ທາງການສືບສວນໄມ້ ຢູ່ດ່ານ ແດນສວັນ-ລາວບາວ

ສຸພັດຕາ
2018.02.28
F-Laobao ດ່ານສາກົນ ແດນສວັນ-ລາວບາວ ທາງຝັ່ງ ປະເທດວຽດນາມ
RFA/NY

ປັດຈຸບັນ ທາງການ ແຂວງສວັນນະເຂດ ໄດ້ຕັ້ງ ຄນະກັມມະການກວດກາ ເພື່ອສືບສວນສອບສວນ ກໍຣະນີ ເຈົ້າໜ້າທີ່ພາສີ ເຂດ 3 ປະຈຳດ່ານ ແດນສວັນ-ລາວບາວ, ເມືອງເຊໂປນ ໄດ້ຍຶດໄມ້ ຈາກຣົດບັນທຸກ 4 ຄັນ ທີ່ກຽມຂົນອອກໄປ ວຽດນາມ ເມື່ອວັນທີ 18 ມົກກະຣາ ຜ່ານມາ, ດັ່ງເຈົ້າໜ້າທີ່ ໃນຄນະກັມມະການ ສືບສວນ-ສອບສວນ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 28 ກຸມພາ ນີ້ວ່າ:

“ຍັງ ເພິ່ນແຕ່ງຄນະກັມມະການ ລົງກວດກາຢູ່ ແຕ່ວ່າ ຍັງບໍ່ທັນມີ ຂໍ້ມູນວ່າ ມັນເປັນແນວໃດ ຫັ້ນນະ ກວດກາກັນຢູ່ ແຕ່ຍັງບໍ່ທັນ ຊັດເຈນວ່າ ໂຕໃດມັນຜິດ ໂຕໃດມັນຖືກ ໄມ້ປ່ອຍອອກໄປ 4 ຄັນຫັ້ນ ແຕ່ວ່າ ຍັງກວດສອບກັນວ່າ ມັນເປັນແນວໃດຫັ້ນນະ.”

ເຈົ້າໜ້າທີ່ ກ່າວຕື່ມວ່າ, ໄມ້ທີ່ຍຶດໄດ້ ຈາກຣົດບັນທຸກ 4 ຄັນ ນັ້ນເປັນໄມ້ ຂອງໂຮງງານປຸງແຕ່ງໄມ້ ສຳເຣັດຮູບຄູນຄຳ ຕັ້ງຢູ່ບ້ານດົງນາຄຳ, ເມືອງໄກສອນ ພົມວິຫານ ໂດຍມີ ນາງ ສຸກສົມໃຈ ສົມສະໄໝວົງ ເປັນຜູ້ຕາງໜ້າໂຮງງານ. ເມື່ອໄປກວດກາໂຮງງານ ດັ່ງກ່າວ, ຄນະກັມການ ຍັງເຫັນຣົດໄມ້ ອີກ 6 ຄັນ ຮວມກັບ ຣົດທີ່ຍຶດ ຢູ່ດ່ານແດນສວັນ-ລາວບາວ ເປັນທັງໝົດ 10 ຄັນ. ສຳລັບ ຄວາມຄືບໜ້າ ຂອງການສືບສວນ-ສອບສວນ ຂອງກໍຣະນີ ນີ້ ຍັງບໍ່ສາມາດແຈ້ງໃຫ້ຮູ້ ຣາຍລະອຽດໄດ້ເທື່ອ.

ທ່ານກ່າວອີກວ່າ ປັດຈຸບັນ ໂຮງງານດັ່ງກ່າວ ຍັງເປີດຢູ່ຄືເກົ່າ ບໍ່ໄດ້ມີຄຳສັ່ງຂັ້ນເທິງ ສັ່ງໃຫ້ປິດຊົ່ວຄາວ ແຕ່ຢ່າງໃດ, ແຕ່ໄດ້ມີການກວດກາ ເຂັ້ມງວດຂຶ້ນ ບໍ່ໃຫ້ມີການຂົນຍ້າຍໄມ້ ອອກນອກໂຮງງານ ຈົນກວ່າ ການສືບສວນ-ສອບສວນ ນັ້ນຈະແລ້ວ ແລະ ມີການສລຸບວ່າ ການຂົນສົ່ງໄມ້ ໄປວຽດນາມ ໃນມື້ດັ່ງກ່າວນັ້ນ ຜິດກົດໝາຍ ຫຼືບໍ່.

ການກວດຍຶດໄມ້ ຍັງມີຢູ່ເລື້ອຍໆ. ເມື່ອປີກາຍ ເຈົ້າໜ້າທີ່ ກອງກວດກາປ່າໄມ້ ແລະ ເຈົ້າໜ້າທີ່ ປ້ອງກັນຄວາມສງົບ ແຂວງອັດຕະປື ສາມາດ ກວດຍຶດໄມ້ ຈາກ ຣົດບັນທຸກ 27 ຄັນ ຢູ່ດ່ານພູເກືອ ເມືອງພູວົງ ໂດຍມີເຈົ້າໜ້າທີ່ ຣັຖຈຳນວນນຶ່ງ ມີສ່ວນຮ່ວມນຳ ຫຼັງຈາກນັ້ນ ທາງການ ແຂວງອັດຕະປື ໄດ້ເອົາໄມ້ສ່ວນນຶ່ງ ທີ່ຍຶດໄດ້ ມາປະມູນຂາຍແລ້ວ ຈຳນວນ 1,394 ແມັດກ້ອນ.

ນັບຕັ້ງແຕ່ ນາຍົກຣັຖມົນຕຣີ ໄດ້ອອກຄຳສັ່ງ ເລກທີ 15/ນຍ ເມື່ອວັນທີ 13 ພືສພາ 2016 ເປັນຕົ້ນມາຫຼາຍແຂວງ ໃນທົ່ວປະເທດ ໄດ້ເອົາ ໃຈໃສ່ ກວດກາການລັກລອບຂົນໄມ້ເຖື່ອນ ຫຼາຍຂຶ້ນ ແລະ ສາມາດຍຶດໄມ້ເຖຶື່ອນ ພ້ອມກັບ ຈັບຜູ້ກະທໍາຜິດໄດ້ ຫຼາຍຄົນ ແລະ ໄດ້ສັ່ງປິດ ໂຮງງານປຸງແຕ່ງໄມ້, ໂຮງງານເຟີນີເຈີ້ ແລະ ສັ່ງປິດໂຮງເລື່ອຍໄມ້ ໄປຫຼາຍແຫ່ງແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.