ຄົນງານລາວກັບຈາກໄທ ສລອງ ປີໃໝ່

ສິດນີ
2017.04.09
f-workers ຄົນງານລາວ ຢູ່ ປະເທດໄທ ທີ່ລໍຖ້າຂໍໜັງສືເດີນທາງ ກັບບ້ານ ໃນຊ່ວງບຸນ ປີໃໝ່ລາວ
RFA/TP

ໃນຊ່ວງບຸນ ປີໃຫມ່ລາວ ໃນແຕ່ລະປີ ຄົນງານລາວ ຢູ່ປະເທດໄທ ຕ່າງກໍພາກັນດີໃຈ ທີ່ຈະໄດ້ ກັບບ້ານ ເຖິງແມ່ນວ່າ ຈະມີຄ່າໃຊ້ຈາຍສູງ ກໍຕາມຍ້ອນວ່າ ຫຼາຍຄົນທີ່ ໄປເຮັດວຽກ ໃນໄທ ບໍ່ໄດ້ກັບຄືນ ເມືອຢາມບ້ານ ເປັນເວລາຫຼາຍປີກໍມີ ໃນຂນະທີ່ບາງຄົນ ກໍຄິດຮອດ ລູກເມັຽ ພໍ່ແມ່ ຜູ້ທີ່ຢາກພົບໜ້າ. ດັ່ງຄຳເວົ້າຂອງຄົນງານລາວ ຈາກ ແຂວງຄຳມ່ວນ ທ່ານນຶ່ງ ຜູ້ທີ່ຕຽມກັບເມືອຢາມບ້ານ ໃນຊ່ວງບຸນປີໃຫມ່ລາວ ປີນີ້ຕໍ່ ເອເຊັຽເສຣີ ຢູ່ຫນ້າສະຖານທູດລາວ ທີ່ບາງກອກ ໃນວັນທີ 7 ເມສາ ນີ້ວ່າ:

"ສຳລັບເຮົາເມືອບ້ານນານໆ ທີ່ເຮົາເມືອ ເອກສານຊົ່ວຄາວ ບັດເຫລືອງ ກໍປະມານ 500 ຖ່າຍຮູບຮ້ອຍນື່ງ ບວກກັນ ກໍເກືອບເປັນພັນ ພູ້ນແຫຼະ, ແມ່ໃຫ້ເມືອຢ້ຽມ ຫຼາຍປີແລ້ວ ເລີຍຊີ່ເມືອຫາເພີ່ນ ປີນື່ງສອງປີ ເຮົາເມືອເທື່ອນື່ງ ຊີ້ນະ ມັນກໍກຸ້ມຢູ່ ຄືມາເຮັດໃຫ້ ມັນຖືກຕ້ອງ ເພາະວ່າຖ້າເຮົາເຮັດ ບໍ່ຖືກຕ້ອງ ເຮົາກໍໄປໃສມາໃສ ກໍສະບາຍ ບໍ່ຕ້ອງຢູ່ແບບ ຫລົບໆຊ້ອນໆ".

ທ່ານວ່າ ສຳລັບການເດີນທາງກັບບ້ານ ໃນຊ່ວງ ບຸນປີໃຫມ່ນີ້ ຄົນງານລາວ ໃນໄທ ຕ້ອງໄດ້ມາຂໍໃຫ້ ສະຖານທູດລາວ ອອກບັດເຫຼືອງ ຫຼືຫນັງສືເດີນທາງກັບບ້ານ ຊົ່ວຄາວໃຫ້. ບັດດັ່ງກ່າວ ສາມາດກັບບ້ານໄດ້ປະມານ 15-30 ວັນ ໃນຣາຄາປະມານ 500 ບາດ ຊຶ່ງຄ່າໃຊ້ ຈ່າຍດັ່ງກ່າວ ຍັງບໍ່ໄດ້ລວມຄ່າ ຖ່າຍຮູບ ຄ່າໂດຍສານ ຄ່າເອກສານ ຜ່ານແດນ ຂາເຂົ້າ-ຂາອອກ ຝັ່ງໄທແລະຝັ່ງລາວ ທັງໄປແລະກັບນຳ.

ຄົນງານລາວອີກທ່ານນຶ່ງ ຈາກແຂວງສວັນນະເຂດ ເວົ້າວ່າ:

"ກໍຄົນລະ 500 ບາດກັບລາວ ຄ່າຣົດທົວ ກໍຕ້ອງອອກເອງອີກ ຕ້ອງກັບຣົດທົວຫັ້ນແຫຼະ ແຕ່ບໍ່ແພງດອກ ເພາະວ່າເດີນທາງເຮົາ ມັນກໍ ສະດວກ ຄີດຮອດບ້ານ ແລ້ວເນາະ ຄີດຮອດແມ່".

ຄາດວ່າມີຄົນງານລາວຢູ່ໃນໄທ ມາເຮັດຫນັງສືກັບບ້ານ ທີ່ສະຖານທູດລາວ ທີ່ບາງກອກໃນວັນທີ 7 ເມສາ ຫຼາຍຮ້ອຍຄົນ ຈາກການຖາມ ແມ່ຄ້າຊາວໄທ ຕໍ່ຫນ້າສະຖານທູດ ລາວ ເວົ້າວ່າ ໃນປີນີ້ ມີຄົນງານລາວ ມາເຮັດບັດເຫລືອງ ຄາດວ່າ ປະມານ 1 ພັນ ປາຍຄົນແລ້ວ ອາດຈະມາເພີ້ມອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.