ຄົນລາວເຫຍື່ອຄ້າມະນຸດ ຢູ່ ເກາະຕວນ
2016.10.31
ປັຈຈຸບັນ ຍັງມີຄົນລາວ ຈາກ ແຂວງສວັນນະເຂດ 1 ຄົນ ທີ່ ຕົກເປັນເຫຍື່ອ ການຄ້າມະນຸດ ໃນເຮືອປະມົງ ຢູ່ເກາະ ຕວນ ປະເທດ ອິນໂດເນເຊັຽ ຜູ້ກ່ຽວ ບໍ່ສາມາດ ກັບບ້ານໄດ້ ຍ້ອນ ນາຍຈ້າງຍຶດ ເອກສານ ທັງໝົດໄວ້ ແລະ ບໍຮູ້ວ່າ ຈະກັບບ້ານ ດ້ວຍ ວິທີໃດ.
ຕາມການເປິດເຜີຍ ຂອງ ທ່ານ ສະຫມັກ ທັບທານີ ຫົວໜ້າ ຜແນກ ຄຸມຄອງ ແຮງງານ ມູນິທິ LPN ເຄືອຂ່າຍ ສົ່ງເສິມ ຄຸນນະພາບ ຊີວິດ ແຮງງານ ຂ້າມຊາຕ ຢູ່ ປະເທດໄທ ຕໍ່ ນັກຂ່າວ ວິທຍຸ ເອເຊັຽເສຣີ ເມື່ອວັນທີ່ 29 ຕຸລາ ຜ່ານມາ:
“ທາງ ມຸລນິທິ ເອງກໍໄດ້ໄປຊ່ວຍ ຄົນງານໄທ ທີ່ ຢູ່ເກາະ ຕວນ ປະກົດວ່າ ນຶ່ງ ໃນຈໍານວນນັ້ນ ມີຄົນງານ ສັນຊາດລາວ ຊື່ ທ້າວແຫລ້ ຫຼືວ່າ ທ້າວ ເຫຍິນ ຍັງປະສົບ ບັນຫາ ຢູ່ເກາະ ຕວນ ຊຶ່ງທ້າວແຫລ້ ໄດ້ໃຫ້ ສັມພາດວ່າ ຢາກກັບບ້ານ ເພາະ ຕົກຢູ່ເກະນີ້ ສິບ ກວ່າປີ ແລ້ວ”.
ທ່ານ ສະຫມັກ ທັບທານີ ຫົວໜ້າ ຜແນກ ຄຸ້ມຄອງແຮງງານ ກ່າວຕໍ່ໄປວ່າ ຈາກຂໍ້ມູນ ເບື້ອງຕົ້ນ ທີ່ ທ້າວແຫລ້ ໄດ້ເວົ້ານັ້ນ ເປັນຄົນລາວ ຢູ່ເມືອງ ໄກສອນ ພົມວິຫານ ບ້ານນາຝ່າຍ ແຂວງ ສວັນນະເຂດ ຂ້າມມາ ປະເທດໄທ ຕັ້ງແຕ່ ອາຍຸ 10 ປີ ແລະ ຕັ້ງໃຈໄປ ຊອກຫາວຽກ ເຮັດ ຢູ່ບາງກອກ.
ໃນຂນະທີ່ ໄປນັ່ງຫລິ້ນ ຢູ່ ສນາມຫຼວງ ບາງກອກ ປະເທດໄທ ກໍມີ ຜູ້ຊາຍຄົນໄທ ຜູ້ນຶ່ງ ມາຊັກຊວນ ໄປເຮັດວຽກ ນໍາກັນ, ຜູ້ຊາຍຄົນນັ້ນ ບອກວ່າ ໃຫ້ຂຶ້ນຣົຖຕູ້ ໄປນໍາກັນ ມີວຽກ ຣາຍໄດ້ດີ ໃຫ້ເຮັດ ທ້າວແຫລ້ ກໍຫລົງເຊື່ອ ຂຶ້ນຣົຖ ໄປນໍາ ຜູ້ຊາຍຄົນນັ້ນ. ຫລັງຈາກ ຂຶ້ນຣົຖ ຕົນກໍບໍ່ ຮູ້ສຶກຕົວ ບໍ່ຈື່ ຫຍັງໝົດ ຄືກັນກັບ ຖືກວາງຢາ ພໍຣູ້ເມື່ອຄິງ ກໍຢູ່ໃນ ເຮືອປະມົງ ແຂວງ ສມຸດປຣະການ ປະເທດໄທ ແລ້ວ.
ປັຈຈຸບັນ ທາງ ມຸລນິທິ ເຄືອຂ່າຍ ສົ່ງເສິມ ຄຸນນະພາບ ຊີວິດ ແຮງງານ ຂ້າມຊາດ ກໍາລັງ ຕິດຕາມ ກໍຣະນີ ຂອງ ທ້າວ ແຫລ້ ຢູ່.