ໄມ້ຍຶດໄວ້ຢູ່ ຂ.ອັດຕະປື ບໍ່ເຂົ້າ ບໍ່ອອກ
2017.08.08

ຣົດໄມ້ 27 ຄັນ ທີ່ຖືກອົງການກວດກາຣັຖບານຍຶດໄວ້ ຢູ່ດ່ານຊາຍແດນພູເກືອ ແຂວງອັດຕະປື ທີ່ຕິດກັບປະເທດວຽດນາມ ນັບແຕ່ເດືອນ ພຶສພາ ຈົນມາເຖິງປັດຈຸບັນ ກໍຍັງບໍ່ມີການສລຸບ ຜົນການ ສືບສວນ-ສອບສວນ ແຕ່ຢ່າງໃດ.
ອີກເຫດການນຶ່ງ ທີ່ເຈົ້າໜ້າທີ່ ຈັບຍຶດຣົດໄມ້ 8 ຄັນຢູ່ດ່ານບໍ່ເຕັນ ແຂວງຫຼວງນ້ຳທາ ທີ່ຕິດກັບ ປະເທດຈີນ ໃນເດືອນກໍຣະກະດາ ຜ່ານມາ ພັດໃຊ້ເວລາພຽງແຕ່ປະມານ 10 ມື້ເທົ່ານັ້ນ ກໍສາມາດ ສລຸບຜົນອອກມາແລ້ວ.
ປັດຈຸບັນສັງຄົມກຳລັງໃຫ້ຄວາມສົນໃຈວ່າ ແມ່ນໃຜຢູ່ເບື້ອງຫລັງ ແລະຈະຈັບຄົນຜິດ ມາລົງໂທດໄດ້ຫລືບໍ່. ສິ່ງທີ່ໜ້າສົນໃຈກໍຄື ໃນກໍຣະນີ ຣົດໄມ້ 27 ຄັນຢູ່ແຂວງ ອັດຕະປື ນັ້ນແມ່ນ ທ່ານ ນາມ ວິຍະເກດ ເຈົ້າແຂວງອັດຕະປື ແລະຄອບຄົວທ່ານ ເປັນຜູ້ຖືກສົງໃສວ່າຢູ່ເບື້ອງ ເລື້ອງນີ້.
ແຕ່ກໍຄົງເປັນໄປໄດ້ຍາກທີ່ ທ່ານຈະຖືກດຳເນີນຄະດີ ຖ້າພົບວ່າ ມີຄວາມຜິດ ໃນເລື້ອງນີ້ ຍ້ອນວ່າ ທ່ານ ມີຖານະຕຳແໜ່ງ ແລະ ຍັງເປັນ ລູກຊາຍຂອງນັກປະຕິວັດ ຮຸ້ນບຸກເບີກອີກດ້ວຍ. ດັ່ງເຈົ້າໜ້າທີ່ ອົງການຈັດຕັ້ງທາງສັງຄົມ ທ່ານນຶ່ງ ໃຫ້ສຳພາດ ໃນວັນທີ 7 ສິງຫາ ວ່າ: ຟັງສຽງສຳພາດ
ແຕ່ໃນເວລາດຽວກັນ ເຈົ້າໜ້າທີ່ທາງການ ກໍຊີ້ແຈງວ່າສາເຫດ ທີ່ຊັກຊ້າຍ້ອນວ່າ ມັນຕ້ອງໄດ້ມີການ ກວດກາ ຢ່າງລະອຽດ ຕ້ອງໃຊ້ເວລາ ໃນການ ກວດກາກ່ອນ ແລະ ກໍຍັງບໍ່ທັນມີ ສລຸບວ່າ ຄົນທີ່ຢູ່ເບື້ອງຫລັງ ແມ່ນໃຜ. ດັ່ງທ່ານ ຈະເລີນ ເຢັຍປາວເຮີ ຣັຖມົນຕຼີ ປະຈຳສຳ ນັກງານ ນາຍົກຣັຖມົນຕຼີ ແລະ ທັງເປັນໂຄສົກ ຣັຖບານ ໄດ້ໃຫ້ສຳພາດໄວ້ ໃນວັນທີ 4 ສິງຫາ ວ່າ: ສຽງສຳພາດ.
ນອກຈາກນີ້ ທ່ານ ນາມ ວິຍະເກດ ເຈົ້າແຂວງອັດຕະປື ກໍປະຕິເສດວ່າ ຄອບຄົວຂອງທ່ານ ບໍ່ມີສ່ວນກ່ຽວຂ້ອງ ໃນການຂົນສົ່ງໄມ້ອອກໃນ ຄັ້ງນີ້, ທ່ານ ນາມ ວິຍະເກດ ໄດ້ໃຫ້ສຳພາດ ຕໍ່ເອເຊັຍເສຣີ ໃນວັນທີ 2 ສິງຫາ ທີ່ຜ່ານມາວ່າ:
"ເຂົາຍັງສືບຕໍ່ ກວດກາ ບໍ່ທັນແລ້ວ ລໍຖ້າຜົນກວດກາກ່ອນ. ພວກຂ້າພະເຈົ້າ ບໍ່ມີສ່ວນຮ່ວມ ກ່ຽວກັບ ເຣື້ອງໄມ້ນີ້ ຄັນວ່າເຣື້ອງໄມ້ ພວກເຮົາ ຂ້າພະເຈົ້າ ບໍ່ເຮັດແຕ່ໃດມາ".
ນັ້ນເປັນການຢືນຢັນຂອງ ທ່ານ ນາມ ວິຍະເກດ ເຈົ້າແຂວງອັດຕະປື.
ເຈົ້າໜ້າທີ່ອົງການກວດກາ ຣັຖບານ ຍັງຄົງຢືນຢັນວ່າ ທ່ານ ນາມ ແລະ ສະມາຊິກຄອບຄົວ ຍັງຄົງຢູ່ເບື້ອງຫລັງ ເລື້ອງນີ້.
ເຈົ້າໜ້າທີ່ ອົງການກວດາ ຣັຖບານ ຢູ່ ແຂວງພາກໃຕ້ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຍເສຣີ ໃນວັນທີ 7 ສິງຫາວ່າ:ສາເຫດທີ່ເຈົ້າໜ້າທີ່ ອົງການກວດາຣັຖບານ ສັ່ງຍຶດໄມ້ກໍຄື ທາງເຈົ້າແຂວງອັດຕະປື ປະບໍ່ຕິບັດ ຄຳສັ່ງ ເລກທີ 15 ໃນຂນະທີ່ ທົ່ວປະເທດ ເຂົາກໍມີການ ປະຕິບັດກັນ, ແລະ ການເອົາຣົດໄມ້ ອອກ 27 ຄັນນັ້ນ ແມ່ນເຮັດກັນ ເປັນທີມ ແບບມີແຜນການ.
ເຈົ້າໜ້າທີ່ ທ່ານນີ້ ກ່າວອີກວ່າ: ຄອບຄົວຂອງເຈົ້າແຂວງ ມີສ່ວນໃນເລື້ອງນີ້ ແລະ ເຈົ້າແຂວງມີການໃຊ້ ອິດທິພົນນາບຂູ່ ພະນັກງານ ຜູ້ທີ່ປະຕິບັດງານ ໃຜບໍ່ເຫັນດີ ຫລື ຂັດຂວາງ ກໍມີການສັ່ງຍ້າຍ.
ໂຮງງານແກະສະຫລັກໄມ້ ອ້າງວ່າເປັນຂອງນັກທຸຣະກິດ ທີ່ຊື່ ຄຳ ລັດຕະນະພອນ ນັ້ນໃນຄວາມເປັນຈິງແລ້ວ ໂຮງງານດັ່ງກ່າວເຄີຍຖືກ ສັ່ງປິດ ມາໄດ້ປະມານ 2 ປີ ຍ້ອນບໍ່ ປະຕິບັດ ຕາມລະບຽບການ ແລະ ຕໍ່ມາ ຄອບຄົວຂອງທ່ານ ນາມ ວິຍະເກດ ໄປໂອນເຂົ້າ ເຮັດ ໂຮງງານ ແກະສະຫລັກໄມ້ ສະເພາະ ແຫ່ງດຽວເທົ່ານັ້ນ ທີ່ໄດ້ຮັບ ອະນຸຍາດ ໃຫ້ດຳເນີນການ ຢູ່ແຂວງອັດຕະປື. ອີງຕາມຂໍ້ມູນ ຈາກ ເຈົ້າໜ້າທີ່ ທ່ານນີ້.
ເຈົ້າໜ້າທີ່ກວດກາ ຣັຖບານທ່ານນີ້ ກ່າວຕື່ມອີກວ່າ: ກ່ອນທີ່ຈະມີການການຍຶດ ຣົດໄມ້ 27 ຄັນນັ້ນ ຍັງມີການ ລັກລອບ ສົ່ງໄມ້ອອກ ແລ້ວປະມານ 20 ຄັນ ໂດຍອ້າງວ່າ ເອົາຜລິຕພັນໄມ້ ໄປວາງສະແດງ ຢູ່ ປະເທດວຽດນາມ.
ນອກຈາກນີ້ ເຈົ້າໜ້າທີ່ກວດກາ ຣັຖບານ ຢູ່ແຂວງພາກໃຕ້ ອີກທ່ານນຶ່ງ ກໍຍັງໃຫ້ ສຳພາດພາດ ຕໍ່ເອເຊັຍເສຣີ ໃນວັນທີ 6 ສິງຫາວ່າ: ເປັນໄມ້ບໍ່ຖືກ ຢືນຢັນໄດ້ເລີຍແຫລະ ແລະ ທີ່ສໍາຄັນ ແມ່ນເມັຽ ເຈົ້າແຂວງ ມີສ່ວນຮ່ວມ ໃນເລື້ອງນີ້ ເມັຽເຈົ້າແຂວງ.
ເຈົ້າໜ້າທີ່ ກວດກາ ຣັຖບານ ທ່ານນີ້ ຍັງກ່າວອີກວ່າ: ຂັ້ນຕອນການ ສົ່ງອອກໄມ້ ໄປຕ່າງປະເທດ ທຳອິດແມ່ນ ຜູ້ສົ່ງອອກ ຂຽນໃບສະເໜີ ໄປຫາ ຫ້ອງວ່າການ ປົກຄອງແຂວງ ໂດຍເຈົ້າແຂວງ ເປັນຜູ້ ອະນຸມັດ ອອກໜັງສືໃຫ້ ແລະ ຫລັງຈາກນັ້ນ ຫ້ອງວ່າການ ປົກຄອງແຂວງ ຈຶ່ງອອກໜັງສື ໄປຫາ ຂະແໜງການ ທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ຜແນກກະສິກັມ ແລະປ່າໄມ້, ຜແນກການເງິນ, ຜແນກການຄ້າ ເພາະວ່າ ຂະແໜງການ ເລົ່ານີ້ ບໍ່ກ້າທີ່ ຈະອອກໜັງສື ອະນຸຍາດ ສົ່ງອອກໄມ້ ຖ້າບໍ່ມີ ໜັງສື ທີ່ເປັນຂໍ້ ຕົກລົງ ຂອງ ເຈົ້າແຂວງ.
ເຈົ້າໜ້າທີ່ທ່ານນີ້ ຍັງກ່າວອີກວ່າ: ທີ່ ທ່ານ ນາມ ວິຍະເກດ ເວົ້າວ່າ ໄດ້ລົບລ້າງດ່ານ ໝົດທຸກດ່ານ ຢູ່ຕາມເສັ້ນທາງ 18B ນັ້ນ, ປັດຈຸບັນ ຢູ່ເສັນທາງ 18B ທີ່ເຊື່ອມຕໍ່ໃສ່ ຊາຍແດນວຽດນາມ ໄລຍະທາງ ປະທານ 100 ກິໂລແມັດ ຍັງມີຢູ່ 3 ດ່ານ ຢູ່ຄືເກົ່າ ຄື ຢູ່ເຂດຫລັກ 52 ແລະ ອີກສອງດ່ານ ກ່ອນທີ່ຈະໄປຮອດ ດ່ານຊາຍແດນ ພູເກືອ.
ບັນຫາດາ ບັນຫາໄມ້ ກໍຍັງຄົງບໍ່ສາມາດ ຢຸດລົງໄດ້ ເຖີງວ່າຈະມີ ຄຳສັ່ງເລກທີ 15 ຂອງນາຍົກ ຣັຖມົນຕຼີ ອອກມາກໍຕາມ. ເຫດການ ຈະເປັນແນວໃດ ຕໍ່ໄປ ກໍໃຫ້ທ່ານ ຕິດຕາມເບິ່ງວ່າ ຣັຖບານ ຈະສາມາດ ຈັບຜູ້ທີ່ຢູ່ ເບື້ອງຫຼັງລົດໄມ້ 27 ຄັນ ໄດ້ບໍ່ຫລືວ່າ ຈະປ່ອຍໃຫ້ ເວລາຜ່ານໄປ ແລະ ສຸດທ້າຍ ກໍເຮັດຄື ບໍ່ມີຫຍັງ ເກີດຂຶ້ນ.