັຖ ອັນນີ້ ຂ້າພະເຈົ້າໃນນາມການນຳຂອງແຂວງ ຂໍຢັ້ງຢືນວ່າ ພວກຂ້າພະເຈົ້າ ຈະເຮັດໃຫ້ສັງຄົມ ມີຄວາມຍຸຕິທັມ ທຸກຄົນຈະຕ້ອງໄດ້ມີຄວາມຮັບຜິດຊອບ ຕໍ່ການກະທຳ ທີ່ບໍ່ຖືກຕ້ອງ ອັນນີ້ ຂໍຢັ້ງຢືນແນວນັ້ນ ຕໍ່ພໍ່ແມ່ປະຊາຊົນນະ."
ລົດໄມ້ 27 ຖືກກັກໄວ້ໃນຊ່ວງເດືອນພຶສພາ ທີ່ຜ່ານມາ ຢູ່ດ່ານພູເກືອ ແຂວງອັດຕະປື ຕິດກັບຊາຍແດນວຽດນາມ ແລະຕໍ່ມາໃນເດືອນ ມິຖຸນາ ຣັຖບານໄດ້ມີຄຳສັ່ງໃຫ້ ຍຶດຣົດໄມ້ທັງຫມົດນັ້ນໄວ້ ຍ້ອນເຫັນວ່າ ບໍ່ຖືກຕ້ອງຕາມກົດໝາຍ.
ເຈົ້າໜ້າທີ່ ອົງການກວດກາຣັຖບານ ກ່າວຕໍ່ເອເຊັຍເສຣີ ວ່າ: ຣົດໄມ້ 27 ຄັນນັ້ນເປັນຂອງຄົນ ໃນຄອບຄົວຂອງ ທ່ານ ນາມ ວິຍະເກດ ເຈົ້າແຂວງອັດຕະປື ຄົນເກົ່າ ແລະ ກໍເປັນສາເຫດນຶ່ງ ທີ່ ທ່ານ ນາມ ວິຍາເກດ ຖືກຍົກຍ້າຍ. ນອກຈາກນີ້ຍັງມີ ພະນັກງານ ທີ່ກ່ຽວຂ້ອງ ຂອງແຂວງ ອີກຫລາຍຄົນທີ່ໄປພົວພັນ ກ່ຽວຂ້ອງກັບເລື້ອງນີ້ ແລະ ພະນັກງານເຫລົ່ານັ້ນ ກໍຖືກສັ່ງໃຫ້ຢຸດເຊົາ ການປະຕິບັດໜ້າທີ່. ດັ່ງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ກ່າວວ່າ:
"ລະບັນຫາສອງ ເລື້ອງພະນັກງານກ່ຽວຂ້ອງ ພວກຂ້າພະເຈົ້າກະໄດ້ ໃຫ້ເຂົາຫັ້ນພັກວຽກ".
ທ່ານ ເລັດ ໄຊຍະພອນ ກ່າວຕື່ມອີກວ່າ ປະຊາຊົນ ຊາວແຂວງອັດຕະປື ໃຫ້ຄວາມສົນໃຈ ກ່ຽວກັບຄະດີຣົດໄມ້ 27 ຄັນ ເພາະວ່າຄວາມ ສົນໃຈໂຕນີ້ ມັນເປັນການລະເມີດ ລະບຽບກົດໝາຍ ຂັ້ນເປັນການລະເມີດກົດໝາຍແລ້ວ ດຽວນີ້ ທາງແຂວງກໍມີ ຄວາມເປັນເອກກະພາບກັນ ກັບສູນກາງ ໂດຍສະເພາະກະແມ່ນ ສໍານັກງານນາຍົກຣັຖມົນຕຼີ ໄດ້ແຕ່ງຕັ້ງຄະນະນຶ່ງ ມາດຳເນີນການເກັບກຳກວດກາ ຂຶ້ນບັນຊີ ຫລືວ່າ ທ້ອນໂຮມດ້ານຂໍ້ມູນຫລັກຖານ.
ປັຈຈຸບັນ ເຈົ້າໜ້າທີ່ທາງການແຂວງ ໄດ້ເກັບກຳຂໍ້ມູນ ແລະແຍກໄມ້ຢູ່ໃນຣົດ 27 ຄັນ ນັ້ນວ່າຈຳນວນໄມ້ ທີ່ຜິດກົດໝາຍມີເທົ່າໃດ ແລະ ຈຳນວນໄມ້ທີ່ຖືກກົດໝາຍມີເທົ່າໃດ, ແລະໄດ້ມີການຂຶ້ນບັນຊີໄມ້ ທີ່ເປັນຮຽບຮ້ອຍແລ້ວ ເພື່ອໄດ້ມີການປະມູນຂາຍ ໄມ້ຈຳນວນດັ່ງກ່າວ.
ເພື່ອຮັກສາຄຸນນະພາບໄມ້ ບໍ່ໃຫ້ມັນເນົ່າເປື່ອຍ ຍ້ອນວ່າ ກົດໝາຍອະນຸຍາດ ໃຫ້ມີການຊື້-ຂາຍ ໄດ້, ດັ່ງນັ້ນ ເຈົ້າໜ້າທີ່ໄດ້ນໍາເອົາໄມ້ ອອກມາປະມູນຂາຍ. ດັ່ງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ກ່າວຕື່ມອີກວ່າ:
"ອັນນີ້ ແມ່ນຂໍໃຫ້ພີ່ນ້ອງຊາວປະຊາຊົນ ແຂວງອັດຕະປື ໃຫ້ເຂົ້າໃຈຕາມ ຕາມລະບຽບກົດໝາຍ ຍ້ອນວ່າ ກົດໝາຍມັນໄດ້ລະບຸໄວ້ແລ້ວ ອັນນີ້ ແມ່ນບັນຫາສຳຄັນ ບາດນີ້ ບັນຫາການຈັດຕັ້ງ ປະຕິບັດນີ້ ຄວາມຄືບໜ້າ ປັດຈຸບັນຄືວ່າ ນຶ່ງ, ໝູ່ເຮົາກໍໄດ້ ປະມູນຂາຍໄມ້ ທີ່ເປັນ ຂອງກາງແລ້ວ."
ການຕັດໄມ້ຢູ່ແຂວງອັດຕະປື ພາກໃຕ້ຂອງປະເທດລາວ ທີ່ຜ່ານມາ ບໍ່ສາມາດແກ້ໄຂໄດ້ ຈົນວ່າ ໃນເດືອນ ພຶສພາ ປີ 2016, ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ໄດ້ອອກ ຄຳສັ່ງເລກທີ 15 ກ່ຽວກັບການຫ້າມສົ່ງອອກໄມ້. ຄົນສ່ວນຫລາຍ ເຫັນວ່າ ແຂວງອັດຕະປື ກໍເປັນແຂວງນຶ່ງ ທີ່ເປັນພື້ນທີ່ສີແດງ ໃນການສົ່ງອອກໄມ້ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ.
ກ່ຽວກັບເລື້ອງນີ້ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ກໍໄດ້ລົງໄປປະຊຸມພົບປະກັບ ພະນັກງານການນຳຂອງແຂວງ ໃນເດືອນ ມິຖຸນາ ປີ 2016. ມີຕອນນຶ່ງ ທ່ານນາຍົກ ທອງລຸນ ໄດ້ກ່າວ ວ່າ:
"ມື້ກີ້ນີ້ ໄດ້ຖາມຮອງຣັຖມົນຕຼີກະຊວງກະສິກັມວ່າ ເຂົາໄປກວດເບິ່ງພາສີ ນຳເຂົ້າໄມ້ ທັງເຂົ້າຈີນ ທັງເຂົ້າວຽດນາມ ລ້ານ ຫົກແສນ ແມັດກ້ອນນະ ເຂົາເກັບກັນນະ ໄທເຮົາບໍ່ຮູ້ເມື່ອໃດ ໄດ້ທໍ່ໃດ ຣັຖບານເອົາເງິນຂາຍໄມ້ເຂົ້າງົບປະມານ ຂ້າພະເຈົ້າກວດເບິ່ງ ໃຫ້ເຂົາມາ ສລຸບໄດ້ເລີຍວ່າປີນຶ່ງ 15 ເຖິງ 17 ລ້ານ ເທົ່ານັ້ນ ໂດລາ ມັນເຈັບປວດບໍ ຄຳສັ່ງນີ້ຢຸດ ບໍ່ໃຫ້ ບໍ່ໃຫ້ສົ່ງອອກໄມ້ທ່ອນ ເດັດຂາດໂລດ ຜູ້ໃດຝືນນີ້ລະແມ່ນບໍ່ໄດ້."
ທີ່ຜ່ານມາເຈົ້າໜ້າທີ່ ແຂວງອັດຕະປືຈຳນວນນຶ່ງ ມີການຮັບເງິນນຳຜູ້ລັກລອບຄ້າໄມ້ ຢ່າງເປັນຂະບວນການ. ເຈົ້າໜ້າທີ່ອົງການກວດກາ ຣັຖບານ ທີ່ປະຈຳຢູ່ແຂວງພາກໃຕ້ ໄດ້ໃຫ້ຂໍ້ມູນວ່າ:
"ແຂວງອັດຕະປື ເປັນແຂວງນຶ່ງທີ່ມີການສົ່ງໄມ້ອອກ ໄປປະເທດວຽດນາມ ຢ່າງ ເປັນຂະບວນການ ໂດຍທີ່ຜູ້ເປັນເຈົ້າຂອງໄມ້ຕ້ອງໄດ້ ເສັຍເງິນໃຫ້ກັບ ເຈົ້າໜ້າທີ່ກ່ຽວຂ້ອງ ນັບແຕ່ເຈົ້າໜ້າທີ່ ລະດັບສູງ ລົງມາຫາ ເຈົ້າໜ້າທີ່ລະຕ່ຳ."
ເຈົ້າໜ້າທີ່ທ່ານນີ້ ກ່າວວ່າ ຣົດບັນທຸກໄມ້ຂະໜາດ 22 ລໍ້ ຕ້ອງໄດ້ເສັຽເງິນ 60 ພັນໂດລາ ແລະ ຣົດຂະໜາດ 12 ລໍ້ ຕ້ອງເສັຽເງິນ 40 ພັນໂດລາ ຈຶ່ງສິໄດ້ນໍາໄມ້ອອກຈາກແຂວງໄປໄດ້. ເຈົ້າຂອງໄມ້ ຕ້ອງໄດ້ຈ່າຍເງິນ ໃຫ້ເຈົ້າໜ້າທີ່ການຄ້າ, ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້, ເຈົ້າໜ້າທີ່ ໂຍທາທິການ ແລະຂົນສົ່ງ, ເຈົ້າໜ້າທີ່ອາກອນ, ຫ້ອງວ່າການແຂວງ, ແລະເຈົ້າໜ້າທີ່ກວດກາແຂວງ.
ນອກຈາກນີ້ ກໍຍັງຕ້ອງໄດ້ຈ່າຍເງິນໃຫ້ ເຈົ້າໜ້າທີ່ຕໍາຣວດ, ທະຫານ ແລະ ເຈົ້າໜ້າທີ່ ປ່າໄມ້ ທີ່ປະຈໍາຢູ່ຈຸດກວດກາ ຕາມເສັ້ນທາງ ແຕ່ 200 ຫາ 500 ໂດລາ ໃນແຕ່ລະຈຸດ. ບາງກໍຣະນີ ໄມ້ທີ່ຢຶດມາໄດ້ ກໍເກີດເສັຍໄປ ຕົວຢ່າງ ການຢຶດໄມ້ຢູ່ ເມືອງສະໜາມໄຊ 16 ພັນ ແມັດກ້ອນ ໃນປີ 2016, ແຕ່ ເຈົ້າໜ້າໜ້າທີ່ໄປກວດເບິ່ງ ໃນປີ 2017 ພົບວ່າ ໄມ້ຈຳນວນດັ່ງກ່າວ ຖືກລັກລອບຂົນໄປໝົດ, ອີງຕາມ ຂໍ້ມູນຈາກເຈົ້າໜ້າທີ່ ອົງການກວດກາຣັຖບານ.
ກ່ຽວກັບການດຳເນີນຄະດີຣົດໄມ້ 27 ຄັນຢູ່ແຂວງອັດຕະປື ໄດ້ກາຍເປັນກໍຣະນີໂຕຢ່າງໃຫ້ຫຼາຍແຂວງ ໂດຍສະເພາະການໃຊ້ມາຕການ ຕໍ່ຜູ້ລະເມີດກົດໝາຍ ທີ່ພົວພັນກັບການສົ່ງອອກໄມ້ ບໍ່ວ່າຈະເປັນເຈົ້າແຂວງ ແລະ ພະນັກງານກ່ຽວຂ້ອງອື່ນໆ.
ແຕ່ນີ້ຕໍ່ໄປ ສັງຄົມກຳລັງຕິດຕາມ ເບິ່ງວ່າ ຍັງຈະມີເຈົ້າແຂວງ ຄົນໃດອີກ ທີ່ຈະຖືກສັ່ງຍ້າຍ ຍ້ອນໄປມີສ່ວນກ່ຽວຂ້ອງ ກັບເລື້ອງໄມ້ ອີກ.