ຊາວໜຸ່ມລາວໄປເຮັດວຽກ ຢູ່ໄທ

ສິດນີ
2016.12.04
F-worker ຄົນງານລາວ ທີ່ຂ້າມໄປ ເຮັດວຽກ ຢູ່ຕາມບ້ານເຮືອນ ໃນປະເທດໄທ
Screen captured LNTV video

ຊາວຫນຸ່ມລາວ ຈາກແຂວງ ສວັນນະເຂດ ແຂວງຈຳປາສັກ ແຂວງຄຳມ່ວນ ແລະ ແຂວງອື່ນໆ ມັກໄປເຮັດວຽກ ຢູ່ ປະເທດໄທ ເຖິງວ່າ ຣັຖບານລາວ ຈະສ້າງວຽກເຮັດ ງານທຳ ໃນ ປະເທດລາວ ໄດ້ຫຼາຍຂຶ້ນ ກໍຕາມ ແຕ່ຈຳນວນ ຂອງຊາວໜຸ່ມ ທີ່ ຂ້າມໄປໄທ ຍັງເພີ້ມຂຶ້ນ ເລື້ອຍໆ. ດັ່ງ ເຈົ້າຫນ້າທີ່ ຜແນກແຮງງານ ແຂວງ ສວັນນະເຂດ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 1 ທັນວາ ນີ້ວ່າ:

"ປີກ່ອນຫັ້ນ ຫ້າມໄປນີ້ ສະຖີຕິ ທີ່ເຮົາສຳຣວດໄດ້ ຕົກປີ 2015 ຖືວ່າ ມີແຕ່ຫມື່ນປາຍ ແຕ່ສະເພາະ ປີນີ້ ຕົກຢູ່ປະມານ 2 ຫມື່ນປາຍ ທີມເຮົາ ກໍໄດ້ລົງກວດກາ ທີມເຮົາ ກໍໄດ້ລົງ ຕິດຕາມຫັ້ນນ່າ ແຕ່ວ່າ ທີມເຮົາ ກໍຍັງໄດ້ ເກັບກຳສະຖີຕີ ແຕ່ຍັງບໍ່ທັນ ຣະອຽດ ເພາະວ່າ ຕົວນີ້ ມັນຈະມີ ການລີ້ຊ່ອນ ຫຼາຍ ຄາດວ່າ ກໍຍັງມີຫຼາຍ".

ທ່ານກ່າວຕື່ມວ່າ ສາເຫດທີ່ ຊາວຫນຸ່ມລາວ ຍັງຂ້າມໄປ ເຮັດວຽກ ຢູ່ປະເທດໄທ ນັ້ນກໍຍ້ອນ ການເດີນທາງ ສະດວກ ພາສາເວົ້າ ກໍເຂົ້າໃຈ ກັນ ແລະ ຣາຍໄດ້ຂັ້ນຕ່ຳ ກໍສູງກວ່າ ຢູ່ລາວ ປະມານ ວັນລະ 300 ບາດ ໃນຂນະທີ່ ຄ່າຈ້າງແຮງງານ ຂັ້ນຕ່ຳ ໃນລາວ ຕົກຢູ່ປະມານ ວັນລະ 100 ປາຍບາດ ເທົ່ານັ້ນ. ໃນຂນະດຽວກັນ ເຈົ້າຫນ້າທີ່ ແຮງງານ ທີ່ ແຂວງຄຳມ່ວນ ກໍເວົ້າວ່າ ແຂວງຄຳມ່ວນ ປີນີ້ ກໍມີຊາວຫນຸ່ມ ຂ້າມໄປ ເຮັດວຽກ ຢູ່ປະເທດໄທ ຫຼາຍກວ່າ 7 ພັນຄົນ ແລ້ວ ເຖິງແມ່ນວ່າ ທາງການແຂວງ ຈະສະກັດກັ້ນ ກໍຕາມ:

"ປີນີ້ກໍປະມານຢູ່ 7 ພັນປາຍ ຕາມຕົວເລກ ສະເລັ່ຽ ໄທເຮົາ ກໍພຍາຍາມ ສະກັດກັ້ນ ວ່າບໍ່ຢາກໃຫ້ ເພິ່ນໄປ ທຳງານ ຢູ່ຕ່າງປະເທດ ພວກເຮົາ ກໍຢາກໃຫ້ ເຮັດວຽກ ຢູ່ບ້ານເຮົານີ້ ເຮົາກໍຖາມ ເພີ່ນວ່າ ເປັນຫຍັງ ເຖິງຢາກໄປ ຢູ່ພຸ້ນ, ເພາະວ່າ ໂຮງຈັກ ໂຮງງານ ຂອງ ພວກເຮົາ ມີນ້ອຍ ມີຈຳກັດ  ທີ່ຮອງຮັບ ຄົນງານເຮົາ ຫັ້ນຫນ່າ ຄ່າແຮງງານ ກໍຕ່ຳແນ່".

ທ່ານວ່າ ຊາວຫນຸຸ່ມລາວ ຈາກ ແຂວງພາກໃຕ້ ຂອງລາວ ທີ່ຂ້າມໄປ ເຮັດວຽກ ຢູ່ປະເທດໄທ ນັ້ນ ມີທັງແບບ ຖືກຕ້ອງ ແລະ ບໍ່ຖືກຕ້ອງ ຕາມກົດຫມາຍ ແລະ ກໍເພີ້ມຂື້ນ ເລື້ອຍໆ ໃນແຕ່ລະປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.