ຄົນງານລາວຢູ່ມາເລເຊັຽ ໝົດຫວັງ ໄດ້ກັບບ້ານ
2020.12.16

ມາຮອດປັດຈຸບັນ; ຄົນງານປະມົງລາວ ທີ່ເຮັດວຽກໃນເຮືອຫາປາ ຢູ່ເມືອງ ຣອມປິ້ນ, ແຂວງປາຫັງ ປະເທດມາເລເຊັຽ ຈໍານວນ 328 ຄົນ ຊຶ່ງພາກັນລໍຖ້າກັບບ້ານ ນໍາສາຍການບິນ ທີ່ສະຖານທູດລາວ ປະຈໍາມາເລເຊັຽ ເຄີຍບອກວ່າ ຈະຊ່ອຍພວກເຂົາໃຫ້ໄດ້ເມື່ອລາວ ແນ່ນອນ, ພາຍໃນມື້ວັນທີ 12 ແລະ 17 ທັນວາ 2020 ນີ້ ແມ່ນບໍ່ມີຫວັງແລ້ວ ເພາະວ່າ, ຣັຖບານລາວ ບໍ່ອະນຸຍາດ ໃຫ້ຍົນເຊົ່າ ເໝົາລໍາ ຂອງພວກເຂົາເຈົ້າ ເຂົ້າປະເທດ, ຍ້ອນວ່າຢ້ານຈະມີການແຜ່ຣະບາດຂອງເຊື້ອພຍາດໂຄວິດ-19 ໃຫ້ຄົນລາວ, ດັ່ງຄົນງານ ລາວ ຢູ່ມາເລເຊັຽ ຜູ້ນຶ່ງ ກັບເວົ້າວິທຍຸເອເຊັຽເສຣີ ໃນວັນທີ 15 ທັນວາ ນີ້ວ່າ:
“ສະຖານທູດຫັ່ນ ຕອບມາວ່າ, ທາງບ້ານເຮົາຫັ່ນ ບໍ່ມີບ່ອນກັກໂຕ, ບໍ່ສາມາດທີ່ຈະດູແລເຮົາໄດ້, ຜູ້ໃດກະຢາກກັບບ້ານເຮົາຫັ່ນນະ, ແຕ່ທາງຣັັຖບານເພິ່ນວ່າ, ເຮົາເປັນປະເທດນ້ອຍ ລະບໍ່ມີງົບປະມານຊິມາດູແລໃສ່ສ່ວນນີ້, ຄັນວ່າກັບໄປແລ້ວ ລະຢ້ານມັນຕິດເຊື້ອ ຕິດຫຍັງຫຼາຍ, ລະກະມີແຕ່ວ່າໃຫ້ອົດທົນລໍໄປ.”
ຄົນງານລາວ ອີກຄົນນຶ່ງ ເວົ້າກັບວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ, ພວກເຮົາໝົດຄວາມຫວັງແລ້ວ ທີ່ຈະໄດ້ກັບບ້ານ ເພາະ, ສະຖານທູດລາວ ປະຈໍາມາເລເຊັຽ ເພິ່ນຕອບມາວ່າ; ທາງທູດເອງ ກໍໝົດຄວາມາສາມາດແລ້ວ ທີ່ຈະຊ່ອຍໃຫ້ພວກຄົນງານເລົ່ານີ້ ໄດ້ກັບເມືອລາວ:
“ຂະເຈົ້າກະວ່າທາງລາວເຮົາພຸ້ນແລະຢ້ານ ຢ້ານໆ, ມັນແຜ່ຣະບາດ ຄັ້ງທີ່ສອງ, ຖ້າມັນແຜ່ຣະບາດ ຄັ້ງທີ່ສອງ ກະຈັກຊິພາກັນປິ່ນປົວ ກັນຈັ່ງໃດ ພາກັນຮັບມືໄຫວ ແບບໃດ, ຂະເຈົ້າກະໃຫ້ຄໍາຕອບມາແບບນັ້ນ, ທາງສະຖານທູດ ຂະເຈົ້າກະເໝິດຄວາມສາມາດ, ຂອງຂະເຈົ້າລະ, ພຸ້ນແຫຼະ, ມັນຍັງຄ້າງຢູ່ທາງລາວເຮົາ ພຸ້ນແຫຼະ.”
ແລະຄົນງານລາວ ອີກຜູ້ນຶ່ງ ເວົ້າວ່າ, ໃນເມື່ອ ລໍຖ້າເມືອນໍາຍົນ ແລ້ວບໍ່ໄດ້ເມືອ, ພວກຕົນ ກໍຕ້ອງໄດ້ພາກັນ ຊອກຫາທາງເມືອ ດ້ວຍທາງອື່ນແທນ, ເຖິງຈະມີຄວາມສ່ຽງກໍຕ້ອງຍອມ:
“ບໍ່ມີຂ່າວດີອິຫຍັງດອກ, ມີແຕ່ຊິໄດ້ພາກັນລັກເມືອຫັ່ນແຫຼະ, ຍອມແລ້ວ ບໍ່ມີໂອກາດລະແຫຼະ, ບໍ່ມີທາງອອກແລ້ວ ເບິດແລ້ວ, ເບິດກໍານົດ ເບິດເຂດແລ້ວ ບໍ່ເຫຼືອຫຍັງແລ້ວ, ບໍ່ມີຄວາມຫວັງ ວ່າຊິໄດ້ບິນລະແຫຼະ, ທີ່ເພິ່ນໄດ້ລົມ ກັບທ່ານທູດກະດາຍ, ໄດ້ຄໍາຕອບທີ່ຊັດເຈນແລ້ວວ່າ, ຖ້າໄປເລື້ອຍໆ ຖ້າໄປເລື້ອຍໆ, ມັນກະບໍ່ມີປໂຍດຫຍັງແຫຼະ, ແນວນີ້ກະດາຍ ມີແຕ່ໄປຕາຍ ເອົາດາບໜ້າແຫຼະ ຈັ່ງໃດກະດາຍ.”
ໃນຂນະດຽວກັນ ຄົນງານລາວ ອີກຄົນນຶ່ງ ເວົ້າວ່າ, ໃນເມື່ອໄດ້ຮູ້ຄໍາຕອບ ຈາກທາງສະຖານທູດລາວ ແລ້ວນັ້ນ, ວ່າຣັຖບານລາວ ບໍ່ອະນຸຍາດໃຫ້ຍົນເຊົ່າເໝົາລໍາ ເຂົ້າລາວ, ພວກຄົນງານທັງ 300 ປາຍຄົນ ກໍຕົກລົງເຫັນດີ ວ່າຈະເດີນທາງກັບບ້ານ ຜ່ານທາງ ປະເທດໄທຍ:
“ຕົກລົງເປັນເອກກະສັນກັນ 300 ກວ່າຄົນນິ່ ເດີນທາງມື້ອື່ນນີ້ ເດີນທາງເຂົ້າໄທຍ ກະໃຫ້ຕໍາຣວດ ຕມ ທາງປະເທດໄທຍ ຈັບສົ່ງ.”
ຄົນງານລາວ ອີກຄົນນຶ່ງ ກໍເວົ້າຄືກັນວ່າ, ດຽວນີ້ ພວກເຮົາຢູ່ໃນພາວະຈໍາຍອມ ອັນໃດຈະເກີດກໍຕ້ອງເກີດ:
“ຄືມັນພ້ອມປະເຊີນ ກັບທຸກປັນຫາລະຕອນນີ້, ເພາະວ່າ ຊິມາຖ້າທາງບ້ານເຮົາ, ໃຫ້ຄວາມຊ່ອຍເຫຼືອ ຂະເຈົ້າກະເລື້ອນເວລາ, ຈັກຊິຕລອດ ມັນບໍ່ມີທາງເລືອກແລ້ວ, ມັນເປັນພາວະ ຈໍາຍອມແລ້ວຕອນນີ້, ຜູ້ລາງຄົນກະກັບເມືອ ໂດຍທີ່ວ່າ ບໍ່ຖືກຈັບກະມີ, ລາງຄົນກະຖືກຈັບກະມີ, ມັນເປັນພາວະຈໍາຍອມນະຕອນນີ້, ມັນບໍ່ມີທາງອື່ນ ພໍຊິໃຫ້ໄດ້ເລືອກ, ຂນາດນັ້ນໄດ້ແລ້ວ.”
ໃນວັນທີ່ 16 ທັນວາ 2020 ນີ້ ຄົນງານລາວ ທີ່ຕັດສິນໃຈ ວ່າ, ຈະກັບເມືອລາວ ໂດຍຜ່ານທາງໄທຍນັ້ນ, ເວົ້າສູ່ວິທຍຸເອເຊັຽ ເສຣີວ່າ:
“ພວກອ້າຍບໍ່ໄດ້ກັບ, ກັບກະກັບບໍ່ໄດ້ ທາງປະເທດໄທຍເຂົາບໍ່ໃຫ້ເຂົ້າແລ້ວ, ທາງປະເທດໄທຍ ກະເຂົ້າບໍ່ໄດ້, ລາວກະບໍ່ຮັບເຂົ້າ ໄດ້ຕໍ່ລໍຢູ່ ມາເລນິ່ລະ ໂທຫາສະຖານທູດ ເພິ່ນກະບໍ່ຢາກເວົ້ານໍາລະຕິເບາະ, ພວກອ້າຍກະບໍ່ຮູ້ຄືກັນ, ເປັນຫຍັງຂະເຈົ້າຈຶ່ງບໍ່ຢາກຊ່ອຍ, ເປັນຫຍັງ ຂະເຈົ້າຈຶ່ງບໍ່ຢາກໃຫ້ເຂົ້າປະເທດ.”
ໃນມື້ດຽວກັນນີ້ ຄົນງານລາວ ອີກຄົນນຶ່ງ ກໍເວົ້າວ່າ, ກ່ອນໜ້ານີ້ ທີ່ຕັດສິນໃຈ ວ່າຈະພາກັນ ເມືອລາວ ຜ່ານທາງໄທຍ, ແຕ່ຕອນນີ້ ກັບເມືອ ບໍ່ໄດ້ແລ້ວ ຍ້ອນທາງການໄທຍ ເຂັ້ມງວດ ຂຶ້ນກວ່າເກົ່າ:
“ແມ່ນແລ້ວ ແມ່ນແລ້ວ; ທີ່ວ່າຈະໄປ ໃຫ້ເພິ່ນຈັບຕົວສົ່ງ ເພິ່ນບໍ່ເອົາ, ໄທຍຂະເຈົ້າເພິ່ນຍົກເຮືອຫາງຂຶ້ນ ລະກະເຂັ້ມງວດຂຶ້ນກວ່າເກົ່າ, ທະຫານ ຍາມຫຼາຍຂຶ້ນກວ່າເກົ່າ ເພິ່ນບໍ່ໃຫ້ຜ່ານເລີຍ, ຫຼັງຈາກກັບໄດ້ ເພິ່ນກະສົ່ງກັບທາງເກົ່າ, ເພິ່ນບໍ່ໃຫ້ຜ່ານ ກະບໍ່ຮູ້ວ່າຊິເຮັດ ຈັ່ງໃດ, ລາງຄົນກະເບິດຄວາມຫວັງ, ລະກະຫາຊ່ອງທາງໃໝ໋.”
ປັດຈຸບັນ ຄົນງານມົງລາວ ທີ່ລໍຖ້າເມືອລາວນັ້ນ ຍັງເຫຼືອພຽງແຕ່ ປະມານ 300 ຄົນ ດັ່ງຄົນງານລາວ ອີກຄົນນຶ່ງ ເວົ້າກັບວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໂຕນີ້ ມັນມີໂຕເລຂ ມັນບໍ່ຢູ່ 300 ຄິດວ່າປະມານນີ້, ຂະເຈົ້າກະດີ້ນໄປຕາມຂະເຈົ້ານັ້ນແຫຼະ, ຜູ້ໄປຮອດແດ່ ບໍ່ຮອດແດ່ ຖືກຈັບແດ່, ລະກະບໍ່ຮູ້ໄປຕົກໃສກັນແດ່ ມັນແຕກລະແຫກ ກັນໄປ ແຕ່ວ່າຍັງເຫຼືອຢູ່ນີ້ ກະມານເຕັມທີ່ກະ 300.”
ໃນມື້ວັນທີ່ 15 ທັນວາ ນີ້ ເຈົ້າໜ້າທີ່ສະຖານທູດລາວ ປະຈໍາມາເລເຊັຽ ໄດ້ເວົ້າກັບຄົນງານລາວ ທີ່ລໍຖ້າເມືອລາວນັ້ນ ວ່າ:
“ບ້ານເຮົາແຫ່ງທຸກແຫ່ງຍາກຢູ່ແລ້ວ ເພາະຊັ້ນຣະບົບສາທາຣະນະສຸຂ, ຄັນເກີດຫຍັງມາ ລະຊິເອົາກັນຈັ່ງໃດ, ເພິ່ນກະຕ້ອງໄດ້ ຫ່ວງຄົນຢູ່ພາຍໃນປະເທດ, ເປັນຫຼັກກ່ອນເນາະ ລະເພິ່ນກະຕ້ອງໄດ້ຄຸມເຂັ້ມທີ່ສຸດ, ດຽວນີ້ນະ ຕ່າງປະເທດ ລະແມ່ນບໍ່ໃຫ້ເຂົ້າ ເດັດຂາດ, ດຽວນີ້ໃດ໋; ມີແຕ່ຄົນລາວເຮົານິ່ ອະນຸຍາດໃຫ້ ແຕ່ວ່າ ຕ້ອງໄດ້ເບິ່ງວ່າ, ບ່ອນຊິເອົາໄປຢູ່ໃສ ເອົາໄປກວດໃສ, ໃຫ້ເຂົ້າໃຈນໍາກັນຈັ່ງຊັ້ນເດີ້, ພວກນ້ອງເດີ້, ອັນມັນບໍ່ທັນໄດ້ເຕັມ, ແຕ່ວ່າແຜນມັນຊິມາຫັ່ນເດ້, ຄືອ້າຍເວົ້າຫັ່ນເດ້ ແຜນຮອງຮັບ ຫັ່ນນະ, ຫັ່ນແຫຼະມັນມີຫຼາຍບ່ອນ ເຂົ້າເດ້, ເພິ່ນກະຕ້ອງໄດ້ເບິ່ງເນາະ, ຜູ້ຊິຮູ້ແຜນແທ້ ແມ່ນຣັຖບານ, ຄະນະສະເພາະກິຈ ພຸ້ນໃດ໋ເພິ່ນຮູ້ວ່າ, ຊິມີໃຜມາສເນີແດ່ ຈຸດສູນລວມ ຂອງມັນຫັ່ນນະ, ລະເພິ່ນກະຊິເບິ່ງ ແຈກຢາຍໄປ, ໃຫ້ເຂົ້າໃຈຈັ່ງຊັ້ນເດີ້ ຕັດສິນໃຈແນວໃດ, ກະໃຫ້ອົດໃຫ້ທົນເອົານ້ອງເດີ້, ສຸດແຕ່ເຫັນໃຈ ບໍ່ແມ່ນບໍ່ເຫັນໃຈໃດ໋.”
ກ່ຽວກັບເຣື່ອງຄໍາຕອບ ທີ່ສະຖານທູດລາວ ປະຈໍາມາເລເຊັຽ, ໄດ້ຕອບຄົນງານລາວນັ້ນ ຄົນງານລາວຜູ້ນຶ່ງ ເວົ້າກ່ຽວກັບເຣື່ອງນີ້ວ່າ:
“ເມື່ອໄດ້ຍິນຄໍາຕອບ ກະອື້ງເລີຍນະ ຂ້ອຍກະດາຍນະ, ອິຫຍັງກັນວ່າ ຂ້ອຍກະເປັນຄົນລາວ, ຂ້ອຍຄືຊິບໍ່ສິດກັບປະເທດເຈົ້າຂອງ, ຂ້ອຍກະບໍ່ເຂົ້າໃຈຄືກັນ ຂ້ອຍເຮັດຄວາມຜິດຫຍັງ ຫຼາຍປານນັ້ນພຸ້ນຫວາ, ຂ້ອຍຈັ່ງກັບບໍ່ໄດ້ ສັມມະໂນໂຕເລຂ ຂ້ອຍກະມີຢູ່, ຂ້ອຍກະເກີດຢູ່ຫັ້ນ, ຂ້ອຍກະຢາກກັບໄປບ້ານເກີດຂ້ອຍຊິນ່າ, ເປັນຫຍັງ ຂ້ອຍຈັ່ງກັບບໍ່ໄດ້, ເຣື່ອງໂຄວິດນິ່ ປະເທດໃດມັນກະມີ ຫັ່ນແຫຼະ, ໄທເຮົາກະພະຍາມຮັກສາໂຕເອງທີ່ສຸດ, ຢູ່ນີ້ ຣະວັງທີ່ສຸດ, ເຮົາກະເຮັດຕາມຂັ້ນຕອນທຸກຢ່າງ, ເຮົາກະບໍ່ໄດ້ວ່າ ຊິໄປຣະເມີດກົດໝາຍຂະເຈົ້າ, ຂໍ້ໃດແມ້ແຕ່ຂໍ້ດຽວເດັດຂາດ, ບໍ່ມີ ເຂົ້າບອກກວດໂຄວິດ, ເຮົາກວດ ແລ້ວເຮົາຢູ່ນີ້ມາເປັນເດືອນ ຄັນຕິດໂຄວິດ ຕາຍຮ່າກັນເບິດແລ້ວ, ເວົ້າມ້ອງມັນເບິດຊະ; ຄັນເວົ້າຄວາມຖ່ອຍ ກະດາຍ, ຄົນຢູ່ນີ້ 300 ຄົນນິ່, ຄົນເຮືອບໍ່ມີ ຜູ້ໃດຕິດໂຄວິດຈັກຄົນ, ຜູ້ໃດກະຮັກສາໂຕເອງເບິດ, ບໍ່ໃຫ້ໄປຕິດບໍ່ໃຫ້ໄປໃກ້ໃຜ, ຮັກສາໂຕເອງເບິດ ກະເພື່ອວ່າກັບບ້ານໄປ, ເຮົາກະບໍ່ ຢາກໃຫ້ໄປຕິດລູກຕິດເມັຍ, ເຮົາກະມີພີ່ນ້ອງ ຢູ່ບ້ານຢູ່ລາວກະດາຍ, ບໍ່ແມ່ນບໍ່ມີພີ່ມີນ້ອງ ຣະວັງໂຕເອງຄືກັນ, ລະກະບໍ່ຢາກໃຫ້ເປັນພາຣະຂອງຜູ້ໃດດອກ, ພຽງແຕ່ວ່າ ໃນເມື່ອມັນ ມາຢູ່ນີ້ ມັນບໍ່ເງິນໃຊ້ແລ້ວ, ເງິນທີ່ໄດ້ມານິ່ ໃຊ້ຈ່າຍມານິ່ ມັນຊິເປັນສອງເດືອນລະ ລະກະມານອນກິນເຂົ້າ ເຂົາຢູ່ລ້າໆນິ່ນ່າ, ເຂົາກະຍັງມີມະນຸສຍະທັມ, ໃນຈຸດນັ້ນຢູ່ ຢູ່ນີ້ ເຂົາກະຍັງຊື້ ເຂົ້າໃຫ້ກິນຢູ່ ຄືບໍຣິສັດເຮືອ ທີ່ຂ້ອຍເວົ້າຫັ່ນແຫຼະ, ກັບບໍຣິສັດ ທີ່ວ່າຮັບແປງເຮືອ ເຂົາເຮັດສັນຍາກັນໄວ້ ຮອດຍາມມັນຕ້ອງໄດ້ ເອົາໄປແປງ ໄປເຊັກໃຫ້ເຂົາ ຄັນເຮົາຊິຢູ່ຈັ່ງຊີ້ ເອີ່ເຂົາ ກະຊິເອົາເຮືອໄປແປງ ລະເຮົາສິຢູ່ໃສ ເງິນໃຊ້ຊິຢູ່ໃສ ຣາຍຮັບມັນບໍ່ມີເດ້.”
ໃນຂນະດຽວກັນ ຄົນງານລາວ ອີກຄົນນຶ່ງ ກໍບໍ່ເຂົ້າໃຈ ວ່າເປັນຫຍັງ ທາງການລາວຈຶ່ງ ບໍ່ອະນຸຍາດໃຫ້ ພວກຕົນ ເຂົ້າປະເທດ:
“ແລ້ວພວກຄົນທີ່ມາຈາກຕ່າງປະເທດເດ້, ບໍ່ຢ້ານຕິດບໍ? ຫຼືວ່າພວກອ້າຍບໍ່ແມ່ນຄົນລາວບໍ, ເຮັດງານອອກເຮືອນິ່ມັນຕໍ່າຕ້ອຍ ມັນນັ້ນບໍ, ຈຶ່ງບໍ່ຢາຮັບເຂົ້າປະເທດ ປະເທດອື່ນກະມີ ຄືກັນໂຄວິດ, ທີ່ຣະບາດ ບໍ່ແມ່ນແຕ່ມາເລເຊັຽທີ່ຣະບາດ, ປະເທດອື່ນກໍ ຣະບາດຫຼາຍຄືກັນ, ທີ່ມີຄວາມສ່ຽງມີຫຼາຍຄືກັນ ຢ່າງອິນເດັຍ, ຢ່າງເກົາຫຼີ ຄືຮັບຂະເຈົ້າ ເຂົ້າໄປໄດ້ ຢູ່ມັນກະຢູ່ບໍ່ໄດ້ ທາງຣັຖບານມາເລເຊັຽ ຂະເຈົ້າກະໃຫ້ຜັກດັນອອກເບິດ.”
ຄົນງານຜູ້ນີ້ ເວົ້າຕື່ມອີກວ່າ ພວກຕົນ ປະກອບເອກກະສານ ເພື່ອເດີນທາງກັບເມືອລາວ ມາເປັນເວລາສອງເດືອນແລ້ວ ສຸດທ້າຍມາ ກໍບໍ່ໄດ້ກັບ:
"ຍື່ນເຣື່ອງມາ 2 ເດືອນ ມານອນລໍຢູ່ເຮືອ ຢູ່ຝັ່ງນີ້, ແບບບໍ່ມີຄວາມຫວັງນິ່ ເດືອນນຶ່ງ ສຸດທ້າຍມາ ບໍ່ມາຮັບ ນັດມື້ນັ້ນມື້ນີ້ ນັດແລ້ວນັດອີກ, ປະເທດອື່ນ ກະມີຄືກັນໂຄວິດ ທີ່ຣະບາດ ບໍ່ແມ່ນແຕ່ມາເລເຊັຽທີ່ຣະບາດ, ປະເທດອື່ນກໍຣະບາດ ຫຼາຍຄືກັນ ທີ່ມີຄວາມສ່ຽງມີຫຼາຍຄືກັນ ໂຕຢ່າງອິນເດັຍ, ຢ່າງເກົາຫຼີ ຄືຮັບຂະເຈົ້າເຂົ້າໄປໄດ້.”
ເຖິງແນວໃດກໍຕາມ ໃນກໍຣະນີຂອງຄົນງານປະມົງລາວ ທີ່ທາງການລາວ ບອກວ່າ ບໍ່ສາມາດເອົາ ກັບຄືນມາໄດ້ໃນເວລານີ້ ຍ້ອນຢ້ານເຊື້ອພຍາດໂຄວິດ-19 ກັບມາແຜ່ຣະບາດ ໃນລາວ ເມື່ອມາສັງເກດເບິ່ງແລ້ວ ຄົນງານລາວ ທີ່ກັບຈາກປະເທດໄທຍ ກ່ອນໜ້ານີ້ ກໍບໍ່ໄດ້ແຕກຕ່າງຫຍັງ ຄົນງານລາວຈໍາພວກນີ້, ແຕ່ເຖິງຢ່າງໃດ ກໍຫວັງວ່າ ທາງການລາວ ຄົງຈະພິຈາຣະນາ ຊ່ອຍເຫຼືອຄົນງານລາວ ທີ່ຕົກຄ້າງໃນປະເທດມາເລເຊັຽນີ້ ໃຫ້ດ່ວນທີ່ສຸດ ເທົ່າທີ່ຈະດ່ວນໄດ້.