ທ.ນາມ ວິຍະເກດ ຕັ້ງໜ່ວຍ ສືບສວນ ຣົດຂົນໄມ້


2017.09.05
F-nam ທ່ານ ນາມ ວິຍະເກດ ເຈົ້າແຂວງ ແຂວງອັດຕະປື
Public Domain

ໃນວັນທີ 30 ສິງຫາ ທີ່ຜ່ານມາ, ເຈົ້າແຂວງອັດຕະປື ທ່ານ ນາມ ວິຍະເກດ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງ ຄະນະກໍາມະການ ຂັ້ນແຂວງເພື່ອ ສືບສວນ ສອບສວນ ໄມ້ຈໍານວນ 27 ຣົດ ຂອງໂຮງງານ ຄໍາທະນະພອນ.

ຄະນະກຳມະການຂັ້ນແຂວງ ຖືກແຕ່ງຕັ້ງຂຶ້ນມາ ຈະເຮັດວຽກຮ່ວມກັບ ຄະນະສະເພາະກິດ ສູນກາງ ທີ່ຂຶ້ນກັບອົງການ ກວດກາຣັຖບານ ເພື່ອສືບສວນ ສອບສວນ ຄະດີ ພົວພັນ ກັບການສົ່ງອອກໄມ້ ຈໍານວນ 27 ຣົດ ຂອງໂຮງງານ ຄໍາທະນະພອນ ຄັວດແກະສະຫລັກ ແລະ ປຸງແຕ່ງໄມ້ ຄົບວົງຈອນ. ອີງຕາມຂໍ້ຕົກລົງ.

ໃນຂໍ້ຕົກລົງດັ່ງກ່າວ ໄດ້ແຕ່ງຕັ້ງໃຫ້ຄະນະຊີ້ນໍາຂຶ້ນປະກອບມີ 9 ທ່ານຄື: ຮອງຫົວໜ້າກອງບັນຊາການ ປກສ ແຂວງ 1 ທ່ານຮອງຫົວໜ້າ ຜແນກກວດການ ຣັຖບານຂັ້ນແຂວງ 1 ທ່ານ, ຮອງຫົວໜ້າຜແນກກະສິກັມ ແລະປ່າໄມ້ແຂວງ 1 ທ່ານ, ແລະນັກວິຊາການອີກ 6 ຄົນ.

ຄະນະດັ່ງກ່າວ ມີໜ້າທີ່ປະສານສົບທົບກັບ ພາກສ່ວນກ່ຽວຂ້ອງ ເພື່ອສືບສວນສອບສວນ ແລະສັງລວມສໍານວນຄະດີ ຂໍ້ມູນຕ່າງໆກ່ຽວກັບ ໄມ້ 27 ຣົດເພື່ດສົ່ງ ຟ້ອງສານ ຕາມຂະບວນ ການຍຸຕິທັມ.

ຈຳນວນໄມ້ຢູ່ໃນຣົດບັນທຸກ 27 ຄັນແມ່ນຖືກເຈົ້າໜ້າທີ່ ສະເພາະກິດຈາກອົງການ ກວດກາຣັຖບານ ຢຶດໄວ້ ຢູ່ດ່ານສາກົນ ພູເກືອ ເມືອງ ພູວົງ ແຂວງອັດຕະປື ນັບແຕ່ເດືອນ ພືສພາ ແລະ ຫລັງຈາກນັ້ນ ໄດ້ມີຄຳສັ່ງ ຈາກປະທານ ອົງການ ກວດກາຣັຖບານ ໃຫ້ນຳເອົາໄມ້ ຈຳນວນດັ່ງກ່າວ ມາເກັບມ້ຽນໄວ້ ຢູ່ໃນສາງໄມ້ ຜແນກອຸດສາຫະກັມ ແລະການຄ້າ ແຂວງ. ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ສະເພາະກິດ ສູນກາງ.

ເຈົ້າໜ້າທີ່ສະເພາະກິດ ທ່ານນີ້ ກ່າວວ່າ: ໄມ້ຈຳນວນ 27 ຣົດ ແມ່ນເປັນຂອງ ຄອບຄົວ ທ່ານ ນາມ ວິຍະເກດ ເຈົ້າແຂວງ ອັດຕະປື. ເຈົ້າໜ້າທີ່ ສະເພາະກິດທ່ານນີ້ ກ່າວຕື່ມອີກວ່າ: ໂຮງງານ ຄໍາທະນະພອນ ຄັວດແກະ ສະຫລັກ ແລະ ປຸງແຕ່ງໄມ້ ຄົບວົງຈອນ ທີ່ຕັ້ງຢູ່ ເມືອງໄຊເສດຖາ ແຂວງອັດຕະປື ເຄີຍເປັນຂອງ ພໍ່ຄ້າໄມ້ ຊື່ ທ້າວ ຕຸ້ຍ ແລະ ຖືກສັ່ງປິດ ມາໄດ້ ປະມານ 2 ປີ ຍ້ອນວ່າ ບໍ່ປະຕິບັດຕາມ ລະບຽບການ.

ຕໍ່ມາໃນປີ 2016 ຄອບຄົວຂອງ ທ່ານ ນາມ ວິຍະເກດ ມາເຮັດເປັນ ໂຮງງານ ຄໍາທະນະພອນ ຄັວດແກະສະຫລັກ ແລະ ປຸງແຕ່ງໄມ້ ຄົບວົງຈອນ ສະເພາະແຫ່ງດຽວ ເທົ່ານັ້ນທີ່ໄດ້ ຮັບອະນຸຍາດ ໃຫ້ດຳເນີນການ ຢູ່ແຂວງ ອັດຕະປື.

ແຕ່ໃນວັນທີ 2 ສິງຫາ ທີ່ຜ່ານມາ ທ່ານ ນາມ ວິຍະເກດ ເຈົ້າແຂວງ ອັດຕະປື ກໍປະຕິເສດ ວ່າຄອບຄົວຂອງທ່ານ ບໍ່ມີສ່ວນກ່ຽວຂ້ອງ ໃນການຂົນສົ່ງໄມ້ອອກ ໃນຄັ້ງນີ້ ແລະຍັງ ຢືນຢັນວ່າ ຄອບຄົວຂອງທ່ານ ບໍ່ເຄີຍກ່ຽວຂ້ອງ ກັບທຸຣະກິດໄມ້ ນັບແຕ່ໃດມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.