ຜູ້ປະສົບພັຍເຂື່ອນແຕກ ຕ້ອງການ ເຂົ້າສານ

ສຸພັດຕາ
2018.12.28
ເມືອງສນາມໄຊ ແຂວງອັດຕະປື
RFA

ປະຊາຊົນ ເມືອງສນາມໄຊ ແຂວງອັດຕະປື 900 ຄອບຄົວ ປະມານ 3 ພັນປາຍຄົນ ທີ່ຢູ່ໃນສູນພັກຊົ່ວຄາວຜູ້ປະສົບພັຍ ຈາກເຫດເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ຮຽກຮ້ອງໃຫ້ຣັຖບານຊ່ອຍແຈກເຂົ້າສານໃຫ້ຢ່າງຮີບດ່ວນ ເພາະໃນເວລານີ້ແຕ່ລະຄອບຄົວ ຈະບໍ່ເຫຼືອເຂົ້າກິນ ແລ້ວ ຊຶ່ງຈະເຮັດໃຫ້ຊີວິດ ຂອງພວກຂະເຈົ້າ ຍິ່ງລໍາບາກເພີ້ມອີກ, ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດີການສັງຄົມ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 28 ທັນວາ ນີ້ວ່າ:

“ດຽວນີ້ຢູ່ເມືອງ ກະບໍ່ມີເຂົ້າສິຈ່າຍໃຫ້ປະຊາຊົນແລ້ວ ດຽວນີ້ນະ ຄວາມຕ້ອງການເຂົ້າສານນິ່ ຖືວ່າແຜນປະຈຳເດືອນ 12 ນີ້ແມ່ນ 219 ໂຕນປາຍ ກະຍັງຫຼາຍຄອບຄົວເຕີບ ສົມຄວນ ພວກເຮົາກະໄດ້ແກ້ໄຂ ສ່ວນໃດສ່ວນນຶ່ງແລ້ວ ແຕ່ວ່າກະຍັງຫຼາຍ.”

ທ່ານກ່າວຕື່ມວ່າ ທາງພາກສ່ວນກ່ຽວຂ້ອງ ຂອງແຂວງອັດຕະປື ໄດ້ເອົາຄຳຮຽກຮ້ອງ ຂອງປະຊາຊົນຜູ້ປະສົບພັຍ ສເນີເຖິງຣັຖບານແລ້ວ ເພື່ອຂໍເຂົ້າສານແລະເຄື່ອງໃຊ້ອື່ນໆ ທີ່ຈຳເປັນສຳລັບຊີວິດປະຈຳວັນ, ແຕ່ຍັງບໍ່ໄດ້ຮັບຄຳຕອບ ຈາກທາງສູນກາງ ວ່າຈະຈັດສົ່ງໃຫ້ເມື່ອໃດ.

ໃນຂນະດຽວກັນ ກໍຍັງຕ້ອງການຮັບບໍຣິຈາກຊ່ອຍເຫຼືອ ຈາກພາກສ່ວນປະຊາຊົນ ໃນປະເທດ ແລະຕ່າງປະເທດເຊັ່ນດຽວກັນ ແລະ ເມື່ອ ວັນທີ 20 ທັນວາ ຜ່ານມານີ້ ປະຊາຊົນຜູ້ປະສົບພັຍຄົນນຶ່ງ ໄດ້ເວົ້າ ຈົ່ມຜ່ານສື່ອອນລາຍ ວ່າ ປະຊາຊົນຫຼາຍຄອບຄົວ ຂາດເຂົ້າສານແທ້ ຍ້ອນນາຍບ້ານບາງຄົນ ໄດ້ເກັບເຂົ້າສານໄວ້ ໃນຄອບຄົົວ ບໍ່ຍອມແຈກຈ່າຍໃຫ້ຊາວບ້ານ ທີ່ທຸກຍາກ, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ອອກມາ ປະຕິເສດວ່າ ບໍ່ມີນາຍບ້ານຄົນໃດ ເຮັດແນວນັ້ນໄດ້.

ນອກຈາກປະຊາຊົນ ຢູ່ສູນພັກຊົ່ວຄາວ ທີ່ຂາດເຂົ້າສານແລ້ວ ປະຊາຊົນອີກຈຳນວນນຶ່ງ ທີ່ໄດ້ກັບໄປຢູ່ເຮືອນຂອງຕົນເອງ ໄດ້ຕາມປົກກະຕິ ແລ້ວນັ້ນ ກໍຕ້ອງການເຂົ້າສານ ແລະເຄື່ອງໃຊ້ຕ່າງໆຄືກັນ.

ນັບຕັ້ງແຕ່ ເກີດເຫດເຂື່ອນແຕກເປັນຕົ້ນມາ ບັນດາປະເທດເພື່ອນບ້ານ, ອົງການຈັດຕັ້ງສາກົລ ແລະຫຼາຍພາກສ່ວນຕ່າງໆ ໄດ້ຮັບບໍຣິຈາກ ເງິນ ຜ່ານກະຊວງແຮງງານ ແລະສວັດດີການສັງຄົມ ມາຊ່ອຍເຫຼືອຜູ້ປະສົບພັຍ ຈາກເຫດເຂື່ອນແຕກເປັນເງິນສົດ ຈຳນວນ 20 ຕື້ກີບ, 85 ລ້ານບາດ ແລະ 13 ລ້ານ ໂດລາ ສະຫະຣັຖ ແລະບໍຣິຈາກ ຜ່ານທາງການແຂວງອັດຕະປື ເປັນເງິນອີກ 52 ຕື້ກີບ ຮວມທັງເຂົ້າສານອີກ ຈຳນວນຫຼາຍຕັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.