ຊາວລາວກັບຄືນບ້ານເກີດ ສລອງ ປີໃໝ່
2017.04.12
ຄົນງານລາວ ທີ່ໄປເຮັດວຽກ ຢູ່ປະເທດໄທ ພາກັນກັບບ້ານ ໄປຫາຄອບຄົວ ແລະຍາດພີ່ນ້ອງ ໝູ່ຄູ່ເພື່ອສລອງບຸນປີໃໝ່ລາວ ຜ່ານດ່ານ ຊ່ອງເມັກ-ວັງເຕົ່າ ຣະຫວ່າງ ເມືອງໂພນທອງ ແຂວງຈຳປາສັກ ແລະເມືອງສິຣິນທອນ ແຂວງອຸບົນຂອງໄທ ມື້ລະປະມານ 200 ຫາ 300 ຄົນ ກ່ອນໜ້າ ມື້ບຸນປີໃໝ່ລາວ ປີນີ້. ສ່ວນໃຫຍ່ ຄົນງານລາວ ຈະເດີນທາງກັບບ້ານ ເປັນຄອບຄົວ ແລະ ຊື້ຂອງຝາກຂອງຕ້ອນ ຢູ່ຕລາດ ຊ່ອງເມັກ ຍ້ອນຣາຄາາ ບໍ່ແພງ. ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ຕຳຣວດ ກວດຄົນ ເຂົ້າເມືອງ ຂອງໄທຢູ່ດ່ານ ຊ່ອງເມັກ ກ່າວຕໍ່ RFA ໃນ ວັນທີ 11 ເມສາ ນີ້ວ່າ:
"ທ່ານກ່າວວ່າ ລະຍະນີ້ມີຫຼາຍ ປະມານມື້ນຶ່ງ 2-3 ຄົນ ເດີນທາງ ມານໍາຣົດໂດຍສານ ສ່ວນໃຫຍ່ແລ້ວ ຈະເປັນຄົນງານ ທີ່ເຮັດວຽກຢູ່ ແຂວງອື່ນ ຂອງໄທ ແລ້ວຈະກັບ ຜ່ານຊ່ອງທາງນີ້".
ສໍາລັບເຮຶ່ອງການອະນຸຍາດ ໃຫ້ກັບບ້ານ ໃນລະຍະບຸນປີໃໝ່ລາວນີ້ ທາງການໄທ ກໍມີນະໂຍບາຍ ຜ່ອນຜັນ ໃຫ້ຄົນງານລາວ ໂດຍຍົກເວັ້ນ ຄ່າທໍານຽມ ເດີນທາງ ເຂົ້າ-ອອກ ປະເທດໄທ ແຕ່ວັນທີ 5 ຈົນເຖິງ ວັນທີ 30 ເມສາ ທັງສໍາລັບ ຜູ້ທີ່ຖືບັດສີຊົມພູ ແລະ ພັສປອດ. ແຕ່ຖ້າ ຫາກບໍ່ກັບຄືນມາໄທ ຕາມກໍານົດ ກໍຈະບໍ່ສາມາດ ເຂົ້າມາໄທໄດ້ອີກ. ເຈົ້າໜ້າທີ່ຕໍາຣວດ ກວດຄົນເຂົ້າເມືອງ ດ່ານຊ່ອງເມັກ ຂອງໄທ ໃຫ້ ຄວາມສະດວກ ແກ່ການເດີນທາງ ກັບບ້ານ ຂອງຄົນງານລາວ ເພື່ອສລອງບຸນປີ ໃໝ່ລາວ ພ.ສ. 2560 ນີ້.