ໃບຕາດິນຍັງບໍ່ມີ ເຈົ້າໜ້າທີ່ ສວຍໂອກາດ

ຈໍາປາທອງ
2019.11.08
F-Land ປະຊາຊົນລາວ ໃນແຂວງພາກໃຕ້ ທີ່ຕ້ອງເສັຽດິນຂອງຕົນ ໃຫ້ທາງການ ແລະ ນາຍທຶນ ຍ້ອນວ່າພື້ນທີ່ດິນ ທີ່ໃຊ້ທໍາມາຫາກິນປູກຝັງນັ້ນ ເປັນມໍຣະດົກຕົກທອດ ມາຫຼາຍເຊັ່ນຄົນ ຈຶ່ງບໍ່ມີໃບຕາດິນ ທີ່ຖາວອນ
RFA/OK

ຢູ່ ສປປລາວ ການບໍ່ມີໃບຕາດິນຖາວອນ ເຮັດໃຫ້ເຈົ້າໜ້າທີ່ທາງການ ສວຍໃຊ້ຊ່ອງຫວ່າງ ຍຶດເອົາທີ່ດິນ ຂອງປະຊາຊົນ, ອີງຕາມຄຳເວົ້າ ຂອງນັກກົດໝາຍລາວ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະສຽງ ຕໍ່ວິທຍຸເອເຊັຽເສຣີ ເມື່ອມໍ່ໆມານີ້ວ່າ:

"ການທີ່ຊາວບ້ານ ບໍ່ມີໃບຕາດິນຖາວອນ ມັນເປັນຊ່ອງຫວ່າງ ໃຫ້ເຈົ້າໜ້າທີ່ຣັຖ ຮ່ວມຫົວກັນກັບນັກລົງທຶນ ໄປຍຶດຄອງທີ່ດິນຂອງພວກ ເຂົາເຈົ້າເພື່ອຫາຜົນປໂຍດສ່ວນຕົວ. ບັນຫາຂໍ້ຂັດແຍ່ງທີ່ດິນເກີດຂຶ້ນ ສ່ວນຫຼາຍເປັນຍ້ອນເຫດຜົນແບບນີ້, ໃນຂນະທີ່ຣະບຽບກົດໝາຍ ວ່າດ້ວຍທີ່ດິນ ກໍເວົ້າລະອຽດ ແລະຮັບຮູ້ສິດນຳໃຊ້ທີ່ດິນ ຂອງປະຊາຊົນ ແບບບໍ່ມີໃບຕາດິນ ໂດຍແມ່ນອຳນາດການປົກຄອງບ້ານ ເປັນຜູ້ຢັ້ງຢືນໃຫ້"

ເຊັ່ນຕົວຢ່າງ ມາເຖິງປັດຈຸບັນ ຢູ່ເມືອງໂຂງ ແຂວງຈຳປາສັກ ປະຊາຊົນບ້ານບຸ່ນນ້ອຍ ໝົດບ້ານ ຈຳນວນ 170 ປາຍຄອບຄົວ ທີ່ມີເຮືອນ, ນາ ແລະສວນ ທີ່ຕົກທອດກັນມາແຕ່ ບັນພະບູຣຸດ ກໍຍັງບໍ່ທັນໄດ້ຮັບ ໃບຕາດິນຖາວອນເທື່ອ ໃນຂນະທີ່ໄດ້ເສັຽ ພາສີ ທີ່ດິນທຸກປີ ປີລະ 50 ພັນກີບ ເຖິງ 1 ແສນປາຍກີບ, ຊຶ່ງຂຶ້ນກັບເນື້ອທີ່ດິນ ໃຫຍ່ຫລືໜ້ອຍ, ອີງຕາມຄຳເວົ້າຂອງປະຊາຊົນ ບ້ານບຸ່ນນ້ອຍ ທ່ານນຶ່ງ ຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 6 ພຶສຈິກາ ນີ້:

"ຕາດິນແບບຖາວອນ ມັນບໍ່ທັນໄດ້ ມັນບໍ່ໄດ້ໝົດທຸກຄອບຄົວ ແຕ່ວ່າບາງທີນໍາໃຊ້ຊົ່ວຄາວ ມັນໄດ້ຢູ່ດອກ ໂຕນັ້ນ ເສັຽຢູ່ ພາສີທີ່ດິນ ໄດ້ເສັຽຢູ່ ໂອ໊ຍ ຫລາຍຢູ່ເດະ ແບບຕາດິນມັນບໍ່ແມ່ນຖາວອນ ແຕ່ວ່າຄອບຄົວນຶ່ງຕົກຢູ່ 1 ແສນ ແສນປາຍ ຫລື 50-60 ພັນ ຕາມຜູ້ ໜ້ອຍຜູ້ຫລາຍນັ້ນແຫລະ."

ທ່ານກ່າວຕື່ມວ່າ ປະຊາຊົນໃນບ້ານບຸ່ນນ້ອຍ 170 ປາຍຄອບຄົວຢາກໃຫ້ທາງການອອກ ໃບຕາດິນຖາວອນໃຫ້ໄວທີ່ສຸດ ເພື່ອໃຫ້ປະຊາຊົນ ສາມາດນຳໃບຕາດິນຖາວອນ ນັ້ນໄປຈຳນອງທະນາຄານ ຫລື ກູ້ຢືມເງິນນອກລະບົບ ເພື່ອລົງທຶນປູກຝັງ ລ້ຽງສັດ ສ້າງຣາຍໄດ້ເຂົ້າຄອບຄົວ.

ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ເມືອງໂຂງ ເວົ້າວ່າ ດິນເຮືອນ ດິນນາ ດິນສວນ ຂອງປະຊາຊົນ ບ້ານບຸ່ນນ້ອຍ ຈຳນວນ 170 ປາຍຄອບຄົວ ຍັງບໍ່ທັນມີໃບຕາດິນຖາວອນ ໝົດບ້ານນັ້ນແທ້ຍ້ອນວ່າປີນີ້ ທາງໂຄງການ ອອກໃບຕາດິນ ແບບບໍ່ໄດ້ເສັຍຄ່າ ຈາກຣັຖບານ ຍັງບໍ່ທັນໄປເຖິງບ້ານນັ້ນ. ແຕ່ເຖິງຢ່າງໃດກໍຄາດວ່າ ປີ 2020-2021 ທີ່ຈະມາເຖິງ ກໍຈະກຽມໄປອອກໃບຕາດິນຖາວອນ ໃຫ້ບ້ານບຸ່ນນ້ອຍນີ້ ພາຍຫລັງໄດ້ຂຶ້ນແຜນສເນີ ຂໍງົບປະມານ ລົງພື້ນທີ່ ໄປຍັງຫ້ອງການປົກຄອງ ເມືອງແລ້ວ ດັ່ງທີ່ທ່ານກ່າວວ່າ:

"ໂຄງການພວກເຮົາ ບໍ່ທັນໄດ້ລົງໄປຮອດບ້ານບຸນນ້ອຍ ພວກເຮົາມີແຜນແລ້ວ ສິໄປລົງໄປບ້ານ ທີ່ຍັງບໍ່ທັນໄດ້ອອກນີ້ແຫຼະ ບໍ່ແມ່ນບໍ່ທັນໄດ້ ພວກເຮົາບໍ່ທັນໄດ້ລົງໄປເຮັດໃຫ້ເພິ່ນ ແລ້ວຄາດວ່າສົກຕໍ່ໄປນີ໋ເດ ສົກ 2020-2021 ນີ້ແຫລະ ພວກເຮົາສິລົງ ສືບຕໍ່ ສາຍຝັ່ງ ຕາເວັນອອກ ພວກເຮົາກໍາລັງສເນີ ທ່ານເຈົ້າເມືອງຢູ່ນີ໋ ກໍຈະຈັດຕັ້ງງົບປະມານເປັນ ຫລາຍປີນີ້ແຫລະ."

ທ່ານກ່າວຕື່ມອີກວ່າ ນັບແຕ່ປີ 2016 ເປັນຕົ້ນມາຮອດປັດຈຸບັນ ເມືອງໂຂງ ທີ່ມີທັງໝົດ 114 ບ້ານນັ້ນສາມາດອອກໃບຕາດິນໃຫ້ປະຊາຊົນ ໄດ້ 58 ບ້ານແລ້ວ ໂດຍທີ່ປະຊາຊົນ ບໍ່ໄດ້ເສັຍຄ່າ, ມີແຕ່ລ້ຽງເຂົ້າລ້ຽງນ້ຳ ເຈົ້າໜ້າທີ່ ທີ່ລົງໄປອອກ ໃບຕາດິນຖາວອນໃຫ້ ເທົ່ານັ້ນ.

ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນບ້ານບຸ່ນນ້ອຍ ຜູ້ດຽວກັນນີ້ກໍເວົ້າວ່າ ປັດຈຸບັນ ຫາກປະຊາຊົນຜູ້ໃດ ຢາກໄດ້ໃບຕາດິນຖາວອນໄວ ກໍຕ້ອງ ໄດ້ເສັຽເງິນ ໃຫ້ເຈົ້າໜ້າທີ່ຕອນລະ 1 ລ້ານ ຫາ 2 ລ້ານກີບກໍໄດ້. ແຕ່ປະຊາຊົນບ້ານນີ້ບໍ່ມີເງິນຈ່າຍ ຈຶ່ງຕ້ອງໄດ້ ລໍຖ້າທາງໂຄງການ ຂອງຣັຖບານ ທີ່ຈະອອກໃບຕາດິນໃຫ້ ແບບບໍ່ໄດ້ ເສັຽຄ່ານັ້ນໄປອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.