ຣົດຂົນໄມ້ 27 ຄັນ ຖືກກວດກາ
2017.05.24
ເຈົ້າໜ້າທີ່ສະເພາະກິດ ທີ່ອົງການກວດກາ ຣັຖບານ ແຕ່ງຕັ້ງ ໄປກວດກາ ຣົດບັນທຸກໄມ້ 27 ຄັນ ຂອງບໍຣິສັດ ທະນະພອນ ແກະສລັກ ຢູ່ເຂດດ່ານສາກົນ ພູເກືອ ແຂວງ ອັດຕະປື ທີ່ກຽມຂົນໄມ້ ອອກໄປ ປະເທດວຽດນາມ ແຕ່ເຈົ້າໜ້າທີ່ ພາສີດ່ານ ບໍ່ອະນຸຍາດ ໃຫ້ຜ່ານ.
ເບື້ອງຕົ້ນ ເຈົ້າໜ້າທີ່ ສະເພາະກິດ ແລະ ເຈົ້າໜ້າທີ່ ຜແນກ ອຸດສາຫະກັມ ແລະການຄ້າ ແຂວງອັດຕະປື ຮ່ວມກັນກວດ ເອກກະສານ ອະນຸຍາດ ໃຫ້ເອົາໄມ້ອອກ ໄປຕ່າງປະເທດ ແລະກວດກາ ຈໍານວນໄມ້ໂຕຈິງ ທີ່ທາງບໍຣິສັດ ດັ່ງກ່າວ ຈະເອົາ ໄມ້ນັ້ນອອກໄປ, ຕາມການເປີດເຜີຍ ໃນມື້ວັນທີ 23 ພຶສພາ ຂອງເຈົ້າໜ້າທີ່ ສະເພາະກິດ ທີ່ໄປກວດກາ:
"ເພາະວ່າດຽວນີ້ ພວກເຮົາກໍາລັງ ໄດ້ສົມທົບ ການລົງໄປກວດກາ ຕົວຈິງ ການສົ່ງອອກໄມ້ ຈໍານວນດັ່ງກ່າວ ແມ່ນໄປຕາມ ການສເນີ ຂອງເພິ່ນບໍ່ ແລະພາຍຫລັງ ເຮົາກະໄດ້ ມອບໃຫ້ ເຈົ້າໜ້າທີ່ ວິຊາການ ຂອງເມືອງມາສົມທົບ ແລະມາປັດຈຸບັນນີ້ ຈຶ່ງເຫັນວ່າ ຈໍານວນ ດັ່ງກ່າວ ຄ້າງຢູ່ພູເກືອ ເພິ່ນກະຍັງລໍຖ້າ ໃນການກວດກາວ່າ ມັນສິເປັນແນວໃດ ສ່ວນສິ ຜິດຫລືຖືກ ພວກເຮົາ ກໍຍັງບໍ່ ຢືນຢັນໄດ້ ເນາະ ເຮົາຕ້ອງລໍຖ້າ ການກວດກາ".
ທ່ານເວົ້າວ່າ ການຕັດໄມ້ ຢູ່ແຂວງອັດຕະປີ ມີມາຢ່າງເປັນຣະບົບ ຜູ້ທີ່ຈະນໍາໄມ້ອອກ ໄປວຽດນາມ ຈະຕ້ອງໄດ້ ເສັຽເງິນ ໃຫ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຫລາຍຂແນງການ. ຣົດ ບັນທຸກໄມ້ ຂນາດ 22 ລໍ້ ຕ້ອງໄດ້ເສັຽ 60 ພັນ ໂດລາ ແລະ ຣົດຂນາດ 12 ລໍ້ ເສັຽ 40 ພັນ ໂດລາ ຈຶ່ງນໍາໄມ້ ອອກຈາກ ແຂວງໄປໄດ້.
ເຈົ້າຂອງໄມ້ ຕ້ອງໄດ້ຈ່າຍເງິນ ໃຫ້ເຈົ້າໜ້າທີ່ ການຄ້າ, ເຈົ້າໜ້າທີ່ ກະສິກັມ ແລະ ປ່າໄມ້, ເຈົ້າໜ້າທີ່ ໂຍທາ ທີ່ຮັບຜິດຊອບ ຊັ່ງນໍ້າໜັກ, ເຈົ້າໜ້າທີ່ອາກອນ ຜູ້ຊີ້ນໍາເສຖກິດ, ຫ້ອງວ່າການແຂວງ, ກວດກາແຂວງ. ນອກຈາກນັ້ນ ກໍຍັງຕ້ອງໄດ້ຈ່າຍເງິນໃຫ້ ເຈົ້າໜ້າທີ່ຕໍາຣວດ, ທະຫານ ແລະ ເຈົ້າໜ້າທີ່ ປ່າໄມ້ ທີ່ປະຈໍາຢູ່ ຈຸດກວດກາ ຕາມເສັ້ນທາງ ແຕ່ 200 ຫາ 500 ໂດລາ ໃນແຕ່ລະຈຸດ.
ແຫລ່ງຂ່າວເວົ້າວ່າ ໄມ້ທີ່ຢຶດມາໄດ້ ຢູ່ເມືອງສະໝານໄຊ ແຕ່ປີ 2016 ຫລາຍກວ່າ 16,000 ແມັດກ້ອນ ຖືກລັກຂົນໜີ ໄປໝົດ ຂນະທີ່ ທາງແຂວງ ອັດຕະປື ແຈ້ງວ່າ ມີພຽງແຕ່ 3,600 ແມັດກ້ອນ ເທົ່ານັ້ນ.
ເຈົ້າໜ້າທີ່ແຂວງອັດຕະປື ເວົ້າວ່າ ຣົດບັນທຸກໄມ້ ທັງ 27 ຄັນນັ້ນ ເປັນຂອງ ບໍຣິສັດ ທະນະພອນ ແກະສລັກ ແຂວງອັດຕະປື ຊຶ່ງເປັນ ທຸຣະກິດ ຂອງຍາດພີ່ນ້ອງ ຄນະນໍາ ຂອງແຂວງ ດັ່ງກ່າວ.
ຫລາຍປີຜ່ານມານີ້ ແຂວງອັດຕະປື ເປັນແຂວງນຶ່ງ ທີ່ມີການຕັດໄມ້ ສົ່ງໄປຂາຍໃຫ້ ວຽດນາມ ຫລາຍທີ່ສຸດ ຈົນວ່າທາງຣັຖບານ ສັ່ງໃຫ້ ກວດກາ ແລະ ຫ້າມບໍ່ໃຫ້ຕັດ ແລະ ສົ່ງໄມ້ອອກ ໄປເດັດຂາດ.