ທູດລາວ ຢູ່ ມາເລເຊັຽ ຢືນຢັນ ບໍ່ມີສ່ວນແບ່ງ
2020.12.09

ຄົນງານປະມົງລາວ ໃນຣັຖປາຫັງ ປະເທດມາເລເຊັຽ ຕ້ອງການເດີນທາງກັບປະເທດ ດ້ວຍຍົນເຊົ່າເໝົາລຳ, ໃນນີ້ຄາດວ່າມີປະມານ 530 ຄົນ ຈາກຈຳນວນ 700 ຄົນ ທີ່ໄດ້ຈ່າຍ ເງິນມັດຈຳໃຫ້ກັບນາຍໜ້າ ຊາວມາເລເຊັຽ ທີ່ຈະແລ່ນດຳເນີນການ ປະມານ 300 ຣິງກິດ ປະມານ 75 ໂດລາ ສະຫະຣັຖ.
ສ່ວນຣາຄາທັງໝົດທີ່ຕ້ອງຈ່າຍຜູ້ນຶ່ງ ຕໍ່1,700 ຣິງກິດ ປະມານ 360 ໂດລາ ສະຫະຣັຖ. ແຕ່ບັນຫາກໍຢູ່ທີ່ວ່າ ເມື່ອນາຍໜ້າແລ່ນ ເອກສານ ສເນີເຂົ້າສະຖານທູດ ຕາມຂັ້ນ ເມື່ອວັນທີ 12 ພຶສຈິກາ 2020 ແຕ່ທູດລາວຢືນຢັນວ່າ ຈະຂໍນຳເອົາແຮງງານເຫຼົ່ານີ້ ກັບເອງ. ດັ່ງນາຍໜ້າ ຊາວມາເລເຊັຽ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 06 ທັນວາ ວ່າ:
"ທ່ານກ່າວວ່າ; ພວກເຮົາຍັງບໍ່ທັນໄດ້ຜົລ ຂອງການເຈຣະຈາ, ພວກເຮົາບໍ່ສາມາດເຜີຍແຜ່ເຣື່ອງນີ້ ກໍພຽງແຕ່ລໍຖ້າໃຫ້ ທາງການ ທູດລາວປະສານງານໄປຍັງປະເທດລາວ ເພື່ອຫາທາງນຳເອົາ ແຮງງານເຫຼົ່ານີ້ກັບ ປະເທດ."
ຕໍ່ກັບການສເນີຕໍ່ທູດລາວ ປະຈຳມາເລເຊັຽ ປະກົດວ່າມີການຣະບຸເງື່ອນໄຂຕື່ມ ກໍຄືໃນຄຳເວົ້າ ຂອງຜູ້ປະສານແຮງງານປະມົງລາວ ວ່າ ທາງທູດລາວ ສເນີກຳນົດຣາຄາໃໝ່ຂຶ້ນເປັນ 2,100 ຣິງກິດ ຕົກເປັນ 525 ໂດລາ ສະຫະຣັຖ ໃນການນຳເອົາແຮງງານລາວ ກັບ ປະເທດ ແລະ ຈະແບ່ງປັນ ໃຫ້ຜູ້ປະສານງານ ມາເລເຊັຽ 15%:
"ເຂົາຊິເອົາເອກສານເຫຼົ່ານີ້ສົ່ງເຂົ້າທູດລາວ ຖ້າໃຜຊິເມືອມີຄວາມປະສົງ ຈະເດີນທາງກັບເຄື່ອງບິນ ໃຫ້ເອົາເງິນມາມັດຈຳ 300 ຣິງກິດ. ໂດຍກຳນົດຄ່າຕົວເຄື່ອງບິນຢູ່ທີ່ 1,700 ຣິງກິດ, 500 ກວ່າຄົນ ທຳງານຢູ່ຄົນລະບໍຣິສັດ, ເຮືອຄົນລະລຳແຕກແຍກກັນຢູ່ ແລະ ກໍເອົາເງິນມາມັດຈຳ 300."
ທ່ານ ໄດ້ກ່າວຕື່ມວ່າ ໃນ 1,700 ຣິງກິດ ຄືຜູ້ປະສານ ມາເລເຊັຽ ບອກວ່າ ຮວມໝົດທຸກຢ່າງ ທຸກມື້ນີ້ຖ້າຈະເດີນທາງ ຈາກປາຫັງ ບ່ອນທີ່ ເຮັດວຽກໄປຍັງ ກົວລາລຳເປີ ໄລຍະ ທາງ 320 ກິໂລແມັດ ມັນຈະຜ່ານ 3 ຣັຖ. ເມື່ອລ໊ອກດາວ ຕາມກົດໝາຍ ຂອງ ມາເລເຊັຽ ຖ້າຈະຜ່ານ ຣັຖໃດຕ້ອງຂໍໜັງສື ຈາກ ເຈົ້າໜ້າທີ່ໃນຣັຖ ທີ່ຜ່ານ. ຕ້ອງກວດໂຄວິດກ່ອນເດີນທາງ ທີ່ຕົ້ນທາງ.
ນອກຈາກນີ້ທູດລາວ ຍັງສເນີວ່າໃຫ້ຜູ້ປະສານງານ ມາເລເຊັຽ ຮວບຮວມຣາຍຊື່ ແລະເອກສານທີ່ຖືກຕ້ອງ ຕາມກົດໝາຍແລ້ວສົ່ງມາ ແລະ ທາງທູດລາວ ຈະກຳນົດວ່າ ຈະມີຖ້ຽວບິນ ເມື່ອໃດແລ້ວ, ນຳສົ່ງແຮງງານລາວ ໄປໃຫ້ເພື່ອຈັດສົ່ງກັບປະເທດ ໂດຍທາງ ຜູ້ປະສານ ມາເລເຊັຽ ຈະໄດ້ຮັບສ່ວນແບ່ງ 15%.
ຜ່ານມາທູດລາວ ໃນມາເລເຊັຽ ກໍໄດ້ຢືນຢັນກັບແຮງງານລາວ ຈະມີຖ້ຽວບິນກັບ ຣະຫວ່າງວັນທີ 03-05 ທັນວາ 20 ແຕ່ສຸດທ້າຍ ກໍເລື່ອນ ເຮັດໃຫ້ແຮງງານປະມົງລາວ ເປັນວິຕົກກັງວົນ ເຣືຶ່ອງຄ່າໃຊ້ຈ່າຍ ໃນແຕ່ລະມື້ ເພາະບໍ່ໄດ້ ອອກທະເລຫາປາ ເນື່ອງຈາກ ເດືອນນີ້ ເປັນເດືອນ ມໍຣະສຸມນາຍຈ້າງ ຈືຶ່ງເຊົາຈ້າງ.
"ສຸດທ້າຍພວກເຮົາກາມາຕົກລົງກັນວ່າຈະບີນວັນທີ 11 ກັບ 12 ໝົດສັນຍາລະເຂົາກາແຕກລົ້ວໆໃນແພໃນບໍຣິສັດຫັ້ນນ່າຄ່າໃຊ້ຈ່າຍ ມັນກາມີຂື້ນທຸກມື້. ເຂົາເຈົ້າກາກຳນົດ ເຮົາບອກເຂົາເຈົ້າວ່າຊິໄດ້ບີນຕົ້ນເດືອນເມື່ອຄິດບັນຊີມີລາຍຮັບແລ້ວ ເຂົາເຈົ້າກໍແບ່ງເປັນ ສາມສ່ວນ. ສ່ວນນຶ່ງໂອນໃຫ້ລູກໃຫ້ເມັຽທີ່ບ້ານທີ່ລາວ ສ່ວນນຶ່ງກາ ເກັບໄວ້ກິນໃນໄລຍະທີ່ເຮົາອອກ. ສາມມາແບ່ງໄປເປັນຄ່າ ເຄື່ອງບິນ, ສຸດທ້າຍແລ້ວທູດລາວມາເລື່ອນ, ເລື່ອນຈາກວັນທີ 11 ນຶ່ງໄຟສ ວັນທີ 12 ນຶ່ງໄຟສ ປະກົດວ່າຊິເລື່ອນໄປ ເປັນວັນທີ 17."
ສ່ວນແຮງງານຈຳນວນນຶ່ງ ທີ່ໂຊກດີກໍໄດ້ເດີນທາງ ກັບມາເຖິງບ້ານແລ້ວ ເພາະຈອງຖ້ຽວບິນພິເສດ ທີ່ສາມາດບິນຮ່ວມກັບຄົນຜູ້ທີ່ ຈະເຂົ້າໄປໃນປະເທດລາວ. ດັ່ງແຮງງານຄົນນີ້ ກໍໄດ້ກ່າວວ່າ:
"ເຖິງວັນທີນັ້ນ ເຖິງວັນທີ 17 ຫັ້ນ, ການເປັນຢູ່ ຫຼື ວ່າປະຊາຊົນລາວເຮົາ ມັນກາຊິມີການລັກລອບເຂົ້າມາເລື້ອຍໆ ມັນຈຶ່ງບໍ່ສາມາດ ຟັນທຸງ ໄດ້ວ່າປະຊາຊົນລາວ ຈະປອດພັຍ ຫຼາຍ ຊໍ່າໃດ ຕອນນີ້ໄດ້ມາປະເທດລາວແລ້ວ ບິນມາຕັ້ງແຕ່ວັນທີ ວັນທີ 15 ເດືອນ 11 ມັນມີຖ້ຽວບິນພິເສດ."
ແຮງງານຄົນນີ້ ໄດ້ກ່າວຕື່ມວ່າ ສ່ວນຈຳນວນ ທີ່ລໍຖ້າບໍ່ໄດ້ກໍໄດ້ພາກັນເດີນທາງ ກັບ ທາງຊາຍແດນ ມາເລເຊັຽ-ໄທຍ ດັ່ງທີ່ຮູ້ ໄລຍະນີ້ດ່ານສາກົນ ຍັງຄົງປິດການເຂົ້າອອກ. ມີແຮງງານບາງກຸ່ມ ທີ່ມາທາງນີ້ ບາງກຸ່ມກໍລອດບາງກຸ່ມ ກໍຖືກເຈົ້າໜ້າທີ່ຈັບ.
ຕໍ່ກັບເຫດການນີ້ທາງເອກອັຄຣັຖທູດລາວ ປະຈຳ ມາເລເລເຊັຽ ໄດ້ຖແລງຂ່າວຢືນຢັນ ເມື່ອວັນທີ 06 ທັນວາ 2020 ວ່າ ພາຍຫຼັງ ທີ່ໄດ້ຮັບໜັງສື ຢ່າງເປັນທາງການເມື່ອ ວັນທີ 12 ພຶສຈິກາ 2020 ມາຍັງສະຖານທູດ ເພື່ອຂໍອະນຸມັດຈັດຍົນເຊົ່າເໝົາລຳ ໃຫ້ແກ່ແຮງງານລາວ ທີ່ເຮັດວຽກຢູ່ເຮືອປະມົງ ຂອງ ມາເລເຊັຽ ປະມານ 530 ຄົນ. ໃນວັນທີ 14 ພຶສຈິກາ 2020 ສະຖານທູດ ໄດ້ເຮັດບົດຣາຍງານ ຫາ ກະຊວງການຕ່າງປະເທດ.
ໃນຂນະດຽວກັນ ກໍໄດ້ສເນີຄະນະສະເພາະກິຈ ຂັ້ນສູນກາງ ພິຈາຣະນາ ອະນຸມັດ ໃຫ້ຍົນເຊົ່າເໝົາລຳບິນເຂົ້າລາວ ຕາມຄຳສເນີ. ໃນອາທິດ ທີ 1 ທີສອງ ຂອງ ເດືອນທັນວາ 2020.
ໂດຍອີງຕາມຄວາມພ້ອມຂອງຣັຖບານ ໃນການກະກຽມທີ່ພັກເຊົາໃຊ້ ເປັນບ່ອນກັກ ບໍຣິເວນ 14 ວັນ. ເນື້ອໃນຂອງຖແລງການ ຣະບຸຕື່ມວ່າ. ວັນທີ 24 ພຶສຈິກາ 2020 ກົມກົງສູນ ກະຊວງການຕ່າງປະເທດ ໄດ້ເຮັດໜັງສືແຈ້ງ ໃຫ້ສະຖານທູດ ໄດ້ຮັບຊາບ ກ່ຽວກັບ ການອະນຸຍາດໃຫ້ແຮງງານລາວ ກັບຄືນປະເທດ. ພ້ອມທັງກຳນົດມື້ເດີນທາງເຂົ້າປະເທດ. ປັຈຈຸບັນບັນຫາດັ່ງກ່າວ ໃນຂັ້ນຕອນການພິຈາຣະນາ ຂອງຄະນະ ສະເພາະກິຈຂັ້ນສູນກາງ.
ໃນຕອນທ້າຍການຖແລງໄດ້ຢືນຢັນວ່າ ສະຖານທູດບໍ່ໄດ້ມີສ່ວນພົວພັນ ດ້ານຜົລປໂຍດ ຫຍັງທັງໝົດກັບບໍຣິສັດ ດັ່ງທີ່ມີການ ກ່າວໂຈມຕີ ໃນຊື່ສັງຄົມອອນລາຍ. ສະຖານທູດໄດ້ປຶກ ສາກັບບໍຣິສັດ ເພື່ອໃຫ້ກຳນົດຣາຄາຖືກ. ໄລຍະຜ່ານມາສະຖານທູດ ກໍໄດ້ມີໂອກາດພົບປະກັບຜູ້ຕາງໜ້າແຮງງານປະມົງລາວ ຢູ່ ມາເລເຊັຽ ເພື່ອແຈ້ງໃຫ້ຊາບເຖິງ ສະພາບຄວາມ ຫຍຸ້ງຍາກໃນໂຕຈິງ.
ໃນການນຳເອົາແຮງງານປະມົງລາວ ກັບທາງເຈົ້າໜ້າທີ່ ກ່ຽວຂ້ອງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ ໃນຣະຫວ່າງ ວັນທີ 17-19 ເດືອນ ທັນວາ 2020 ຈະມີນັກສຶກສາ ມາຜ່ານ ມາເລເຊັຽ ແລ້ວຈຶ່ງບິນເຂົ້າມາລາວ ເຊິ່ງຖ້ຽວບິນດັ່ງກ່າວ ແມ່ນບິນ ຈາກ Isalael – Turkey – Malaysia ບາງເທື່ອອາດຈະຕິດຕໍ່ ຂໍເຊົ່າຍົນລຳດັ່ງກ່າວ ພ້ອມດ້ວຍຍົນພາຍໃນຂອງມາເລເຊັຽ.
ຕໍ່ກັບການສົ່ງແຮງງານລາວ ຢູ່ ມາເລເຊັຽ ກັບລາວ ເມື່ອທ້າຍເດືອນ ມິຖຸນາ 2020 ຜ່ານມາສະຖານທູດລາວ ຢູ່ ມາເລເຊັຽ ໄດ້ຊ່ອຍເຫຼືອ ຄົນລາວທີ່ຕົກຄ້າງຢູ່ ມາເລເຊັຽຍ້ອນໄດ້ຮັບ ຜົລກະທົບ ຈາກ ພຍາດໂຄວິດ-19 ກັບມາປະເທດ ໂດຍເຊົ່າຍົນເໝົາລຳ ແອບັສ 330 ຈາກ ສາຍການບິນ ແອເອເຊັຽ ໂດຍມີຜູ້ໂດຍສານ 273 ຄົນ ໃນນີ້ມີຄົນລາວ ມາຈາກ ອິນໂດເນເຊັຽ 10 ຄົນ, ອອສເຕຣເລັຽ 24 ຄົນ, ອາຣັບເອມິເຣັດ 4 ຄົນ. ນອກຈາກມາເລເຊັຽ ແລ້ວຍັງມີແຮງງານລາວ ທີ່ຢູ່ຫຼາຍປະເທດຮຽກຮ້ອງ ໃຫ້ຣັຖບານເຂົ້າໄປຊ່ອຍນໍາ ກັບບ້ານ.