ຫຼາຍເຄືອຂ່າຍທວງໃຫ້ ເຣື້ອງ ເຂື່ອນແຕກ ໂປ່ງໃສ
2018.08.22
ເຄືອຂ່າຍທຸຣະກິດໄທ ແລະ ສິດທິມະນຸດ ທີ່ບາງກອກ ປະເທດໄທ ອອກຖແລງການ ໃນວັນທີ 20 ສິງຫາ 2018 ຮຽກຮ້ອງໃຫ້ຣັຖບານ ສປປລາວ ສືບສວນສອບສວນ ກໍຣະນີເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໃນຄືນວັນທີ 23 ກໍຣະກະດາ ຜ່ານມາ ຢ່າງໂປ່ງໃສ ແລະເປັນ ເອກຣາດ ຊຶ່ງຕາມຄຳເວົ້າຂອງ ທ່ານ ຄຳມະນີ ອິນທິລາດ ຣັຖມົນຕຣີ ກະຊວງພລັງງານ ແລະບໍ່ແຮ່ ຕໍ່ສື່ມວນຊົນ ເມື່ອວັນທີ 27 ກໍຣະກະດາຜ່ານມາແລ້ວແມ່ນວ່າ “ປາກົດວ່າ ສັນເຂື່ອນແຕກ ເປັນຍ້ອນການກໍ່ສ້າງ ບໍ່ໄດ້ມາຕຖານ.”
ພ້ອມກັນນັ້ນ ທາງເຄືອຂ່າຍກໍຮຽກຮ້ອງໃຫ້ບໍຣິສັດ ແລະທຸກພາກສ່ວນທີ່ກ່ຽວຂ້ອງ ເອົາບາດກ້າວຢ່າງຮີບດ່ວນ ໃນການຮັບເອົາຄວາມ ຮັບຜິດຊອບທຸກຢ່າງ ຕໍ່ຄວາມເສັຍຫາຍ ຂອງປະຊາຊົນເປັນຈຳນວນຫລວງຫລາຍ ທີ່ຖືກຜົລກະທົບ ຢູ່ ເມືອງສນາມໄຊ ແຂວງອັດຕະປືນັ້ນ.
ພາຍຫລັງເກີດພັຍພິບັດ ທີ່ມະນຸດເປັນຜູ້ກໍ່ຂຶ້ນນັ້ນແລ້ວ ມີຄໍາຖາມຫລາຍຕໍ່ຫລາຍທີ່ເກີດຂຶ້ນ ທັງຢູ່ພາຍໃນ ແລະຕ່າງປະເທດ ເຖິງຄວາມ ກັງວົນກ່ຽວກັບຄຸນນະພາບ ຂອງວຽກງານການສ້າງເຂື່ອນ ແລະການແຈ້ງເຕືອນພັຍ ຂອງທາງການລາວ ໃຫ້ຊາວບ້ານຮັບຮູ້, ການກອບກູ້ ຊີວິດ ແລະຊັບສິນຂອງປະຊາຊົນ, ການຊອກຄົ້ນຫາຜູ້ເສັຍຊີວິດ ແລະຄົນຫາຍສາບສູນ ເປັນຈຳນວນຫລວງຫລາຍ, ສະຖານທີ່ພັກເຊົາ ແລະອາຫານການກິນ ຂອງພວກເຂົາເຈົ້າ, ການເຂົ້າເຖິງເຂດ ບ້ານທີ່ຖືກຜົລກະທົບ ຮວມໄປເຖິງການຊອກຫາສາເຫດ ທີ່ແທ້ຈິງ ແລະ ຄວາມເສັຽຫາຍຕ່າງໆທັງໝົດທີ່ເກີດຂຶ້ນ.
ເພື່ອຕອບຄຳຖາມທີ່ວ່ານັ້ນ ຣັຖບານລາວ ກໍໄດ້ແຕ່ງຕັ້ງຄນະກັມການສືບສວນສອບສວນ ຫາສາເຫດເຂື່ອນແຕກ ແລະຄນະກັມການດ້ານ ຄວາມຮັບຜິດຊອບ ຂອງຜູ້ມີຮຸ້ນສ່ວນ ໃນໂຄງການເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍນັ້ນ. ພ້ອມດຽວກັນກໍໂຈະ ການພິຈາຣະນາອະນຸມັດ ໂຄງການລົງທຶນສ້າງເຂື່ອນໄຟຟ້າໃໝ່ ຊົ່ວຄາວນໍາດ້ວຍ.
ແຕ່ເຖິງຢ່າງໃດກໍຕາມ ເຄືອຍຂ່າຍທຸຣະກິດ ແລະສິດທິມະນຸດ ທີ່ປະເທດໄທ ກໍໄດ້ຕັ້ງຄໍາຖາມເຖິງຄວາມໜ້າເຊື່ອຖື ຂອງຄນະກັມການ ດັ່ງກ່າວ ທີ່ທາງ ການລາວ ແຕ່ງຕັ້ງຂຶ້ນມານັ້ນ ດັ່ງ ຍານາງ Emily Pradichit ຜູ້ກໍ່ຕັ້ງ ທັງເປັນ ຜູ້ອໍານວຍການມູນນິທິ Manushya ແລະເປັນສະມາຊິກເຄືອຂ່າຍ ທີ່ວ່ານັ້ນ ກ່າວຕໍ່ RFA ໃນມື້ວັນທີ 20 ສິງຫານີ້ວ່າ:
"ຣັຖບານລາວ ຄວນ ດໍາເນີນການສືບສວນສອບສວນ ແບບເປັນເອກຣາດ, ໂປ່ງສັຍ, ມີການຊົດເຊີຍ ຄວາມເສັຍຫາຍຢ່າງເປັນທັມ, ຟື້ນຟູ ບໍາບັດ ແລະຊ່ວຍປົວແປງຊີວິດການເປັນຢູ່ ແລະທັງດ້ານຈິດໃຈຂອງປະຊາຊົນ ທີ່ໄດ້ຮັບຜົລກະທົບນັ້ນ ໃຫ້ກັບຄືນເຂົ້າສູ່ສະພາບ ປົກກະຕິ ແລະຟື້ນຟູສະພາບແວດລ້ອມ ແລະຄວາມຈໍາເປັນ ຕ່າງໆຂອງຊຸມຊົນ ຄວນໃຫ້ເປັນໃຈກາງ ການປົວແປງ ແບບມີປະສິດທິພາບ."
ໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍ ຂນາດ 410 ແມັກກາວັດ ເປັນໂຄງການຮຸ້ນສ່ວນ ຣະຫວ່າງ 4 ບໍຣິສັດ, ເປັນບໍຣິສັດເກົາຫລີ ໃຕ້ 2 ບໍຣິສັດ ຄື ບໍຣິສັດ ວິສວະກັມ ແລະການກໍ່ສ້າງ SK ຖືຮຸ້ນ 26% ແລະ ບໍຣິສັດພລັງງານ Korea Western Power ຖືຮຸ້ນ 25%, ບໍຣິສັດ Ratchaburi ຂອງໄທ - 25% ແລະ ບໍຣິສັດຣັຖວິສາຫະກິດ ໄຟຟ້າລາວ - 24%.
ເຂື່ອນນີ້ ສຳເຣັດການສຶກສາ ຄວາມເປັນໄປໄດ້ ໃນປີ 2008, ເລີ້ມກໍ່ສ້າງໃນປີ 2013 ແລະ ຄາດວ່າຈະສ້າງແລ້ວໃນປີ 2019 ແລະ ຈະຂາຍໄຟຟ້າໃຫ້ໄທ 90 ເປີເຊັນ.
ພ້ອມກັນນັ້ນ ເຄືອຂ່າຍທຸຣະກິດ ແລະ ສິດທິມະນຸດ ທີ່ປະເທດໄທ ຍັງໄດ້ກ່າວ ເຖິງຫລັກການແນະນຳ ຂອງສະຫະປະຊາຊາດ ວ່າດ້ວຍ ທຸຣະກິດ ແລະສິດທິມະນຸດ UNGPs ວ່າ ບໍຣິສັດຂອງຣັຖ ຈະຕ້ອງມີມາຕການ ທີ່ຈະປ້ອງກັນບໍ່ໃຫ້ ເກີດການຣະເມີດ ສິດທິມະນຸດ ເຊັ່ນ ການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທ EGAT ຊຶ່ງເປັນບໍຣິສັດຂອງຣັຖ. ດັ່ງນ້ນ EGAT ຈຶ່ງຄວນທີ່ຈະຍົກເລີກ ສັນຍາຊື້ຂາຍໄຟຟ້າ ເຊປຽນ-ເຊນໍ້ານ້ອຍ. ຕາມຄໍາເວົ້າຂອງ ອາຈານ ດິເຣກ ເຫັມນະກອນ ຜູ້ນໍາຊຸມຊົນ ສົງຂາ-ປັຕຕະນີ ໃນການຕໍ່ຕ້ານ ໂຮງໄຟຟ້າຖ່ານຫີນ.
ທ່ານກ່າວວ່າ ປະເທດໄທ ຈະຕ້ອງອອກຫ່າງ ຈາກການເພິ່ງພາພລັງງານ ທີ່ນໍາເຂົ້າຈາກຕ່າງປະເທດ ແລະຫາວິທີການສ້າງໂຄງການ ພລັງງານ ທີ່ເປັນມິດກັບສິ່ງແວດລ້ອມ ຍືນຍາວ ທີ່ເຄົາຣົບສິດທິມະນຸດ ຊຶ່ງປະເທດໄທ ກໍມີພລັງງານ ໄຟຟ້າທີ່ພຽງພໍ ຢູ່ແລ້ວ, ບໍ່ມີ ຄວາມຈໍາເປັນ ທີ່ຈະຕ້ອງຊື້ໄຟຟ້າ ຈາກປະເທດອື່ນ ຫລືສ້າງໂຮງໄຟຟ້າເພີ່ມຕື່ມອີກ.
ເຂື່ອນເຊປຽນ-ເຊນໍ້ານ້ອຍ ຕັ້ງຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ແຕກເມື່ອຄືນວັນທີ 23 ກໍຣະກະດາ ຜ່ານມາ ເຮັດໃຫ້ນໍ້າປະຣິມານ ມະຫາສານໄຫລຖັ່ງລົງມາ ສ້າງຜົລກະທົບ ແລະຄວາມເສັຽຫາຍໃຫ້ຊາວເມືອງສນາມໄຊ ແຂວງອັດຕະປື 13 ພັນປາຍຄົນ ແລະຊັບສິນ ເປັນຈຳນວນຫລວງຫລາຍ ຢ່າງໜັກໜ່ວງ ແບບທີ່ບໍ່ເຄີຍມີມາກ່ອນ ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ປະກາດເຖິງຄວາມຮັບຜິດຊອບ ຢ່າງລະອຽດ ຕໍ່ຜົລຮ້າຍທັງໝົດທີ່ເກີດຂຶ້ນນັ້ນ ໃຫ້ສາທາຣະນະຊົນຮູ້. ດັ່ງຍານາງ Emilie Pradichit ກ່າວຕອນນຶ່ງ:
"ຂໍ້ຕົກລົງຍິນຍອມ ທີ່ກໍານົດເຖິງຄວາມຮັບຜິດຊອບ ຂອງຜູ້ຖືຮຸ້ນແຕ່ ລະບໍຣິສັດ ກໍຍັງບໍ່ທັນແຈ້ງ ໃຫ້ມວນຊົນຮູ້. ມັນມີຄວາມສໍາຄັນ ສໍາລັບຣັຖບານ ລາວ ທີ່ຈະຖອດຖອນບົດຮຽນຈາກຄວາມລົ້ມແຫລວຂອງຕົນ ເພື່ອດໍາເນີນການ ຢ່າງຮີບດ່ວນ ໃນການສ້າງໂຄງຮ່າງ ຣະບຽບການ ແລະມີການສນັບສນູນ ທາງດ້ານເທັກນິກ ແບບມີຄຸນນະພາບ ແລະເປັນເອກຣາດ."
ຖແລງການ ຂອງເຄືອຂ່າຍການທຸຣະກິດ ແລະສິດທິມະນຸດ ທີ່ປະເທດໄທ ຍັງໄດ້ທົບທວນເຖິງເຣື່ອງການອອກຄໍາເຕືອນ ຂອງທາງການລາວ ໃນມື້ວັນທີ 28 ກໍຣະກະດາ ໃຫ້ປະຊາຊົນຮັບຟັງພຽງແຕ່ຂ່າວຂອງສື່ມວນຊົນທາງການລາວ ເທົ່ານັ້ນ ແລະທັງ ເຕືອນເຖິງອັນທີ່ເອີ້ນວ່າ ຂ່າວບໍ່ມີມູນຄວາມຈິງ, ຮູບພາບ ປອມແປງ ກ່ຽວກັບເຮຶ່ອງເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ຊຶ່ງຖືເປັນການກະທຳຜິດກົດໝາຍຂອງລາວ.
ນອກຈາກນັ້ນແລ້ວ ຫ້ອງວ່າການສໍານັກງານນາຍົກຣັຖມົນຕຣີ ຍັງໄດ້ອອກແຈ້ງການ ໃນມື້ວັນທີ 3 ສິງຫານີ້ ທີ່ຫ້າມບໍ່ໃຫ້ ສ່ວນບຸກຄົນ ແລະສໍານັກງານ-ອົງການໃດໆເຂົ້າໄປຍັງເຂດເຂື່ອນ ທີ່ເກີດເຫດນັ້ນຫາກບໍ່ໄດ້ຮັບອະນຸຍາດ ຈາກທາງການກ່ຽວຂ້ອງ.
ພ້ອມດຽວກັນ ຖແລງການຂອງເຄືອຂ່າຍທຸຣະກິດ ແລະ ສິດທິມະນຸດ ກໍໄດ້ ກ່າວ ໂດຍອີງໃສ່ຄໍາເວົ້າຂອງ ຍານາງ Debbie Stothard ເລຂາທິການ ສະຫະພັນສາກົລ ເພື່ອສິດທິມະນຸດ FIDH ວ່າ ພວກທີ່ລອດຊີວິດມາໄດ້ ຕ່າງກໍໄດ້ ສະແດງອອກເຖິງ ຄວາມບໍ່ພໍໃຈ ຕໍ່ ຄວາມພຍາຍາມ ຂອງຣັຖບານລາວ ໃນການກວດກາ ພວກເຂົາເຈົ້າ ບໍ່ໃຫ້ເລົ່າເຖິງສະພາບຄວາມເປັນຈິງ ທີ່ເກີດຂຶ້ນ ກັບພວກເຂົາເຈົ້າ ແລະ ສະພາບການຕົວຈິງ ທີ່ເກີດຂຶ້ນໃນພື້ນທີ່ນັ້ນ ເພື່ອໃຫ້ຊາວໂລກຮູ້ ແລະບໍ່ຫລົງລືມພວກເຂົາເຈົ້າ.
ຍານາງ Stothard ຍັງກ່າວຕື່ມອີກວ່າ ການທີ່ທາງການລາວ ພຍາຍາມຄວບຄຸມ ຂໍ້ມູນກ່ຽວກັບເຣື່ອງເຂື່ອນແຕກນັ້ນ ຂັດກັບຫລັກການ ການທົບທວນເບິ່ງການ ປະຕິບັດສິດທິພົລເຮືອນ ແລະສິດທິທາງການເມືອງຂອງຣັຖບານລາວ ເມື່ອເດືອນກໍະກະດາ ທີ່ຜ່ານມາ ຊຶ່ງເປັນ ພັນທະພາຍໃຕ້ສົນທິສັນຍາສາກົນ ວ່າດ້ວຍ ສິດທິພົລເຮືອນ ແລະສິດທິທາງການເມືອງ ຊຶ່ງຜູ້ຊ່ຽວຊານ ຂອງສະຫະປະຊາຊາດໄດ້ອອກ ມາຮຽກຮ້ອງໃຫ້ຣັຖບານລາວ ສົ່ງເສີມໃຫ້ສື່ມວນຊົນ ສະແດງເຖິງຄວາມຄຶດ ຄວາມເຫັນ ທີ່ຫລາກຫລາຍ ແລະເພື່ອຮັບປະກັນໃຫ້ການປະຕິ ບັດງານຂອງພວກເຂົາ ບໍ່ຕົກຢູ່ໃນການຄວບຄຸມຂອງຣັຖ.
ເຄືອຂ່າຍທຸຣະກິດ ແລະສິດທິມະນຸດ ທີ່ປະເທດໄທ ເປັນເຄືອຂ່າຍທີ່ ຫລາຍພາກສ່ວນຮວມກັນ ຊຶ່ງມີທັງນັກປົກປ້ອງສິດທິມະນຸດ ຜູ້ນໍາຊຸມຊົນ ນັກວິໃຈ ນັກວິຊາການ ແລະອົງການທີ່ບໍ່ຂຶ້ນ ກັບຣັຖບານ ຣະດັບທ້ອງຖິ່ນ ຣະດັບຊາດ ແລະຣະດັບພູມີພາກ ນຳດ້ວຍ.
ແລະມູລນິທິມານຸດຊາຍະ ເປັນມູນນິທິໃນພູມີພາກເອເຊັຽ ທີ່ຖືກຈັດຕັ້ງຂຶ້ນໃນປີ 2017 ເພື່ອສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໃນການພັທນາສິດທິມະ ນຸດ, ຄວາມຍຸຕິທັມທາງສັງຄົມ ແລະສັນຕິພາບ.