ກັມມະບານລາວ ສເນີຂຶ້ນ ຄ່າແຮງ
2017.07.31
ສູນກາງສະຫະພັນ ກຳມະບານລາວ ສເນີຕໍ່ກະຊວງແຮງງານ ແລະສວັດດີການສັງຄົມ ແລະ ສະພາການຄ້າ ແລະອຸດສາຫະກັມແຫ່ງຊາດ ເພື່ອພິຈາຣະນາ ຂຶ້ນເງິນເດືອນຂັ້ນຕ່ຳ ໃຫ້ກັມມະກອນ ທີ່ເຮັດວຽກຢູ່ ໂຮງຈັກໂຮງງານ ແລະບໍຣິສັດ ເອກຊົນຕ່າງໆ ຈາກ 9 ແສນກີບ ມາ ເປັນ 1 ລ້ານ 2 ແສນກີບ ຫລື 1 ລ້ານ 5 ແສນກີບ.
ເມື່ອໄດ້ຍິນຂ່າວ ການສເນີຂຶ້ນເງິນເດືອນດັ່ງກ່າວ ກັມມະກອນກໍດີໃຈ ຍ້ອນວ່າທີ່ຜ່ານມາ ແລະໃນປັດຈຸບັນ ເງິນເດືອນ ຂອງພວກເຂົາເຈົ້າ ໜ້ອຍບໍ່ພໍພຽງ ກັບຄ່າຄອງຊີບ, ດັ່ງກັມມະກອນ ຈາກໂຮງງານຕັດຫຍິບ ແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ RFA ໃນມື້ວັນທີ 30 ກໍຣະກະດາ ນີ້ວ່າ:
"ກະດີໃຈຢູ່ ຄັນຂຶ້ນໃຫ້ກະດີໃຈຢູ່ ເພາະວ່າ ມັນຈະໄດ້ເພີ້ມຂຶ້ນມາ ແຕ່ກະມັນກະມີແນວ ແລກປ່ຽນກັນ ຂຶ້ນໃຫ້ກະມີ ຄວາມຮູ້ສຶກວ່າ ດີໃຈ ຫັ້ນແຫລະ ແຕ່ວ່າງານມັນ ກະເພີ້ມຂຶ້ນຫລາຍ ກະດີໃຈວ່າ ໄດ້ເງິນຫລາຍ ບາງເທື່ອກະ ສ່ວນຫລາຍມັນພໍ ແບບຈັບໜ້າຫວິດຫລັງ ຊື່ໆ".
ແຕ່ວ່າຜູ້ປະກອບການ ເຈົ້າຂອງໂຮງງານຕັດຫຍິບ ກໍບໍ່ເຫັນດີໃນເຣື່ອງນີ້ ໂດຍໃຫ້ເຫດຜົນວ່າ ຈະເຮັດໃຫ້ ກັມມະກອນຂີ້ຄ້ານ, ດັ່ງເຈົ້າຂອງ ໂຮງງານ ຕັດຫຍິບ ທ່ານນຶ່ງ ໃນນະຄອນຫລວງ ວຽງຈັນ ໄດ້ກ່າວຕໍ່ RFA ເມື່ອວັນທີ 26 ກໍຣະກະດາ 2017 ວ່າ:
"ມັນຜົລກະທົບຫຼາຍທີ່ສຸດ ມັນຊິໄປບໍ່ໄດ້ເລີຍ ຖ້າເຈົ້າຊິມາບົ່ງວ່າ ຕ້ອງຂຶ້ນລ້ານສອງ ຫຼືວ່າ ລ້ານຫ້າເດີ້. ບັນຫາສຳຄັນ ລະກະຕົ້ນຕໍທີ່ສຸດ ຈະເຮັດໃຫ້ ກັມມະກອນຂີ້ຄ້ານ, ຂ້ອຍເຮັດວຽກ ຂ້ອຍກະໄດ້ ຂ້ອຍບໍ່ເຮັດວຽກ ຂ້ອຍກະໄດ້ ເງິນໂຕນີ້ນ່າ. ລະທາງ ກຸ່ມຕັດຫຍິບ ທັງໝົດ ທຸກໆໂຮງງານ ໃນປະເທສລາວ ນີ້ນ່າ ກະບໍ່ເຫັນດີ. ເຮົາຢາກໃຫ້ 9 ແສນ ຄືເກົ່າ ເງິນພື້ນຖານ ຫັ້ນນ່າ”.
ກ່ອນທີ່ຈະຂຶ້ນເງິນເດືອນ ຈະຕ້ອງມີການປະຊຸມ 3 ຝ່າຍ ຊຶ່ງຄາດວ່າຈະມີຂຶ້ນ ໃນເດືອນ 2 ເດືອນຂ້າງໜ້ານີ້ ແລະ ກະຊວງແຮງງານ ຈະ ເປັນຜູ້ຕັດສິນ ວ່າຈະຂຶ້ນເທົ່າໃດ ໂດຍອິງໃສ່ ທັງການຂຍາຍຕົວ ທາງເສຖກິດ ເຈົ້າໜ້າທີ່ອາວຸໂສ ຈາກສູນກາງ ສະຫະພັນ ກັມມະບານ ລາວ ໄດ້ກ່າວຕໍ່ RFA ວ່າ:
ໃນນາມທີ່ພວກເຮົາເປັນຕົວແທນ ຜູ້ອອກແຮງງານ ເຫັນຄວນວ່າສເນີຊໍ່ານີ້ເນາະ ແຕ່ວ່າສິຂຶ້ນໜ້ອຍຫຼືຫຼາຍ ແມ່ນຂຶ້ນກັບ ການຕົກລົງຂອງ ກອງປະຊຸມ 3 ຝ່າຍເນາະ ຫຼືວ່າຂຶ້ນນຳ ກະຊວງແຮງງານ ເພິ່ນເປັນຜູ້ ຕັດສິນເນາະ. ກະຊວງແຮງງານ ເພິ່ນກະມີ ກອງເລຂາເພິ່ນ ທີ່ວ່າ ຄົ້ນຄວ້າ ໃນໂຕນີ້ຄືກັນ ທີ່ວ່າເຮົາສເນີໄປ ມັນສົມເຫຕ ສົມຜົລບໍ່ ຫຼືວ່າມັນ ເໝາະສົມບໍ່ ຫັ້ນນ່າ. ກະຊວງແຮງງານ ເພິ່ນຈະເປັນຜູ້ ຕັດສິນ ເນາະວ່າ ຂຶ້ນຊໍ່າໃດເນາະ ເພາະວ່າເພິ່ນ ຈະເບິ່ງລວມເດ້ວ່າ ທາງດ້ານການຂຍາຍຕົວ ທາງດ້ານເສຖກິຈ ບໍ່ ຕ່າງເນາະ”.
ຜ່ານມາ ຣັຖບານໄດ້ຂຶ້ນເງິນເດືອນ ຂັ້ນຕ່ຳໃຫ້ ກັມມະກອນ ທີ່ເຮັດວຽກຢູ່ ໂຮງງານແລ້ວ 2 ຄັ້ງຄື ໃນປີ 2012 ໄດ້ຂຶ້ນຈາກ 380 ພັນກີບ ມາເປັນ 628 ພັນກີບ, ແລະໃນປີ 2015 ຂຶ້ນຕື່ມອີກເປັນ 9 ແສນກີບ. ຕາມຂໍ້ມູນຈາກ ທາງການລາວ.