ຄ່າຄອງຊີບຢູ່ລາວ ສູງກວ່າ ຢູ່ໄທ
2018.05.17
ເປັນທີ່ກ່າວກັນມາແຕ່ດົນແລ້ວວ່າ ຄ່າຄອງຊີບຢູ່ສປປລາວ ຮວມເຖິງຣາຄາສິນຄ້າ ອຸປໂພກ-ບໍຣິໂພກ ແລະສິ່ງອໍານວຍຄວາມສະດວກຕ່າງໆ ໃນຊີວິດ ປະຈໍາວັນ ບໍ່ວ່ານ້ອຍຫລືໃຫຍ່ ທັງທີ່ໃຊ້ພາຍໃນບ້ານ ແລະນອກບ້ານ ກໍລ້ວນແຕ່ມີຣາຄາແພງກວ່າ ຢູ່ໄທ; ຊຶ່ງສ່ວນນຶ່ງກໍເປັນຍ້ອນ ເຄື່ອງຂອງເຫລົ່ານັ້ນ ຖືກນໍາເຂົ້າມາ ຈາກປະເທດເພື່ອນບ້ານ ໂດຍສະເພາະ ແລ້ວກໍແມ່ນຈາກໄທ ແມ່ນແຕ່ເຄື່ອງຢູ່ຂອງກິນ ຫລືຄາບເຂົ້າ ແຕ່ລະຄາບ ຢູ່ລາວ ກໍແມ່ນແພງ ກວ່າຢູ່ໄທ. ພໍ່ຄ້າຂາຍຊີ້ນໝູລາວ ຄົນນຶ່ງຢູ່ຕລາດ ດົງໂດກ ນະຄອນຫລວງວຽງຈັນ ກ່າວກ່ຽວກັບເຣື່ອງນີ້ ຕໍ່ RFA ໃນມື້ວັນທີ 9 ພຶສພາ 2018 ນີ້ວ່າ:
"ເອີ໊ ມັນກະແຕກຕ່າງກັນຢູ່ເພາະວ່າຢູ່ໄທ ຈະຖືກກວ່າຢູ່ລາວ, ຢູ່ລາວມັນອີງໃສ່ເສຖກິດ ຢູ່ບ້ານເຮົາຕາມເຈົ້າຮູ້ນໍາກັນເນາະ ເພາະວ່າເສຖກິດ ມັນກໍແພງອັນໃດມັນກໍຂຶ້ນ ບໍ່ຄືໄທ ຄືທຽບໃສ່ຂອງກິນ ທຸກສິ່ງທຸກຢ່າງມັນກໍແພງ."
ອີກຢ່າງນຶ່ງ ຣາຄາສິນຄ້າໃນລາວ ກໍຍັງບໍ່ຄົງທີ່ຫາກຂຶ້ນນໍາເລື້ອຍໆ, ຍົກຕົວຢ່າງປັດຈຸບັນລາຄາຊີ້ນໝູ ທີ່ຜລິດຢູ່ພາຍໃນປະເທດຂາຍໜ້າຟາມ 30 ພັນກີບ ຕໍ່ກິໂລ ຊຶ່ງປີກາຍຣາຄາ 22 ພັນກີບ ນໍາມາຂາຍໃນຕລາດສົດ ໃນຣາຄາ 35 ພັນກີບຕໍ່ກິໂລ. ດັ່ງ ແມ່ຄ້າຂາຍຊີ້ນໝູ ຢູ່ຕລາດ ດົງໂດກ ຄືກັນນັ້ນກໍໄດ້ເວົ້າຕໍ່ RFA ໃນມື້ດຽວກັນວ່າ:
"ຊີ້ນ 30 ພັນກີບຕໍ່ໂລ ແພງ ໝູຂຶ້ນຣາຄາແລ້ວເດ໊ ຂຶ້ນໝົດໆຢູ່ນີ້ຂະເຈົ້າກໍ 33 ຫັ້ນແຫຼະ ແຕ່ວ່າພວກເມືອງເພິ່ນ ຢາກໃຫ້ລົງມາກວດຫັ້ນນະ ເຄື່ອງຂຶ້ນລະປັບຣາຄາ ມັນຍັງບໍ່ທັນໄດ້ ຂຶ້ນໆຕລອດ ເດືອນນຶ່ງຂຶ້ນ 2-3 ເທື່ອ ຂາຍຢູ່ໜ້າກໍ 35 ຕົວຂຶ້ນ ແມ່ຄ້າ ກໍຕ້ອງໄດ້ຂຶ້ນ."
ໃນຂນະທີ່ພໍ່ຄ້າແມ່ຄ້າ ທີ່ຂາຍຊີ້ນໝູຢູ່ຕລາດສົດ ໜອງຄາຍຂອງໄທ ຂາຍຊີ້ນໝູ ຄິດໄລ່ເປັນຣາຄາ ກິໂລນຶ່ງ 30 ພັນກີບ, ໄກ່ 15 ພັນກີບ ຕໍ່ກິໂລ ຊຶ່ງຖືວ່າຖືກກວ່າ ຢູ່ລາວ. ດັ່ງແມ່ຄ້າຂາຍອາຫານ ທີ່ຕລາດສົດໜອງຄາຍ ເວົ້າວ່າ:
"ຣາຄາຕາມທ້ອງຕລາດ ປະມານຮ້ອຍສິບຮ້ອຍຊາວ ບາດຕໍ່ກິໂລ ຫລືປະມານ 27 ພັນກີບ 30 ພັນກີບ ແລ້ວແຕ່ໝູ ມັນມີຫລາຍຣາຄາ ໄກ່ກໍກິໂລນຶ່ງ 50-60 ບາດ ແລ້ວແຕ່ບາງມື້ຖືວ່າ ຖືກ."
ຫາກເວົ້າເຖິງປານິນ ຢູ່ຕລາດໃນລາວຂາຍ 25 ພັນກີບຕໍ່ກິໂລ ແຕ່ຢູ່ຕລາດໃນໄທຂາຍປະມານ 70 ບາດຕໍ່ກິໂລ ຫຼືປະມານ 17 ພັນກີບ. ແຕ່ໃນຕລາດສົດຢູ່ລາວ ຈະຂາຍ 25 ພັນກີບຕໍ່ກິໂລ ຫລືຫລາຍກວ່ານັ້ນ ແພງກວ່າໄທຢ່າງໜ້ອຍ 5 ພັນກີບ.
ສາເຫດ ທີ່ເຮັດໃຫ້ຣາຄາສິນຄ້າ ອາຫານສົດມີຣາຄາແພງ ສ່ວນນຶ່ງກໍເປັນຍ້ອນຣາຄາ ນໍ້າມັນໃນປະເທດລາວແພງຂຶ້ນ ເຮັດໃຫ້ຄ່າຂົນສົ່ງ ສິນຄ້າເພີ່ມສູງຂຶ້ນ.
ການນໍານໍ້າມັນເຊື້ອເພີງ ເຂົ້າມາໃນລາວໄດ້ເສັຽພາສີ ນໍາເຂົ້າ 10 ເປີເຊັນ ມີອາກອນຊົມໃຊ້ ອາກອນມູນຄ່າເພີ່ມ ຄັງແຮແລະຄ່າກວດກາ ຄຸນນະພາບ ນໍ້າມັນເຊື້ອເພີງທີ່ດ່ານສາກົລ ທັງໝົດນັ້ນ ເຮັດໃຫ້ຣາຄານໍ້າມັນ ເຊື້ອເພີງ ໃນລາວສູງກວ່າຢູ່ ປະເທດເພື່ອນບ້ານ.
ຕົວຢ່າງຣາຄານໍ້າມັນ ແອັດຊັງພິເສດຂອງໄທ ລິດນຶ່ງ ຈະປະມານ 8 ພັນ 500 ກີບ. ສ່ວນວ່າຢູ່ລາວ ປະມານ 9 ພັນ 800 ກີບຫາ 10 ພັນກີບ ຄືແພງກວ່າຢູ່ໄທ ຫລາຍ. ດັ່ງຊາວເມືອງປາກຊ່ອງ ແຂວງຈໍາປາສັກ ພາກໃຕ້ຂອງລາວ ກ່າວຕໍ່ RFA ໃນມື້ວັນທີ 9 ພຶສພາ 2018 ນີ້ວ່າ:
"ໂອ໊ຍ ຢູ່ນີ້ມັນແພວຕລອດ ນໍ້າມັນມັນສິຂຶ້ນ ພວກຂ້ອຍກໍຖືວ່າປົກຕິ ໂອຍມັນກວ່າໄດ້ບາດສອງບາດ ຢູ່ໄທ ຢູ່ນີ້ມັນຂຶ້ນ 5 ບາດ 10 ບາດ ພຸ້ນໃດ໊ ຂຶ້ນແທ້ຂຶ້ນວ່າຕົ໋ວ ຢູ່ນີ້ນີ່ມີຣົດແນ່ ແຕ່ບໍ່ມີເງິນເຕີມນໍ້າມັນ."
ສະພາການຄ້າສປປລາວ ໄດ້ຣາຍງານວ່າສະພາບ ການຊື້-ຂາຍສິນຄ້າ ຢູ່ພາຍໃນປະເທດລາວ ກໍເປັນໄປຕາມສະພາບ ຂອງເສຖກິດໂລກ, ຣາຄາສິນຄ້າຂອງປະເທດ ອ້ອມຂ້າງ ກໍແພງເຊັ່ນດຽວກັນ. ແຕ່ເນື່ອງຈາກວ່າ ລາວ ຍັງເປັນປະເທດ ທີ່ນໍາສິນຄ້າ ເຄື່ອງໃຊ້ຂອງສອຍ ອາຫານສົດ ອາຫານທະເລ ອາຫານແຫ້ງ ເຂົ້າມາຮວມທັງນໍ້າມັນນັ້ນ ກໍສົ່ງຜົລເຮັດໃຫ້ຣາຄາ ສິນຄ້າຕ່າງໆໃນລາວ ມີຣາຄາແພງ ຂຶ້ນຕື່ມ.
ສ່ວນເຣື່ອງຄ່າເຮືອນພັກໃນລາວຢູ່ທີ່ 1 ແສນກີບຕໍ່ 1 ຄືນ ຄືສູງກວ່າເຮືອນພັກຢູ່ໄທນຶ່ງເຄິ່ງ ຊຶ່ງກໍອາດເປັນຍ້ອນຄ່າໄຟຟ້າໃນລາວ ມີຣາຄາ ແພງກວ່າຢູ່ໄທ ແລະກໍມັກໄດ້ຍິນຜູ້ຄົນຈົ່ມວ່າ ໄດ້ເສັຽຄ່າໄຟແພງນັ້ນ.
ຣາຄານໍ້າມັນເຊື້ອເພີງ ໃນລາວ ແມ່ນແພງກວ່າປະເທດເພື່ອນບ້ານ ທັງໄທແລະວຽດນາມ ທັງນີ້ກໍຍ້ອນວ່ານໍ້າມັນເຊື້ອເພີງໃນລາວ ຍັງເປັນ ສິນຄ້າທີ່ນໍາເຂົ້າ ມາຈາກຕ່າງປະເທດ ແລະ ມີມູນຄ່າການຂົນສົ່ງ ສູງກວ່າສິນຄ້າປະເພດອື່ນໆ.
ກົມການຄ້າພາຍໃນ ກະຊວງອຸດສາຫະກັມ ແລະການຄ້າຂອງລາວ ເປີດເຜີຍວ່າ ຍັງມີຂໍ້ຫຍູ້ງຍາກຫຼາຍຢ່າງ ໃນການຄວບຄຸມຣາຄານໍ້າມັນ ເຊື້ອເພີງບໍ່ໃຫ້ສູງເກີນໄປ ເຮັດໃຫ້ປະຊາຊົນໄດ້ຮັບ ຜົລກະທົບ ໂດຍສະເພາະໃນດ້ານການຜລິດ ແລະການຂົນສົ່ງສິນຄ້າໃນປະເທດ. ເຈົ້າໜ້າທີ່ກົມການຄ້າພາຍໃນ ທ່ານນຶ່ງກ່າວຕໍ່ RFA ໃນມື້ວັນທີ 9 ພຶສພາ ນີ້ວ່າ:
"ພວກໄທເຮົາກໍມີການປະຊຸມ ດຽວນີ້ມັນຄືເວົ້ານັ້ນແຫຼະ ມັນຂຶ້ນສູງຫຼາຍ ກະທົບໃສ່ຜົລຜລິດ ກະທົບໃນດ້ານໂຄງສ້າງ ຣາຄາມັນມີຫຼາຍອັນ ພັລທະຫລາຍຢ່າງ ທີ່ຣັບເກັບຈາກການນໍາເຂົ້າ ນໍ້າມັນຂະເຈົ້າກໍສເນີ ຫລຸດຫລາຍບັນຫາ ເປັນຕົ້ນແມ່ນ ຄັງແຮ ຈາກ 500 ປາຍກີບ ເຮົາກໍສເນີໃຫ້ຫລຸດລົງເຫລືອ 300 ປັດຈຸບັນ. ນອກນັ້ນມັນກໍມີຄ່າກວດຄຸນນະພາບ ນໍ້າມັນເວລານໍາເຂົ້າ ຄ່າມີເຕີ ກວດບໍຣິມາດຕ່າງໆ ກໍຫລາຍໃດ໊ ທີ່ວ່າ ປັດໃຈທີ່ເຮັດໃຫ້ຣາຄາສູງ."
ເມື່ອວັນທີ 20 ມີນາ 2018 ທາງການລາວໄດ້ຮ່ວມກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງປະຊຸມ ປຶກສາຫາຣືແນວທາງ ຄວບຄຸມຣາຄານໍ້າມັນ ເຊື້ອເພີງໃນລາວ ບໍ່ໃຫ້ສູງລື່ນປະເທດ ເພື່ອນບ້ານຫຼາຍເກີນໄປ ໂດຍມອບໃຫ້ສູນສະຖິຕິແຫ່ງຊາດ ຂອງລາວ ເປັນຜູ້ທົບທວນ ແນວທາງ ການຄວບຄຸມຣາຄານໍ້າມັນ ເຊື້ອເພີງວ່າຈະສາມາດ ຫລຸດຜ່ອນພາສີ ແລະອາກອນ ໃນສ່ວນໃດຕື່ມໄດ້ອີກ.
ປັດຈຸບັນ ຄ່າຄອງຊີບໃນລາວ ແພງກວ່າຢູ່ໄທ ໃນຂນະທີ່ຄ່າແຮງງານ ຢູ່ລາວຕໍ່າ ບໍ່ພໍໃຊ້ຈ່າຍໃນຊີວິດປະຈໍາວັນ. ເມື່ອທຽບໃສ່ ຄ່າແຮງງານ ຢູ່ລາວໃສ່ໄທແລ້ວ ຈະເຫັນວ່າ ຢູ່ລາວຄ່າແຮງງານ ມື້ນຶ່ງໄດ້ 35 ພັນກີບ ສ່ວນວ່າຢູ່ໄທ ໄດ້ 82 ພັນກີບຕໍ່ມື້.
ເພື່ອແກ້ໄຂບັນຫາດັ່ງກ່າວ ທາງການລາວ ກໍໄດ້ປະກາດປັບຂຶ້ນຄ່າແຮງງານ ຂັ້ນຕໍ່າຈາກ 9 ແສນກີບເປັນ 1 ລ້ານ 1 ແສນກີບຕໍ່ ເດືອນ ໂດຍໃຫ້ຜູ້ປະກອບການ ທົ່ວປະເທດ ປະຕິບັດພ້ອມກັນ ນັບຕັ້ງແຕ່ວັນທີ 1 ພຶສພາ 2018 ນີ້ເປັນຕົ້ນໄປ ພາຍຫລັງທີ່ທາງຫ້ອງການ ສໍານັກງານນາຍົກຣັຖມົນຕຣີ ໄດ້ອອກແຈ້ງການລົງວັນທີ 20 ເມສາ 2018.