ຣະດັບການຂາດອາຫານ ໃນລາວ


2014.01.17
F-market ຕລາດເມືອງຫົງສາ ແຂວງໄຊຍະບູຣີ
Mek

 

ໃນບັນດາ ປະເທດ ທີ່ຂາດອາຫານ ຫລາຍກວ່າຫມູ່ ໃນຈຳນວນ 125 ປະເທດ ອົງການ Oxfam ໄດ້ຈັດ ສປປລາວ ຢູ່ໃນອັນດັບ ທີ 112 ລອງຈາກປະເທດ Yemen Madagasca Angola Ehtiopia ແລະ Chad ສຳລັບ ປະເທດທີ່ມີອາຫານ ຢ່າງຫຼວງຫຼາຍ ແລະອຸດົມສົມບູນກວ່າຫມູ່ໃນໂລກກໍມີອັນດັບນຶ່ງແມ່ນປະເທດ ເນເດີແລນ ຝຣັ່ງເສດ ສວິສແລນ ຖ້າທຽບໃສ່ຈຳນວນປະຊາຊົນ.

ສະຫະຣັຖ ແລະ ຍີ່ປຸ່ນ ຕົກອັນດັບ TOP 20 ຍ້ອນວ່າມີ ປະຊາຊົນ ຫລາຍ ຖ້າທຽບໃສ່ ຣາຍຮັບ ຂອງປະຊາກອນ ອອສເຕຣເລັຽ ອັນດັບ 12 ອັງກິດ ອັນດັບ 13 ສຫະຣັຖ ອັນດັບ 21 ເພາະຍັງມີ ປະຊາຊົນ ກິນ FOOD STAMP ຫລາຍຢູ່.

ການທີ່ ສປປລາວ ຕົກເປັນອັນດັບເກືອບສຸດທ້າຍລອງຈາກ 5 ປະເທດ ໃນເຂດອາຟຣີກາ ນັ້ນຍ້ອນວ່າ ໃນປັດຈຸບັນຍັງມີເດັກນ້ອຍ ໃນເຂດ ຊົນນະບົດ ຂອງລາວ ຂາດສານອາຫານ ຫລາຍ ຢູ່ ປະມານ 31% ຂອງເດັກນ້ອຍລາວ ໃນເຂດຊົນນະບົດ ອາຍຸຕໍ່າກວ່າ 5 ປີ ລົງມາມີ ນໍ້າຫນັກ ຕໍ່າກວ່າ ມາຕຖານ ແລະ 48% ມີການເຕີບໂຕຊ້າ ແລະ ບໍ່ເປັນປົກກະຕິ ຍ້ອນຂາດ ສານອາຫານ.

ອັດຕຣາ ແມ່ຍີງຖືພາ ແລະ ເດັກນ້ອຍ ທາຣົກ ເສັຽຊິວິີດ ໃນຍາມອອກລູກ ຍັງສູງຢູ່ ຍ້ອນຂາດ ສານອາຫານ ແລະ ການຮັກສາ ສຸຂພາບປະເພດຕ່າງໆ ການຜລິດອາຫານໃນລາວ ບໍ່ພຽງພໍກັບຄວາມຕ້ອງການ ຂອງປະຊາຊົນ ສາເຫດເປັນຍ້ອນ ສະພາບດິນ ຟ້າອາກາດ ພັຍແຫ້ງແລ້ງ ລົມພະຍຸ ນໍ້າຖ້ວມ ແລະ ເນື້ອທີ່ປູກຝັງ ຖືກນາຍທຶນ ສຳປະທານ ໄປປູກ ຢາງພາລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.