ເຈົ້າໜ້າທີ່ສືບຫາທີ່ມາ ຣົດໄມ້ 27 ຄັນ
2017.11.13

ເຈົ້າໜ້າທີ່ຄະນະສະເພາະກິດ ທີ່ແຂວງອັດຕະປື ກຳລັງສືບສວນ ພະນັກງານຣັດ ຜູ້ທີ່ກ່ຽວຂ້ອງກັບ ກໍຣະນີຍຶດຣົດໄມ້ທ່ອນ 27 ຄັນຢູ່ດ່ານ ສາກົນພູເກືອ ພ້ອມທັງສັ່ງໃຫ້ ພັກການຊົ່ວຄາວ ຈົນກວ່າຈະມີ ການຕັດສິນຄະດີ ຕາມກົດຫມາຍ ດັ່ງເຈົ້າຫນ້າທີ່ ແຂວງອັດຕະປືທ່ານນຶ່ງ ກ່າວໃນມື້ວັນທີ 10 ພຶສຈິກາ ນີ້ວ່າ:
"ກະບໍ່ທັນກຳໄດ້ລະອຽດວ່າມີ ພະນັກງານຫນ້ອຍຫລາຍພຽງໃດນະ ທີ່ເຮັດຜິດຫັ້ນນ່າ ແຕ່ກະມີຈຳນວນນຶ່ງ ຍັງຢູ່ໃນການສືບສວນຢູ່ ອັນນີ້ ກະມີມະຕິ ຢູ່ວ່າໂຈະວຽກງານຊົ່ວຄາວນະ ຜູ້ໃດທີ່ວ່າຢູ່ໃນຄະດີ ໂຕນີ້ນະ".
ທ່ານກ່າວຕື່ມວ່າ ພະນັກງານທີ່ກ່ຽວຂ້ອງ ໃນກຸ່ມດັ່ງກ່າວ ເປັນເຈົ້າຫນ້າທີ່ ຂັ້ນນ້ອຍ ເຮັດວຽກກ່ຽວກັບ ການກວດກາ ທີ່ດ່ານສາກົນພູເກືອ ຫາກສືບພົບວ່າ ຂະເຈົ້າຮັບສິນບົນ ຫລື ປະຕິບັດຫນ້າທີ່ ແບບລະຫລວມ ກໍຈະຖືກໃຫ້ ອອກການທັນທີ ແລະຖືກລົງໂທດ ຕາມກົດຫມາຍ. ສ່ວນການສືບສວນຫາ ເຈົ້າຂອງຣົດໄມ້ນັ້ນ ໃນປັດຈຸບັນ ຍັງບໍ່ຮູ້ວ່າເປັນ ຂອງບໍຣິສັດໃດເທື່ອ ຕ້ອງໄດ້ສືບສວນ ຫາຫລັກຖານເພີ້ມຕື່ມ.
ເມື່ອຕົ້ນເດືອນຕຸລາ ຜ່ານມາ ທາງການແຂວງອັດຕະປື ໄດ້ເອົາໄມ້ທີ່ຍຶດໄດ້ຈາກຣົດໄມ້ 27 ຄັນ ນັ້ນສ່ວນນຶ່ງ ປະມານ 1 ພັນປາຍແມັດ ກ້ອນ ອອກໄປປະມູນຂາຍ ສ່ວນໄມ້ທີ່ເຫລືອ ທາງການແຂວງ ຈະປະມູນຂາຍຕໍ່ໄປ ໃນອະນາຄົດ.
ຣົດໄມ້ 27 ຄັນດັ່ງກ່າວ ແມ່ນເຈົ້າຫນ້າທີ່ ຍາມດ່ານສາກົນພູເກືອ ຍຶດໄດ້ຈາກ ກຸ່ມຄ້າໄມ້ທ່ອນ ທີ່ຜີດກົດຫມາຍ ໃນທ້າຍເດືອນ ມິຖຸນາ ຜ່ານມາເທົ່າເຖີງປັດຈຸບັນ ຍັງສືບສວນຫາ ທີ່ມາທີ່ໄປ ຂອງໄມ້ດັ່ງກ່າວຢູ່ ຍັງບໍ່ຮູ້ວ່າຜູ້ໃດ ເປັນເຈົ້າຂອງເທື່ອ ແຕ່ທາງການແຂວງ ຈະເອົາ ໄມ້ທັງຫມົດ ນັ້ນໄປປະມູນຂາຍ ເພື່ອສ້າງລາຍໄດ້ ໃຫ້ແກ່ຣັດ ເພາະເປັນໄມ້ ທີ່ຜີດກົດຫມາຍ. ແຂວງອັດຕະປື ເປັນແຂວງນຶ່ງ ທີ່ມີປ່າໄມ້ ຖືກທຳລາຍ ຍ້ອນກຸ່ມຄ້າໄມ້ເຖື່ອນ ໃນລາວ.