ສັມພາດນັກວິຊາການ ເຣື້ອງ ຢືມເງິນ ບໍຣິຈາກ

ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງອັດຕະປື
ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງອັດຕະປື (Public Domain)

0:00 / 0:00

ໃນກໍຣະນີ ເຣື້ອງ ການຢືມເງິນຊ່ວຍເຫລືອ ຜູ້ປະສົພພັຍຈາກເຂື່ອນເຊປຽນແຕກ ແລ້ວເອົາໄປສ້າງທາງ ກໍກຳລັງຖືກສັງຄົມ ຕັ້ງຄຳຖາມ ເຖິງໜ່ວຍງານ ທີ່ຮັບຜິດຊອບ ອີກຄັ້ງນຶ່ງ.

ໃນວັນທີ 6 ສິງຫາ ຜ່ານມາ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ແຂວງອັດຕະປື ໄດ້ອອກຂໍ້ຕົກໃຫ້ ອະນຸມັດເງິນຊ່ວຍເຫຼືອຜູ້ປະສົບພັຍ ເຂື່ອນແຕກ ຈຳນວນ 3 ຕື້ກີບ ເພື່ອເອົາໄປຈ່າຍໃຫ້ 3 ບໍຣິສັດ ຄື ບໍຣິສັດ ໄຊເສດຖາ, ບໍຣິສັດ ສິງລາດສົມບູນ ແລະ ບໍຣິສັດ ລາດສະວົງ ບໍຣິສັດ ລະ 1 ຕື້ ກີບ ເພື່ອເປັນການສ້ອມແປງ ເສັ້ນທາງສຸກເສີນ.

ຫລ້າສຸດ ເມື່ອບໍ່ດົນມານີ້, ມີຄົນເອົາຂໍ້ຕົກລົງດັ່ງກ່າວ ອອກມາ ເຜີຍແຜ່ທາງເຟສບຸກ ແລະປັດຈຸບັນ ກໍກຳລັງຖືກສັງຄົມ ວິພາກວິຈານຢູ່. ກ່ຽວກັບເລື້ອງນີ້ ນັກຊິການລາວ ກໍໃຫ້ທັສນະວ່າ ມັນເປັນການໃຊ້ງົບປະມານ ບໍ່ຖືກຈຸດປະສົງ ແລະ ຍັງເປັນຫ່ວງວ່າ ເມື່ອເວລາຜ່ານໄປ ຈຳນວນເງິນດັ່ງກ່າວ ຈະບໍ່ຖືກສົ່ງຄືນ. ເຊີນທ່ານໄປຟັງ ການສຳພາດ ເບິ່ງ.